ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດເຟສບຸກ ໄດ້ພິມຂ່າວໃສ່ໜ້າເວັບໄຊຂອງຕົນຄືນ ເພື່ອໃຫ້ຊາວອອສເຕຣເລຍ ຊົມໃຊ້


ເຄື່ອງໝາຍຂອງບໍລິສັດກູໂກ ແລະເຟສບຸກ ແລະຄຳວ່າ ສື່ມວນຊົນ ຂ່າວ ສື່ມວນຊົນ ແລະທຸງຊາດອອສເຕຣເລຍ ແມ່ນຢູ່ໃນຮູບທີ່ທ່ານເຫັນ ຊຶ່ງນຳອອກສະແດງ ທີ່ມີການຖ່າຍໄວ້ເມື່ອວັນທີ 18 ກຸມພາ 2021.
ເຄື່ອງໝາຍຂອງບໍລິສັດກູໂກ ແລະເຟສບຸກ ແລະຄຳວ່າ ສື່ມວນຊົນ ຂ່າວ ສື່ມວນຊົນ ແລະທຸງຊາດອອສເຕຣເລຍ ແມ່ນຢູ່ໃນຮູບທີ່ທ່ານເຫັນ ຊຶ່ງນຳອອກສະແດງ ທີ່ມີການຖ່າຍໄວ້ເມື່ອວັນທີ 18 ກຸມພາ 2021.

ເຟສບຸກ ຊຶ່ງເປັນບໍລິສັດຍັກໃຫຍ່ສື່ມວນຊົນລະດັບໂລກ ພວມຟື້ນຟູເນື້ອໄນຂອງຂ່າວສຳລັບຜູ້ຊົມໃຊ້ ຢູ່ປະເທດອອສເຕຣເລຍ ຫຼັງຈາກໄດ້ແກ້ໄຂຂໍ້ຂັດແຍ້ງກັບລັດຖະບານ. ບໍລິສັດເຟສບຸກ ໄດ້ໂຕ້ຖຽງ ກ່ຽວກັບຂໍ້ສະເໜີຂອງກົດລະບຽບສື່ມວນຊົນ. Phil Mercer ມີລາຍງານເລື້ອງນີ້ ຈາກນະຄອນຊິດນີ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ໃນອາທິດແລ້ວນີ້ ບໍລິສັດເຟສບຸກ ໄດ້ຂັດຂວາງບໍ່ໃຫ້ຊາວອອສເຕຣເລຍແບ່ງປັນ ແລະອ່ານຂ່າວຄາວຕ່າງໆ ຢູ່ໃນເຟສບຸກ ໃນການໂຕ້ຖຽງກັບລັດຖະ ບານແຄນເບີຣາ.

ອອສເຕຣເລຍເປັນແຊມປ້ຽນ ຫຼືເຈົ້າກີ້ເຈົ້າການກ່ຽວກັບກົດລະບຽບໃໝ່ທີ່ມີການຕໍ່ລອງຂອງສື່ມວນຊົນ ທີ່ຈະເຮັດໃຫ້ອອສເຕຣເລຍເປັນປະເທດທຳອິດ ທີ່ຈະບັງຄັບໃຫ້ບໍລິສັດເທັກໂນໂລຈີໃຫຍ່ໆຕ້ອງໄດ້ຈ່າຍເງິນກ່ຽວກັບເນື້ອໄນຂອງຂ່າວທີ່ທາງບໍລິສັດເທັກໂນໂລຈີ ຈະໂພສຕ໌ຫຼືພິມເຜີຍແຜ່ຕື່ມ ຢູ່ໃນໜ້າເວັບໄຊຂອງຕົນ. ແຕ່ການຫ້າມຂອງບໍລິສັດເຟສບຸກ ບໍ່ໃຫ້ພິມຂ່າວຕ່າງໆໃນອອສເຕຣເລຍ ໄດ້ມີການຕ່າວປີ້ນ ບໍ່ເທົ່າໃດມື້ ຫຼັງຈາກມີການເຈລະຈາກັນ.

ພວກນັກວິເຄາະກ່າວວ່າ ທັງສອງຝ່າຍ ຕ່າງກໍໄດ້ມີການຜ່ອນສັ້ນຜ່ອນຍາວໃຫ້ແກ່ກັນລະກັນ. ລັດຖະບານໄດ້ທຳການປ່ຽນແປງຕໍ່ຮ່າງກົດໝາຍດັ່ງກ່າວ. ສ່ວນບໍລິສັດເຟສບຸກແລະກູໂກ ກໍໄດ້ຮັບອະນຸຍາດໃຫ້ປະຕິບັດງານຢູ່ນອກຂອບຂອງກົດລະບຽບໃໝ່ ຖ້າບໍລິສັດທັງສອງຫາກສາມາດເຮັດໃຫ້ລັດຖະບານເປັນທີ່ພໍໃຈວ່າເຂົາເຈົ້າ ໄດ້ບັນລຸການຕົກລົງທີ່ເໝາະສົມ ກັບບັນດາບໍລິສັດສື່ມວນຊົນ ຂອງ ອອສເຕຣເລຍ. ທ່ານຈອສ ຟຣາຍເດັນເບີກ (Josh Frydenberg) ລັດຖະມົນ ຕີກະຊວງການເງິນຂອງອອສເຕຣເລຍ ກ່າວວ່າ:

“ຂ່າວຄາວຕ່າງໆຂອງອອສເຕຣເລຍ ຈະຖືກພິມຄືນໃສ່ໜ້າເຟສບຸກ ແລະບໍລິສັດເຟສບຸກໄດ້ມີຄວາມໝັ້ນໝາຍ ທີ່ຈະທຳການເຈລະຈາດ້ວຍຄວາມປະສົງດີກັບອົງການທຸລະກິດສື່ມວນຊົນຂອງອອສເຕຣເລຍ ໃນການຊອກຫາຊ່ອງທາງເພື່ອໃຫ້ບັນລຸການຕົກລົງທີ່ຈະຈ່າຍເງິນກ່ຽວກັບເນື້ອໄນຂອງຂ່າວ.”

ທ່ານນາງບາລິນດາ ບາແນັດ (Belinda Barnett) ແມ່ນຜູ້ປະຖະກະຖາອະວຸໂສໃນດ້ານສື່ມວນຊົນແລະການສື່ສານ ທີ່ມະຫາວິທະຍາໄລຊວິນເບີນ (Swinburne). ທ່ານນາງຫວັງວ່າ ບໍລິສັດເທັກໂນໂລຈີຈະເຈລະຈາດ້ວຍຄວາມປະສົງດີ ແລະແບບເປັນທຳກັບບໍລິສັດສື່ມວນຊົນອອສເຕຣເລຍ ທັງໃຫຍ່ແລະນ້ອຍ. ທ່ານນາງບາແນັດ ກ່າວວ່າ:

“ຖ້າພວກເຮົາຈັດແຈງໃຫ້ມີການຕົກລົງກັນ ແບບສົມເຫດສົມຜົນສຳລັບອົງການຂ່າວຕ່າງໆທັງ ໝົດ ຮວມທັງໜັງສືພິມທີ່ຢູ່ໃນເຂດຊົນນະບົດທີ່ສອກຫຼີກຫ່າງໄກໜັງສືພິມຂອງຂົງເຂດ ບໍລິສັດອອກອາກາດຫຼື ABC ຂອງອອສເຕຣເລຍແລະອື່ນໆອີກນັ້ນ ຂ້າພະເຈົ້າຄິດວ່າ ມັນຈະເປັນເລື້ອງທີ່ດີ. ໃນທາງທິສດີແລ້ວ ຂ້າພະເຈົ້າຢາກຈະເຫັນ ບໍລິສັດກູໂກ ແລະເຟສບຸກ ຖືກລະບຸໃຫ້ຢູ່ພາຍໃຕ້ກົດລະບຽບ ມັນຈຶ່ງຈະສາມາດບັງຄັບໄດ້.”

ບໍລິສັດກູໂກໄດ້ບັນລຸການຕົກລົງ ມູນຄ່າຫຼາຍໆລ້ານໂດລາ ກັບບັນດາໜັງສືພິມແລະບໍລິສັດອອກອາກາດ ທີ່ສຳຄັນໆຂອງອອສເຕຣເລຍ.

ຮ່າງກົດໝາຍດັ່ງກ່າວນີ້ ໄດ້ຖືກຮັບຮອງຜ່ານສະພາຕ່ຳຂອງອອສເຕຣເລຍແລ້ວ ແລະກໍຄາດວ່າຈະໄດ້ຮັບການອະນຸມັດຂັ້ນສຸດທ້າຍຈາກສະພາສູງ ໃນອາທິດນີ້.

ຄວາມກ້າວໜ້າຂອງກົດໝາຍສື່ສັງຄົມອອສເຕຣເລຍ ມີລາຍງານວ່າ ໄດ້ມີການຕິດຕາມຢ່າງໃກ້ຊິດຢູ່ໃນເຂດອື່ນໆຂອງໂລກຮວມທັງການາດາແລະສະຫະພາບຢູໂຣບ.

ອົງການຂ່າວດັ້ງເດີມຕ່າງໆຂອງອອສເຕຣເລຍ ໄດ້ທຳການຮ້ອງຮຽນ ຂະນະທີ່ລາຍໄດ້ຈາກການໂຄສະນາຂອງພວກເຂົາເຈົ້າໄດ້ຕົກຮວບລົງ ໂດຍທີ່ອົງການສື່ສັງຄົມຕ່າງໆ ໄດ້ຮັບຜົນປະໂຫຍດຈາກວຽກງານໃນການເກັບກຳຂ່າວທີ່ມີຄຸນນະ ພາບຂອງພວກເຂົາເຈົ້າ ໂດຍບໍ່ໄດ້ເສຍຄ່າຈ້າງໃດໆ.

ຫຼັງຈາກໄດ້ມີການຂັດແຍ້ງກັນເປັນເວລາຫຼາຍໆມື້ ອອສເຕຣເລຍ ແລະບໍລິສັດ ເຟສບຸກກໍກັບມາເປັນເພື່ອນກັນອີກ ຢ່າງໜ້ອຍກໍໃນເວລານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG