ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລຂາທິການໃຫຍ່ ສປຊ ກ່າວວ່າ 'ມັນເປັນທີ່ຮັບເອົາບໍ່ໄດ້' ການເຮັດລັດຖະປະຫານ ໃນມຽນມາ ຕ້ອງປະສົບກັບຄວາມລົ້ມແຫຼວ


ຂະບວນລົດທະຫານມຽນມາ ລາດຕະເວັນຢູ່ນະຄອນມັນດາເລ ເມືອວັນທີ 3 ກຸມພາ 2021.
ຂະບວນລົດທະຫານມຽນມາ ລາດຕະເວັນຢູ່ນະຄອນມັນດາເລ ເມືອວັນທີ 3 ກຸມພາ 2021.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກິວເຕເຣັສກ່າວໃນວັນພຸດວານນີ້ວ່າ ອົງການສະຫະປະຊາຊາດ ຈະເຮັດວຽກປຸກລະດົມ ໃຫ້ອົງການຈັດຕັ້ງສາກົນທີ່ສຳຄັນໆກົດດັນມຽນມາ “ເພື່ອໃຫ້ເປັນທີ່ແນ່ໃຈວ່າ” ການເຮັດລັດຖະປະຫານຂອງປະເທດດັ່ງກ່າວປະສົບກັບຄວາມລົ້ມແຫຼວ.

ຫົວໜ້າອົງການສະຫະປະຊາຊາດ ກ່າວໃນການໂອ້ລົມທາງອອນລາຍນ໌ກັບໜັງສືພິມວໍຊິງຕັນໂພສທ໌ວ່າ “ແນ່ນອນ ມັນເປັນທີ່ຮັບເອົາບໍ່ໄດ້ ຫຼັງຈາກການເລືອກຕັ້ງ - ການເລືອກຕັ້ງທີ່ຂ້າພະ ເຈົ້າເຊື່ອວ່າ ມີຂຶ້ນຕາມປົກກະຕິ ແລະຫຼັງຈາກເວລາອັນຍາວນານໃນການຫັນປ່ຽນ ແນ່ນອນມັັນເປັນທີ່ຮັບເອົາບໍ່ໄດ້ທີ່ຈະຕ່າວປີ້ນຜົນການເລືອກຕັ້ງແລະຄວາມມຸ່ງມາດປາຖະໜາຂອງປະຊາຊົນ.”

ກອງທັບມຽນມາ ຫຼື Tatmadaw ໄດ້ຢຶດອໍານາດໃນວັນຈັນແລ້ວ ໂດຍປະກາດພາວະສຸກເສີນເປັນເວລານຶ່ງປີ ແລະຈັບ ຜູ້ນຳທີ່ແທ້ຈິງຂອງປະເທດ ທ່ານນາງອອງຊານ ຊູຈີ ແລະປະທານາທິ ບໍດີວິນ ມິນ ພ້ອມທັງບຸກຄົນອື່ນໆໄປຄຸມຂັງ.

ການເຮັດລັດຖະປະຫານມີຂຶ້ນຫຼາຍໆມື້ຫຼັງຈາກໄດ້ເກີດຄວາມເຄັ່ງຕຶງລະຫວ່າງກອງທັບ ແລະພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຊຶ່ງເປັນພັກລັດຖະບານທີ່ປົກຄອງປະເທດ ທີ່ໄດ້ຊະນະການເລືອກຕັ້ງ. ກອງທັບມຽນມາໄດ້ປະຕິເສດບໍ່ຍອມຮັບຮູ້ຜົນຂອງການເລືອກຕັ້ງໂດຍກ່າວຫາວ່າ ມີການສໍ້ໂກງຄະແນນຂະໜາດໃຫຍ່ເກີດຂຶ້ນ.

ທ່ານກິວເຕເຣັສ ກ່າວວ່າ ອາດເປັນຍ້ອນ ທ່ານນາງອອງຊານ ຊູຈີ ຜູ້ນຳຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ “ມີຄວາມໃກ້ຊິດເກີນໄປກັບພວກ ທະຫານ” ໂດຍກ່າວປ້ອງກັນ ການປະຕິບັດງານທີ່ໂຫດຫ້ຽມຂອງພວກເຂົາ ຕໍ່ຊາວມຸສລິມໂຣຮິງຢາ ທີ່ເຮັດໃຫ້ພວກເຂົາເຈົ້າ ເກືອບນຶ່ງລ້ານຄົນ ຕ້ອງໄດ້ຫລົບໜີໄປຍັງບັງກລາແດັສເມື່ອສາມປີກ່ອນ.

ທ່ານກິວເຕເຣັສກ່າວຕື່ມວ່າ “ຂ້າພະເຈົ້າຫວັງວ່າ ປະຊາທິປະໄຕ ຈະສາມາດມີຄວາມກ້າວໜ້າໄດ້ຄືນອີກ ຢູ່ໃນປະເທດມຽນມາ ແຕ່ກ່ອນອື່ນໃດ ພວກນັກໂທດທັງໝົດ ຈະຕ້ອງຖືກປ່ອຍໂຕ ກົດໝາຍລັດຖະທຳມະນູນ ຈະຕ້ອງໄດ້ຮັບການຟື້ນຟູ ແລະຂ້າພະເຈົ້າຫວັງວ່າປະຊາຄົມນາໆຊາດ ຈະສາມາດມາຕົກລົງຮ່ວມກັນໄດ້.”

ກ່ອນໜ້ານັ້ນ ໃນວັນພຸດວານນີ້ເຈົ້າໜ້າທີ່ຂອງມຽນມາໄດ້ກ່າວຫາທ່ານນາງອອງຊານ ຊູຈີ ນຳເຂົ້າ ແລະໃຊ້ເຄື່ອງວິທະຍຸໂອ້ລົມວອກກີທອກກີ 6 ອັນ ຢ່າງຜິດກົດໝາຍໃນລະຫວ່າງການກວດຄົ້ນເຮືອນຂອງທ່ານນາງທີ່ນະຄອນຫຼວງເນປີດໍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG