ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານໄບເດັນ ສັນຍາວ່າ ສະຫະລັດ ຈະທຳການພົວພັນ ກັບໂລກຄືນໃໝ່


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວຄຳປາໄສ ຕໍ່ພະນັກງານກະຊວງການຕ່າງປະເທດ ທີ່ວໍຊິງຕັນ ເມື່ອວັນທີ 4 ກຸມພາ 2021.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວຄຳປາໄສ ຕໍ່ພະນັກງານກະຊວງການຕ່າງປະເທດ ທີ່ວໍຊິງຕັນ ເມື່ອວັນທີ 4 ກຸມພາ 2021.

ປະທານາທິບໍດີໂຈ ໄບເດັນ ໄດ້ໃຫ້ຄຳໝັ້ນສັນຍາໃນວັນພະຫັດວານນີ້ວ່າ ສະຫະລັດ ຈະເພີ້ມການພົວພັນຂອງຕົນໃຫ້ຫຼາຍຂຶ້ນ ຢູ່ໃນທົ່ວໂລກ ໃນລະຫວ່າງທີ່ທ່ານຍັງກຳຕຳແໜ່ງຢູ່ທຳນຽບຂາວ ເພື່ອໃຫ້ສິ້ນສຸດລົງໃນອັນທີ່ທ່ານກ່າວຢ້ຳວ່າ ເປັນ “ຮອບສອງສາມປີທີ່ຂາດຄວາມເອົາໃຈໃສ່ແລະນຳໃຊ້ໄປໃນທາງຜິດ”ຄວາມສຳພັນກັບຕ່າງປະເທດ ໂດຍອະດີດປະທານາທິບໍດີດໍໂນລ ທຣຳ.

“ອາເມຣິກາກັບຄືນມາແລ້ວ” ນັ້ນຄືຄໍາປະກາດຂອງທ່ານໄບເດັນ ທີ່ກະຊວງການຕ່າງປະເທດ ຢູ່ໃນການກ່າວຄຳປາໄສ ກ່ຽວກັບນະໂຍບາຍການຕ່າງປະເທດ ທີ່ສຳຄັນເທື່ອທຳອິດ ຂອງປະທານາທິບໍດີ. ທ່ານກ່າວຕື່ມວ່າ “ອາເມຣິກາບໍ່ສາມາດທີ່ຈະຂາດຫາຍໄປຈາກເວທີຂອງໂລກ. ການທູດແມ່ນຈຸດສູນກາງໃນນະໂຍບາຍການຕ່າງປະເທດຂອງພວກເຮົາ.”

ທ່ານກ່າວວ່າ “ພັນທະມິດຂອງອາເມຣິກາແມ່ນຊັບພະຍາກອນທີ່ສຳຄັນສຸດ” ໃນຂະນະທີ່ເຕືອນທັງຣັດເຊຍແລະຈີນ ກ່ຽວກັບຄວາມຕັ້ງໃຈຂອງອາເມຣິກາ. ທ່ານທຣຳໄດ້ນຳໃຊ້ຄຳຂວັນ “ອາເມຣິກາມາກ່ອນໝູ່” ຊຶ່ງພາໃຫ້ເກີດການຂັດແຍ້ງກັບພັນທະມິດທີ່ເຄີຍມີມາຂອງສະຫະລັດໃນຂະນະທີ່ເອົາທ່າທີແບບອ່ອນລົງກັບບັນດາປະເທດຜະເດັດການ.”

ທ່ານໄບເດັນ ກ່າວວ່າ ທ່ານໄດ້ກ່າວຕໍ່ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໃນການໂອ້ລົມທາງໂທລະສັບເມື່ອອາທິດແລ້ວນີ້ວ່າ “ວັນເວລາໃນການທີ່ສະຫະລັດຢຸດເຊົາຕ້ານຢັນແລະເຊື່ອຟັງ” ມົສກູ ໄດ້ສິ້ນສຸດລົງແລ້ວ.

ຜູ້ນຳຂອງສະຫະລັດໄດ້ຮຽກຮ້ອງໃຫ້ທ່ານປູຕິນປ່ອຍຜູ້ນຳພັກຝ່າຍຄ້ານ ທ່ານອາເລັກເຊ ນາວາລນີ ໃນທັນທີ “ໂດຍປາສະຈາກເງື່ອນໄຂໃດໆທັງສິ້ນ.” ທ່ານນາວາລນີໄດ້ຖືກຕັດສິນໃຫ້ຕິດຄຸກ 2 ປີເຄິ່ງໃນອາທິດນີ້ ຫຼັງຈາກກັບມາແຕ່ເຢຍຣະມັນ ບ່ອນທີ່ທ່ານໄດ້ຮັບການປິ່ນປົວແລະພັກຟື້ນຫຼັງຈາກຖືກວາງຢາພິດທຳລາຍປະສາດໃນປີກາຍ ໂດຍພວກທີ່ສົງໄສວ່າເປັນສາຍລັບຂອງຣັດເຊຍ.

ສຳລັບປະເທດຈີນນັ້ນ ທ່ານໄບເດັນກ່າວວ່າ “ພວກເຮົາຈະເຮັດວຽກກັບປັກກິ່ງເວລາໃດທີ່ມັນນອນຢູ່ໃນຜົນປະໂຫຍດທີ່ພວກເຮົາຕ້ອງໄດ້ເຮັດ.”

ທ່ານໄບເດັນກ່າວວ່າ ທ່ານຈະຍຸຕິການໃຫ້ຄວາມສະໜັບສະໜຸນຂອງສະຫະລັດຕໍ່ການບຸກໂຈມຕີທາງທະຫານ ພາຍໃຕ້ການນຳພາຂອງຊາອຸດີ ອາຣາເບຍ ໃນປະເທດເຢເມນໂດຍເອີ້ນວ່າ ມັນເປັນ “ຄວາມຫາຍະນະທາງດ້ານມະນຸດສະທຳແລະດ້ານຍຸດທະສາດ. ສົງຄາມນີ້ຈະຕ້ອງສິ້ນສຸດລົງ.”

ແຕ່ທ່ານກໍກ່າວວ່າ ສະຫະລັດຫວັງຢາກຈະໃຫ້ບັນຫາຂັດແຍ້ງທີ່ດຳເນີນມາເປັນເວລາ 5 ປີ ໃນປະເທດທີ່ທຸກຍາກທີ່ສຸດຂອງແຫຼມອາຣັບຍຸຕິລົງໂດຍຜ່ານການແກ້ໄຂທາງດ້ານການທູດແທນ ຊຶ່ງທ່ານໄບເດັນໄດ້ແຕ່ງຕັ້ງໃຫ້ນັກການທູດມືອາຊີບ ທ່ານທີໂມທີ ເລັນເດີຄິງ (Timothy Lenderking) ເປັນທູດພິເສດຮັບຜິດຊອບເລື້ອງເຢເມນຂອງສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG