ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງທັບມຽນມາ ຍຶດອຳນາດ ຈັບກຸມທ່ານນາງອອງຊານ ຊູຈີ ແລະຜູ້ນຳຄົນອື່ນໆ


ພວກປະທ້ວງຢູ່ຕໍ່ໜ້າສະຖານທູດມຽນມາ ທີ່ບາງກອກ ຫຼັງຈາກອງທັບມຽນມາ ຍຶດອຳນາດ.
ພວກປະທ້ວງຢູ່ຕໍ່ໜ້າສະຖານທູດມຽນມາ ທີ່ບາງກອກ ຫຼັງຈາກອງທັບມຽນມາ ຍຶດອຳນາດ.

ໂທລະພາບມຽວວັດດີ ຂອງກອງທັບມຽນມາ ໄດ້ປະກາດໃນວັນຈັນມື້ນີ້ວ່າ ທາງກອງທັບໄດ້ເຂົ້າຄວບຄຸມປະເທດແລ້ວ ພາຍໃຕ້ພາວະສຸກເສີນ ເປັນເວລານຶ່ງປີ ຍ້ອນບໍ່ມີການເອົາມາດຕະການຫຍັງເລີຍ ກ່ຽວກັບການກ່າວອ້າງຂອງທາງກອງທັບທີ່ວ່າ ມີການສໍ້ໂກງຄະແນນຜູ້ປ່ອນບັດ ໃນການເລືອກຕັ້ງເມື່ອເດືອນພະຈິກປີກາຍນີ້.

ການປະກາດດັ່ງກ່າວ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກໄດ້ມີການຈັບກຸມຜູ້ນຳທີ່ແທ້ຈິງຂອງປະເທດ ທ່ານນາງອອງຊານ ຊູຈີ ແລະເຈົ້າໜ້າທີ່ຄົນອື່ນໆຈາກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຊຶ່ງເປັນພັກລັດຖະບານທີ່ປົກຄອງປະເທດຢູ່ໃນເວລານີ້. ການເຄື່ອນໄຫວທີ່ວ່ານີ້ ມີຂຶ້ນໃນມື້ດຽວກັນກັບທີ່ສະພາແຫ່ງຊາດຊຸດໃໝ່ ຄວນທີ່ຈະເຂົ້າຮັບໜ້າທີ່.

ໂຄສົກຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ທ່ານມຽວ ຢຸນ (Myo Nyunt) ກ່າວວ່າ ປະທານາທິບໍດີວິນ ມິນ (Win Myint) ກໍຮວມຢູ່ໃນພວກເຈົ້າໜ້າທີ່ ທີ່ຖືກຈັບໃນຕອນເຊົ້າວັນຈັນມື້ນີ້.

ທ່ານກ່າວວ່າ “ເທົ່າທີ່ພວກເຮົາຮູ້ ບຸກຄົນສຳຄັນທັງໝົດ ໄດ້ຖືກຈັບ ໂດຍພວກທະຫານມຽນມາ ດັ່ງນັ້ນ ໃນເວລານີ້ພວກເຮົາສາມາດເວົ້າໄດ້ວ່າ ມັນເປັນການເຮັດລັດຖະປະຫານ.”

ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນກ່າວວ່າ ສະຫະລັດ “ແມ່ນຢືນຢູ່ກັບປະຊາຊົນມຽນມາ ໃນຄວາມໄຝ່ຝັນທີ່ຢາກມີປະຊາທິປະໄຕ ສິດເສລີພາບ ສັນຕິພາບ ແລະການພັດທະນາຂອງພວກເຂົາເຈົ້າ ແລະຮຽກຮ້ອງໃຫ້ພວກທະຫານຕ່າວປີ້ນການເຄືຶ່ອນໄຫວດັ່ງກ່າວໃນທັນທີ.”

ທຳນຽບຂາວ ກ່າວເພີ້ມຕື່ມຢູ່ໃນຖະແຫຼງການສະບັບນຶ່ງວ່າ “ສະຫະລັດແມ່ນຄັດຄ້ານຕໍ່ຄວາມພະຍາຍາມໃດໆກໍຕາມ ທີ່ຈະປ່ຽນແປງຜົນການເລືອກຕັ້ງເມື່ອໄວໆມານີ້ ຫຼືວ່າຂັດຂວາງຕໍ່ການຫັນປ່ຽນໄປສູ່ປະຊາທິປະໄຕຂອງມຽນມາ ແລະຈະເອົາມາດຕະການຕໍ່ພວກທີ່ຮັບຜິດຊອບ ຖ້າບາດກ້າວເຫຼົ່ານີ້ບໍ່ໄດ້ມີການຕ່າວປີ້ນຄືນ.”

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານແອນໂຕນີ ກິວເຕເຣັສໄດ້ຮຽກຮ້ອງໃຫ້ພວກຜູ້ນຳກອງທັບມຽນມາ ແກ້ໄຂບັນຫາຂັດແຍ້ງໃດໆກໍຕາມໂດຍຜ່ານການເຈລະຈາແບບສັນຕິວິທີ.

ທ່ານສເຕຟານ ດູຈາຣິກ ໂຄສົກຂອງທ່ານເລຂາທິການໃຫຍ່ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ເລຂາທິການໃຫຍ່ ຂໍປະນາມຢ່າງແຮງຕໍ່ການຈັບກຸມຄຸມຂັງທີ່ປຶກສາຂອງລັດຖະບານ ທ່ານນາງອອງຊານ ຊູຈີ ປະທານາທິບໍດີ ຢູ ວິນມິນ ແລະພວກຜູ້ນຳທາງການເມືອງຄົນອື່ນໆ ກ່ອນທີ່ສະພາແຫ່ງຊາດຊຸດໃໝ່ ຂອງມຽນມາຈະເປີດກອງປະຊຸມ. ທ່ານໄດ້ສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບຄຳປະກາດໃຫ້ໂອນອຳນາດທາງດ້ານນິຕິບັນຢັດ ບໍລິຫານ ແລະຕຸລາການ ໄປໃຫ້ພວກທະຫານ. ການເຄື່ອນໄຫວເຫຼົ່ານີ້ ແມ່ນສະແດງໃຫ້ເຫັນ ເຖິງການສ້າງຄວາມເສຍ ຫາຍຢ່າງຮ້າຍແຮງແກ່ການປະຕິຮູບປະຊາທິປະໄຕຢູ່ໃນປະເທດມຽນມາ.”

ອອສເຕຣເລຍ ອິນເດຍ ແລະສິງກະໂປ ຕ່າງກໍໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບສະຖານະ ການໃນປະເທດມຽນມາເຊັ່ນດຽວກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG