ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ກອງທັບມຽນມາ ປະຕິເສດ ຕໍ່ຄວາມເປັນໄປໄດ້ ໃນການຈະບໍ່ເຮັດລັດຖະປະຫານ


ພວກປະທ້ວງພາກັນຮ້ອງຄຳຂວັນໂຈມຕີ ໃນການໂຮມຊຸມນຸມ ປະນາມການເລືອກຕັ້ງທົ່ວໄປເມື່ອວັນທີ 8 ພະຈິກ ທີ່ນະຄອນຢ່າງກຸ້ງ ໃນວັນທີ 20 ພະຈິກ 2020.
ພວກປະທ້ວງພາກັນຮ້ອງຄຳຂວັນໂຈມຕີ ໃນການໂຮມຊຸມນຸມ ປະນາມການເລືອກຕັ້ງທົ່ວໄປເມື່ອວັນທີ 8 ພະຈິກ ທີ່ນະຄອນຢ່າງກຸ້ງ ໃນວັນທີ 20 ພະຈິກ 2020.

ກອງທັບທີ່ມີອິດທິພົນຂອງມຽນມາ ໃນວັນອັງຄານຜ່ານມາ ບໍ່ໄດ້ປະຕິເສດເຖິງຄວາມເປັນໄປໄດ້ ໃນການທີ່ຈະເຮັດລັດຖະປະຫານກ່ຽວກັບອັນທີ່ທາງກອງທັບອ້າງວ່າ ການເລືອກຕັ້ງໃນປີ 2020 ຂອງປະເທດທີ່ເຕັມໄປດ້ວຍການສໍ້ໂກງຄະແນນ ໃນຂະນະທີ່ພວກນັກຊ່ຽວຊານເຕືອນວ່າການຂັດແຍ້ງດັ່ງກ່າວພວມນຳໄປສູ່ວິກິດການທາງດ້ານການເມືອງຢູ່ໃນປະເທດປະຊາທິປະໄຕທີ່ເກີດໃໝ່ ຊຶ່ງໄດ້ໂຜ່ໂຕອອກມາຈາກການປົກຄອງຂອງພວກທະຫານເມື່ອນຶ່ງທົດສະວັດກ່ອນນັ້ນ.

ການເລືອກຕັ້ງເມື່ອວັນທີ 8 ພະຈິກ ແມ່ນໄດ້ຊະນະ ໂດຍສັນນິບາດແຫ່ງຊາດເພື່ປະຊາທິປະໄຕ ຂອງທ່ານນາງອອງຊານ ຊູຈີ ດ້ວຍຄະແນນສຽງອັນຖ້ວມລົ້ນ ແຕ່ພັກສະຫະພັນສາມັກຄີ ແລະການພັດທະນາ ຫຼື USDP ຊຶ່ງເປັນເຄືອຂ່າຍຂອງພວກທະຫານໂຕ້ແຍ້ງວ່າມີການສໍ້ໂກງຄະແນນສຽງຢ່າງກວ້າງຂວາງແລະໄດ້ທຳການກົດດັນເພີ້ມຂຶ້ນຕໍ່ພວກເຈົ້າໜ້າທີ່ເລືອກຕັ້ງເພື່ອໃຫ້ສືບສວນ.

ກອງທັບ ຊຶ່ງພວກທະຫານໄດ້ຮັບການຄ້ຳປະກັນບ່ອນນັ່ງ 25 ເປີເຊັນຢູ່ໃນສະພາແຫ່ງຊາດ ພາຍໃຕ້ລັດຖະທຳມະນູນ ແລະພັກ USDP ຊຶ່ງສ່ວນໃຫຍ່ແມ່ນປະກອບດ້ວຍອະດີດພວກນາຍທະຫານນັ້ນກ່າວອ້າງວ່າ ຕົນໄດ້ພົບເຫັນມີການປ່ອນບັດແບບຜິດປົກກະຕິເກີດຂຶ້ນ 8 ລ້ານ 6 ແສນຄົນໃນບັນຊີລາຍຊື່ຜູ້ປ່ອນຢູ່ໃນ 314 ເມືອງ ທີ່ນຳໄປສູ່ການປ່ອນບັດຫຼາຍໆເທື່ອ ຫຼື “ເຮັດຜິດ” ໃນການປ່ອນບັດອື່ນໆ.

ແຕ່ກອງທັບແລະພວກຕົວແທນຂອງຕົນ ຄືພັກ USDP ຊຶ່ງໄດ້ຮັບຄະແນນສຽງບໍ່ຄ່ອຍດີໃນການເລືອກຕັ້ງເມື່ອເດືອນພະຈິກ ບໍ່ໄດ້ນຳສະເໜີຫຼັກຖານໃດໆ ໃນການສໍ້ໂກງຄະແນນໃນມື້ເລືອກຕັ້ງດັ່ງກ່າວ. ທາງກອງທັບແລະພວກສະໜັບສະ ໜຸນພັກ USDP ໄດ້ພາກັນປະທ້ວງໃນຫຼາຍໆເມືອງ ໃນພາກກາງຂອງປະເທດ ມຽນມາ ປີນີ້.

ພົນຕີ ຊໍ ມິນ ຕຸນ (Zaw Min Tun) ໂຄສົກຂອງກອງທັບ ທີ່ຖືກຖາມ ຢູ່ໃນກອງປະຊຸມຖະແຫຼງຂ່າວປະຈຳອາທິດວ່າ ການເຂົ້າຢຶດອຳນາດ ຂອງພວກທະ ຫານແມ່ນໄດ້ຮັບການປະຕິເສດໄປແລ້ວຫຼືບໍ່ ໂດຍກ່າວວ່າ “ບໍ່ ດັ່ງທີ່ຂ້າພະເຈົ້າໄດ້ກ່າວໄປແລ້ວ ທາງກອງທັບຈະປະຕິບັດຕາມກົດໝາຍຮວມທັງລັດຖະທຳມະນູນແລະກົດໝາຍທັງໝົດທີ່ມີຢູ່. ເພື່ອຈະເຮັດໃຫ້ລະບອບປະຊາທິປະໄຕມີຄວາມເຂັ້ມແຂງ ພວກເຮົາຈະປະຕິບັດຕາມແລະສະທ້ອນໃຫ້ເຫັນກົດໝາຍເຫຼົ່ານັ້ນ.”

ເມື່ອມີການຂໍຄວາມກະຈ່າງແຈ້ງ ທ່ານກ່າວຕອບວ່າ “ສິ່ງທີ່ຂ້າພະເຈົ້າຢາກເວົ້າ ກໍແມ່ນວ່າ ພວກເຮົາບໍ່ຢາກເວົ້າວ່າ ທາງກອງທັບຈະຢຶດອຳນາດຂອງລັດ ຫຼືບໍ່ຢາກເວົ້າວ່າ ພວກເຮົາຈະບໍ່ຢຶດອຳນາດ. ພວກເຮົາຈະປະຕິບັດຕາມກົດໝາຍເພື່ອໃຫ້ສອດຄ່ອງກັບລັດຖະທຳມະນູນ.”

ລັດຖະທຳມະນູນຂອງມຽນມາທີ່ຮ່າງຂຶ້ນໃນປີ 2008 ພາຍໃຕ້ການປົກຄອງຂອງພວກທະຫານ ບັນຈຸຂໍ້ກຳນົດນຶ່ງ ທີ່ອະນຸຍາດໃຫ້ຜູ້ບັນຊາການທະຫານສູງສຸດ ມີອຳນາດອະທິປະໄຕ ໃນລະຫວ່າງພາວະສຸກເສີນ ທີ່ອາດຈະນຳພາໄປສູ່ການແຕກແຍກຂອງປະເທດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG