ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເມັກຊິໂກ ໃຫ້ການອະນຸມັດ ຕໍ່ການນຳໃຊ້ແບບສຸກເສີນ ຢາວັກຊີນກັນໂຄວິດ-19 ອາສຕຣາເຊເນກາ-ອອກສ໌ຟອດ


ຜູ້ຊາຍຄົນນຶ່ງໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ທີ່ໂຮງໝໍເຊີຊີລ ທີ່ເມືອງອອກສ໌ຟອດ ປະເທດອັງກິດ ເມື່ອວັນທີ 4 ມັງກອນ 2021.
ຜູ້ຊາຍຄົນນຶ່ງໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ທີ່ໂຮງໝໍເຊີຊີລ ທີ່ເມືອງອອກສ໌ຟອດ ປະເທດອັງກິດ ເມື່ອວັນທີ 4 ມັງກອນ 2021.

ເມັກຊິໂກແມ່ນປະເທດຫຼ້າສຸດທີ່ໄດ້ໃຫ້ການອະນຸມັດຕໍ່ການນຳໃຊ້ຢາວັກຊີນກັນໂຄວິດ-19 ທີ່ໄດ້ມີການພັດທະນາຮ່ວມກັນ ລະຫວ່າງບໍລິສັດເພຊັດສະກຳຍັກໃຫຍ່ອາສຕຣາເຊເນກາ ແລະມະຫາວິທະຍາໄລອອກສ໌ຟອດຂອງອັງກິດ.

ລັດຖະມົນຕີການຕ່າງປະເທດຂອງເມັກຊິໂກ ທ່ານມາເຊໂລ ເອບຣາດ ຂຽນລົງໃນທວີດເຕີ້ວ່າ “ມັນເປັນຂ່າວດີແທ້ໆ” ທີ່ລັດຖະບານໄດ້ໃຫ້ການອະນຸມັດຕໍ່ການນຳໃຊ້ສຸກເສີນຢາວັກຊີນໃນວັນຈັນທີ່ຜ່ານມານີ້ ແລະກ່າວຕື່ມວ່າ “ການຜະລິດຈະເລີ້ມຂຶ້ນຢູ່ທີ່ເມັກຊິໂກໃນໄວໆນີ້.”

ຢາວັກຊີນອາສຕຣາເຊເນກາ (AstraZeneca) ແມ່ນຢາວັກຊີນຊະນິດທີສອງທີ່ທາງການເມັກຊິໂກໄດ້ໃຫ້ການອະນຸມັດນອກຈາກຢາວັກຊີນຂອງບໍລິສັດຟາຍເຊີ-ໄບໂອເອັນເທັກແລ້ວ.

ການທົດລອງໃນຂັ້ນສຸດທ້າຍຂອງຢາວັກຊີນອາສຕຣາເຊເນກາຮ່ວມກັບມະຫາວິທະຍາໄລອອກສ໌ຟອດ ສະແດງໃຫ້ເຫັນວ່າ ມັນມີຜົນ 70 ເປີເຊັນຕໍ່ໂຄວິດ-19. ຢາວັກຊີນນີ້ມີປະສິດທິພາບໃນອັດຕາ 62 ເປີເຊັນ ສຳລັບພວກທີ່ເຂົ້າຮ່ວມຊຶ່ງມີການສັກຢາເຕັມສອງເຂັມ ແຕ່ການທົດລອງນຶ່ງອີກຕ່າງຫາກເປີດເຜີຍວ່າ ມັນມີປະສິດທິຜົນ 90 ເປີເຊັນ ເມື່ອມີການສັກຢາດັ່ງກ່າວອີກເຄິ່ງໂດສຫຼັງຈາກໄດ້ສັກຢານັ້ນແລ້ວເຕັມໂດສ ສອງສາມອາທິດຕໍ່ມາ.

ບໍ່ຄືກັນກັບຢາວັກຊີນຂອງບໍລິສັດຟາຍເຊີ-ໄບໂອເອັນເທັກ ທີ່ຕ້ອງໄດ້ເກັບຮັກສາໄວ້ຢູ່ຕູ້ເຢັນທີ່ເຢັນຫຼາຍຄືລົບ 70 ອົງສາແຊລເຊິສ ຢາວັກຊີນທີ່ຫາກໍໄດ້ຮັບການອະນຸມັດນີ້ ສາມາດເກັບຮັກສາໄວ້ໃນອຸນຫະພູມຕາມປົກກະຕິ 2 ຫາ 8 ອົງສາແຊລເຊິສ ຊຶ່ງເຮັດໃຫ້ເປັນການງ່າຍຂຶ້ນສຳລັບການຂົນສົ່ງແລະສັກໃຫ້ຜູ້ຄົນຢູ່ໃນປະເທດທີ່ທຸກຍາກແລະເຂດສອກຫຼີກຫ່າງໄກ.

ຜູ້ຊາຍຄົນນຶ່ງອາຍຸ 82 ປີທີ່ໂຮງໝໍເຊີຊິລ (Churchill) ຂອງມະຫາວິທະຍາໄລອອກສ໌ຟອດ ແມ່ນບຸກຄົນທຳອິດທີ່ໄດ້ຮັບການສັກຢາວັກຊີນອາສຕຣາເຊເນກາ. ເຈົ້າໜ້າທີ່ອັງກິດກ່າວວ່າ ເວລານີ້ມີຢາວັກຊີນ 5 ແສນໂດສພ້ອມແລ້ວທີ່ຈະຖືກນຳໃຊ້. ນອກນັ້ນຢາວັກຊີນດັ່ງກ່າວ ຍັງໄດ້ຮັບອະນຸມັດໃຫ້ມີການນຳໃຊ້ສຸກເສີນຢູ່ທີ່ປະເທດອິນເດຍ ແລະອາເຈັນຕີນາ.

ສ່ວນຢາວັກຊີນຂອງບໍລິສັດຟາຍເຊີ ໄດ້ມີການສັກໃຫ້ພວກເຈົ້າໜ້າທີ່ຮັກສາສຸຂະພາບຈຳນວນນຶ່ງຢູ່ໃນປະເທດອັງກິດແລະສະຫະລັດ. ແຕ່ການນຳໃຊ້ຢາວັກຊີນໃໝ່ເຫຼົ່ານີ້ຢູ່ໃນທົ່ວໂລກໄດ້ມີການຊັກຊາກວ່າທີ່ຄາດໝາຍໄວ້ຢູ່ໃນຫຼາຍໆປະເທດຍ້ອນລະບຽບການ ແລະບັນຫາໃນດ້ານການຈັດສົ່ງ ການໃຫ້ການອະນຸມັດທີ່ຊັກຊ້າຂອງອົງການຄຸ້ມຄອງກົດລະບຽບ ແລະ ການຂາດແຄນພະນັກງານຮັກສາສຸ ຂະພາບທີ່ມີຄຸນນະສົມບັດເພື່ອທຳການສັກຢາໃຫ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG