ລິ້ງ ສຳຫລັບເຂົ້າຫາ

logo-print

ໄທ ປະຕິເສດ ຕໍ່ລາຍງານ ທາງດ້ານເຕັກນິກ ສະບັບໃໝ່ ຂອງໂຄງການສ້າງເຂື່ອນຊະນະຄາມ


ໂຄງການສ້າງເຂື່ອນຕ່າງໆໃສ່ແມ່ນ້ຳຂອງ

ໄທໄດ້ປະຕິເສດບໍ່ຮັບເອົາລາຍງານທາງດ້ານເຕັກນິກສະບັບໃໝ່ ກ່ຽວກັບໂຄງການສ້າງເຂື່ອນຊະນະຄາມ ຊຶ່ງເປັນນຶ່ງໃນ 9 ເຂື່ອນຂະໜາດໃຫຍ່ ທີ່ຈະສ້າງໃສ່ລຳແມ່ນ້ຳຂອງ ຊຶ່ງເປັນອົງປະກອບອັນສຳຄັນຂອງຍຸດທະສາດທາງດ້ານເສດຖະກິດທີ່ເປັນບັນຫາໂຕ້ ແຍ້ງຂອງວຽງຈັນ ທີ່ຈະກາຍເປັນ “ໝໍ້ໄຟໃນເຂດເອເຊຍຕາເວັນອອກສຽງໃຕ້.”

ເຂື່ອນຊະນະຄາມທີ່ມີຄວາມແຮງ 684 ເມກາວັດແມ່ນນຶ່ງໃນຈຳນວນທັງໝົດ 7 ເຂື່ອນທີ່ພວມຢູ່ໃນຂັ້ນຕອນການວາງແຜນທີ່ຈະກໍ່ສ້າງໃນຫຼາຍລະດັບທີ່ແຕກຕ່າງກັນ ໂດຍຈະໃຊ້ທຶນໃນການກໍ່ສ້າງປະມານ 2,000 ລ້ານໂດລາ ແລະອາດໃຊ້ເວລາ ເຖິງ 8 ປີ ໃນການກໍ່ ສ້າງ ທີ່ແຂວງໄຊຍະບູລີ ທາງພາກຕາເວັນຕົກສຽງເໜືອຂອງລາວ.

ສຳນັກງານຊັບພະຍາກອນນ້ຳຂອງໄທກ່າວຕໍ່ RFA ພະແນກພາສາລາວໃນວັນ ອັງຄານແລ້ວນີ້ວ່າ ຕົນຍັງບໍ່ທັນຮັບເອົາລາຍງານ ທີ່ໄດ້ຮັບການແກ້ໄຂໃໝ່ ຊຶ່ງໄດ້ສະເໜີຕໍ່ຄະນະກຳມະການແມ່ນ້ຳແຫ່ງຊາດຂອງໄທ ເມື່ອວັນທີ 15 ມັງກອນ ຜ່ານມາ ໂດຍບໍລິສັດດາຕັງ (Datang Cor-poration Limited) ອັນເປັນບໍລິ ສັດຜູ້ພັດທະນາຈາກຈີນ.

ທ່ານສົມກຽດ ປຣະຈຳວົງ ເລຂາທິການ ສຳນັກງານຊັບພະຍາກອນນ້ຳຂອງໄທ ກ່າວວ່າ “ທັງສຳນັກງານຂອງພວກເຮົາແລະຄະນະແມ່ນ້ຳຂອງສາກົນຕ່າງກໍສະຫຼຸບວ່າ ຂໍ້ມູນທີ່ຢູ່ໃລາຍງານສະບັບໃໝ່ຍັງບໍ່ພຽງພໍ. ຈະຕ້ອງມີການສຶກສາເພີ້ມຕື່ມ.”

ທ່ານສົມກຽດກ່າວວ່າ ລາຍງານໃໝ່ ຍັງບໍ່ຮວມເອົາຂໍ້ມູນ ຂອງຜົນກະທົບທີ່ມີຕໍ່ສິ່ງແວດຫຼືມັນຈະມີຜົນກະທົບຕໍ່ຜູ້ຄົນທີ່ອາໄສຢູ່ໃນເຂດລຸ່ມເຂື່ອນແບບໃດ. ທ່ານຮຽກຮ້ອງໃຫ້ບໍລັດຜູ້ພັດທະນາ ທຳການສຶກສາ ເພື່ອຊັ່ງຊາເບິ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ໃນຂອບເຂດທີ່ກວ້າງຂວາງ ແລະແກ້ໄຂລາຍງານດັ່ງກ່າວ ກ່ອນກອງປະຊຸມຮ່ວມກັນເທື່ອໜ້າ.

RFA ໄດ້ຕິດຕໍ່ໄປຫາກະຊວງພະລັງງານແລະບໍ່ແຮ່ຂອງລາວເພື່ອຂໍຄວາມເຫັນເພີ້ມຕື່ມ ແຕ່ປາກົດວ່າ ພວກເຈົ້າໜ້າທີ່ກ່ຽວຂ້ອງຢູ່ທີ່ນັ້ນ ບໍ່ສະດວກໃນການທີ່ຈະໃຫ້ຄຳຕອບ.

ແຕ່ແນວໃດກໍຕາມ ກະຊວງດັ່ງກ່າວຂອງລາວໄດ້ແຈ້ງໃຫ້ສື່ມວນຊົນຂອງໄທໃນເດືອນທັນວາຊາບວ່າ ຕົນຈະປະຕິບັດຕາມ ທຸກຂໍ້ບັງຄັບ ເພື່ອໃຫ້ໂຄງການໄດ້ເລີ້ມຂຶ້ນແລະຕົນພວມລໍຖ້າຄວາມເຫັນຈາກສະມາຊິກອື່ນໆຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ຊຶ່ງເປັນອົງການຈັດຕັ້ງລະຫວ່າງລັດຖະບານທີ່ເຮັດວຽກກັບລັດຖະບານລາວ ຫວຽດນາມ ໄທ ແລະກຳປູເຈຍ ເພື່ອໃຫ້ການຄຸ້ມຄອງຊັບພະຍາກອນໃນແມ່ນ້ຳຂອງທີ່ຍາວ 4,350 ກິໂລແມັດ.

ເຂື່ອນຊະນະຄາມມີກຳນົດທີ່ຈະສ້າງໃສ່ລຳແມ່ນ້ຳຂອງ ຢູ່ເໜືອບ້ານເວີນຄຳໃນເມືອງແກ່ນທ້າວ ແຂວງໄຊຍະບູລີ. ເຂື່ອນດັ່ງກ່າວນີ້ຄາດວ່າ ຈະພາໃຫ້ມີການຍົກຍ້າຍປະຊາຊົນ 3,000 ຄົນ ໃນ 13 ບ້ານ.

ປະຊາຊົນທີ່ອາໄສຢູ່ ໃກ້ໆກັບໂຄງການສ້າງເຂື່ອນນີ້ ກ່າວຕໍ່ RFA ວ່າ ພວກເຂົາເຈົ້າມີຄວາມເປັນຫ່ວງຢ້ານວ່າພວກເຂົາເຈົ້າຈະຖືກບັງຄັບໃຫ້ຍົກຍ້າຍແລະພວກເຂົາເຈົ້າມີຄວາມກັງວົນວ່າເຂື່ອນດັ່ງກ່າວຈະເປັນອັນຕະລາຍຕໍ່ພວກປາໃນເຂດທ້ອງຖິ່ນ.

ປະຊາຊົນຄົນນຶ່ງ ໃນເຂດເມືອງແກ່ນທ້າວ ທີ່ຂໍສະຫງວນຊື່ ກ່າວຕໍ່ RFA ວ່າ “ເຂື່ອນດັ່ງກ່າວຈະມີຜົນກະທົບທີ່ຮ້າຍແຮງຕໍ່ພວກປາ ແລະພວກເຮົາຍັງບໍ່ຮູ້ເທື່ອວ່າ ພວກເຮົາຈະໄດ້ຮັບການຊົດ ເຊີຍແບບໃດ.”

ສ່ວນປະຊາຊົນອີກຄົນນຶ່ງໃນເຂດດຽວກັນນີ້ ກໍໄດ້ສະແດງຄວາມເຫັນຫ່ວງກ່ຽວກັບເລື້ອງຊັບສິນເຮືອນຊານແລະໄຮ່ນາຮົ້ວສວນ ໂດຍກ່າວວ່າ “ພວກເຮົາຍັງບໍ່ຮູ້ຈັກວ່າ ພວກເຮົາຈະຍ້າຍໄປຢູ່ໃສ ຫຼືພວກເຮົາຈະໄດ້ຮັບການຊົດເຊີຍແບບໃດບໍລິສັດພັດທະນາເຂື່ອນກໍໄດ້ມາທີ່ນີ້ແລ້ວແລະພວກເພິ່ນກໍໄດ້ສຳຫຼວດແລະເກັບກຳຂໍ້ມູນໄປແລ້ວ.”

ລາວມີແຜນການທີ່ຈະກວດກາເບິ່ງຄວາມປອດໄພຂອງເຂື່ອນທີ່ມີຢູ່ທັງໝົດ 79 ເຂື່ອນທີ່ສ້າງໃສ່ແມ່ນ້ຳຂອງແລະແມ່ນ້ຳສາຂາຕ່າງໆ.

ເຈົ້າໜ້າທີ່ທ່ານນຶ່ງ ຂອງກະຊວງພະລັງງານແລະບໍ່ແຮ່ຂອງລາວ ກ່າວຕໍ່ RFA ໃນວັນພະຫັດແລ້ວນີ້ວ່າ “ພວກເຮົາວາງແຜນທີ່ຈະກວດກາເຂື່ອນຕ່າງໆທັງກ່ອນແລະຫຼັງລະດູຝົນ ໃນຮອບທຸກໆ 5 ປີ.”

ເຈົ້າໜ້າທີ່ກ່າວຕື່ມວ່າ “ຖ້າຫາກພົບວ່າມີການບົກຜ່ອງພວກຜູ້ສ້າງເຂື່ອນຈະຕ້ອງໄດ້ທຳການສ້ອມແປງ.”

ອີງຕາມເຈົ້າໜ້າທີ່ທ່ານນີ້ແລ້ວ ນັບແຕ່ປີ 2019 ເປັນຕົ້ນມາທາງກະຊວງໄດ້ທຳທຳການກວດກາໄປແລ້ວ 55 ເຂື່ອນ ໂດຍພົບວ່າ ມີເຂື່ອນຂະໜາດນ້ອຍ 10 ເຂື່ອນ ສ້າງບໍ່ໄດ້ມາດຕະຖານຂອງທາງກະຊວງ. ນອກນັ້ນ ທາງກະຊວງຍັງໄດ້ທຳການຝຶກຊ້ອມ ທາງດ້ານຄວາມປອດໄພ ແລະກວດກາເບິ່ງລະບົບເຕືອນໄພຂອງເຂື່ອນເຫຼົ່ານີ້ຈຳນວນນຶ່ງ.

ການກວດກາທີ່ມີມາເປັນລຳດັບ ຮວມທັງເຂື່ອນເຊປຽນ-ເຊນ້ຳນ້ອຍ ຊຶ່ງໄດ້ພັງລົງໃນເດືອນກໍລະ ກົດປີ 2018​ ນັ້ນ ໄດ້ສ້າງຄວາມຫາຍະນະທີ່ກ່າວກັນວ່າເປັນໄພນ້ຳຖ້ວມທີ່ຮ້າຍແຮງສຸດຢູ່ລາວໃນຮອບຫຼາຍໆທົດສະວັດ.

ລະດັບນ້ຳທີ່ຖ້ວມແລະຂີ້ຕົມ ເຮັດໃຫ້ 71 ຄົນເສຍຊີວິດ ແລະໄດ້ທຳລາຍບ້ານທັງໝົດຫຼືເປັນບາງສ່ວນ 19 ບ້ານ ໂດຍຊຸເອົາບ້ານເຮືອນໄປແລະເຮັດໃຫ້ເກີດໄພນ້ຳຖ້ວມຮ້າຍແຮງຢູ່ຕາມບ້ານຕ່າງໆທີ່ຕັ້ງຢູ່ລຸ່ມເຂື່ອນໃນແຂວງອັດຕະປືແລະໄກອອກໄປເຖິງປະເທດກຳປູເຈຍ.

ໃນເດືອນພຶດສະພາປີ 2019​ ຄະນະກໍາມະການກວດກາແຫ່ງຊາດ ໄດ້ໃຫ້ການອະທິບາຍຢູ່ໃນກອງປະຊຸມຖະແຫຼງຂ່າວກ່ຽວກັບສາເຫດທີ່ພາໃຫ້ເຂື່ອນພັງໂດຍກ່າວວ່າ ສາເຫດຫຼັກແມ່ນຄວາມສາມາດ ໃນການດູດຊຶມຂອງຖານຄັນຄູກັ້ນນ້ຳ ພ້ອມທັງຮູໃນບໍລິເວນອ້ອມແອ້ມແລະດິນທີ່ກັດເຊາະໄດ້ງ່າຍ.

ນອກຈາກເຂື່ອນທີ່ສ້າງໃສ່ລຳແມ່ນ້ຳຂອງແລະສາຂາຫຼາຍສິບເຂື່ອນແລ້ວ ລາວຍັງມີແຜນທີ່ຈະສ້າງເຂື່ອນຕື່ມອີກຈຳນວນນຶ່ງ ໃນຄວາມຫວັງ ເພື່ອຈະສົ່ງອອກກະແສໄຟຟ້າທີ່ຜະລິດໄດ້ ໄປຍັງປະເທດຕ່າງໆທີ່ຢູ່ໃນຂົງເຂດ.

ເຖິງແມ່ນລັດຖະບານລາວ ໄດ້ມອງເຫັນວ່າ ການຜະລິດກະແສໄຟຟ້າ ເປັນຊ່ອງທາງນຶ່ງ ທີ່ຈະເພີ້ມລາຍໄດ້ໃຫ້ແກ່ເສດຖະກິດ ຂອງປະເທດກໍຈິງຢູ່ ແຕ່ໂຄງການເຫຼົ່ານີ້ ແມ່ນເປັນບັນຫາໂຕ້ ແຍ້ງ ຍ້ອນຜົນກະທົບຕໍ່ສິ່ງແວດລ້ອມ ການຍົກຍ້າຍພວກຊາວບ້ານໂດຍບໍ່ໄດ້ຮັບເງິນຊົດເຊີຍທີ່ພຽງພໍ ແລະການຈັດແຈງທາງດ້ານການເງິນແລະຄວາມຕ້ອງການທາງດ້ານພະລັງງານຍັງມີຄຳຖາມຢູ່ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG