ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານນາງ ຈາວ ແລະ ເດໂວສ ລາອອກ ຈາກລັດຖະບານທ່ານທຣຳ ຫຼັງຈາກເຫດການວຸ້ນວາຍ ທີ່ຫໍລັດຖະສະພາ


ຮູບທ່ານນາງເອເລັນ ຈາວ (Elaine Chao) ເມື່ອວັນທີ 11 ທັນວາ 2018.
ຮູບທ່ານນາງເອເລັນ ຈາວ (Elaine Chao) ເມື່ອວັນທີ 11 ທັນວາ 2018.

ລັດຖະມົນຕີກະຊວງຂົນສົ່ງຂອງປະທານາທິບໍດີດໍໂນລ ທຣຳ ທ່ານນາງເອເລັນ ຈາວ (Elaine Chao) ໄດ້ປະກາດລາອອກໃນວັນພະຫັດວານນີ້ ຊຶ່ງເປັນລັດຖະມົນຕີໃນຄະນະລັດຖະບານຄົນທຳອິດທີ່ໄດ້ລາອອກຍ້ອນການບຸກເຂົ້າໄປໃນຫໍລັດຖະສະພາສະຫະລັດຂອງພວກປະທ້ວງທີ່ສະໜັບສະໜຸນທ່ານທຣຳ.

ທ່ານນາງຈາວ ຊຶ່ງເປັນພັນລະຍາຂອງຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານມິຈ ແມັກຄອນແນລ ທີ່ເປັນພັນທະມິດໃກ້ຊິດທາງດ້ານການເມືອງກັບທ່ານທຣຳນັ້ນກ່າວວ່າ ທ່ານນາງມີ “ຄວາມເປັນຫ່ວງຫຼາຍ” ກ່ຽວກັບຄວາມຮຸນແຮງໃນມື້ວັນພຸດ ທີ່ໄດ້ຮັບແຮງຈູງໃຈຈາກຄຳເວົ້າຂອງທ່ານທຣຳນັ້ນ.

ທ່ານນາງຈາວ ກ່າວຢູ່ໃນຖະແຫຼງການວ່າ “ມື້ວານນີ້ ປະເທດຂອງພວກເຮົາໄດ້ປະສົບພົບພໍ້ກັບເລື້ອງທີ່ໜ້າຕື່ນຕົກໃຈແລະທັງໝົດແມ່ນສາມາດຫຼີກລ່ຽງໄດ້ ໃນຂະນະທີ່ພວກສະໜັບສະໜຸນປະທານາທິບໍດີ ໄດ້ບຸກເຂົ້າໄປ ໃນຫໍລັດຖະສະພາ ຫຼັງຈາກການໂຮມຊຸມນຸມ ທີ່ທ່ານໄດ້ກ່າວຄຳປາໄສ. ໃນຂະນະທີ່ຂ້າພະເຈົ້າໝັ້ນໃຈວ່າ ນັ້ນແມ່ນເລື້ອງທີ່ໄດ້ເກີດຂຶ້ນກັບພວກທ່ານຫຼາຍໆຄົນ ມັນໄດ້ເຮັດໃຫ້ຂ້າພະເຈົ້າເປັນຫ່ວງຫຼາຍແບບທີ່ຂ້າພະເຈົ້າບໍ່ສາມາດປະມັນໄວຕໍ່ໄປອີກໄດ້.”

ໃນຕອນແລງວັນພະຫັດວານີ້ ລັດຖະມົນຕີກະຊວງສຶກສາ ທ່ານນາງແບັດຊີ ເດໂວສ (Betsy DeVos) ກໍແມ່ນລັດຖະມົນຕີຄົນທີສອງໃນຄະນະລັດຖະບານທີ່ໄດ້ລາອອກ ນຶ່ງມື້ຫຼັງຈາກເກີດຄວາມຮຸນແຮງທີ່ຫໍລັດຖະສະພາສະຫະລັດ. ທ່ານນາງໄດ້ຖິ້ມໂທດໃສ່ທ່ານທຣຳ ທີ່ເຮັດໃຫ້ຄວາມເຄັ່ງຕຶງຮ້າຍແຮງຂຶ້ນຕື່ມ.

ທ່ານນາງຈາວ ແລະທ່ານນາງເດໂວສ ແມ່ນຮວມຢູ່ໃນບັນດາຜູ້ທີ່ມີຊື່ຢູ່ໃນບັນຊີການລາອອກຈາກຕຳແໜ່ງໃນລັດຖະບານຂອງທ່ານທຣຳ ຫຼັງຈາກໄດ້ມີການບຸກເຂົ້າໄປໃນຫໍລັດຖະສະພາຂອງພວກປະທ້ວງທີ່ສະໜັບສະໜຸນທ່ານທຣໍາ ໃນຂະນະທີ່ສະພາພວມຢູ່ໃນລະຫວ່າງໃຫ້ການຢັ້ງຢືນຕໍ່ການລົງຄະແນນສຽງຂອງພວກຜູ້ແທນລັດ ໃນການເລືອກຕັ້ງເມື່ອເດືອນພະຈິກເພື່ອໃຫ້ການຢັ້ງຢືນຢ່າງເປັນທາງການ ໃນການເປັນປະທານາທິບໍດີທີ່ຖືກເລືອກໃໝ່ ຂອງທ່ານໂຈ ໄບເດັນ.

ອະດີດຫົວໜ້າທີ່ປຶກສາຂອງທຳນຽບຂາວ ທ່ານມິກ ມາລເວນີ (Mick Mulvaney) ກ່າວໃນຕອນເຊົ້າວັນພະຫັດວານນີ້ວ່າ ທ່ານໄດ້ລາອອກຈາກຕຳແໜ່ງຜູ້ຕາງໜ້າພິເສດປະຈຳໄອຣ໌ແລນເໜືອແລະກ່າວວ່າ ເຈົ້າໜ້າທີ່ຄົນອື່ນໆຂອງລັດຖະບານ ກໍພວມພິຈາລະນາທີ່ຈະລາອອກ.”

ທ່ານມາລເວນີ ກ່າວຕໍ່ໂທລະພາບ CNBC ວ່າ “ຂ້າພະເຈົ້າບໍ່ສາມາດເຮັດໄດ້ ຂ້າພະເຈົ້າຢູ່ບໍ່ໄດ້. ພວກທີ່ຕັດສິນໃຈຈະຢູ່ ແລະຂ້າພະເຈົ້າໄດ້ລົມກັບບາງຄົນ ຊຶ່ງໃນຈຳນວນນັ້ນ ເຂົາເຈົ້າຕັດສິນໃຈຢູ່ກໍຍ້ອນວ່າ ເຂົາເຈົ້າເປັນຫ່ວງຢ້ານວ່າ ປະທານາທິບໍດີອາດຈະເອົາຜູ້ໃດຜູ້ນຶ່ງທີ່ຂີ້ຮ້າຍກວ່າ ເຂົ້າໄປເຮັດວຽກຢູ່ທີ່ນັ້ນ.”

ປະທານາທິບໍດີໄດ້ຮຽກຮ້ອງໃຫ້ພວກສະໜັບສະໜຸນທ່ານເດີນຂະບວນໄປຍັງຫໍລັດຖະສະພາ ຢູ່ບ່ອນໂຮມຊຸມນຸມປະທ້ວງ ໂດຍເວົ້າວ່າ ການເລືອກຕັ້ງໄດ້ຖືກລັກຂະໂມຍ ແລະກ່າວວ່າ “ພວກເຈົ້າຈະບໍ່ສາມາດຍາດເອົາປະເທດຄືນມາໄດ້ຍ້ອນຄວາມອ່ອນແອ. ພວກເຈົ້າຕ້ອງໄດ້ສະແດງອອກເຖິງຄວາມເຂັ້ມແຂງແລະເຈົ້າຕ້ອງເຂັ້ມແຂງ.”

ໃນຕອນແລງຂອງວັນພະຫັດ ທ່ານທຣຳໄດ້ອອກວີດີໂອປະນາມການກະທຳຂອງພວກສະໜັບສະໜຸນທ່ານວ່າ “ເປັນການໂຈມຕີທີ່ຕ່ຳຊ້າຕໍ່ຫໍລັດຖະສະພາສະຫະລັດ” ໂດຍເວົ້າວ່າ ທ່ານມີ “ຄວາມໂກດແຄ້ນຕໍ່ການກໍ່ຄວາມຮຸນແຮງ ແບບບໍ່ມີກົດໝາຍ ແລະເກີດຄວາມວຸ້ນວາຍຂຶ້ນນັ້ນ.”

ມີ 4 ຄົນໄດ້ເສຍຊີວິດໃນລະຫວ່າງທີ່ເກີດຄວາມວຸ້ນວາຍຢູ່ນັ້ນ ອີງຕາມກົມຕຳຫຼວດໃນເຂດນະຄອນຫຼວງວໍຊິງຕັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG