ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຕະຫຼາດຮຸ້ນເອເຊຍ ມີລາຄາສູງຂຶ້ນອີກ ເປັນມື້ທີສອງ ໃນວັນອັງຄານມື້ນີ້


ຜູ້ຕາງໜ້າທະນາຄານຄົນນຶ່ງ ແລະລູກຄ້າທີ່ໃສ່ໜ້າກາກ ນັ່ງໃກ້ໆກະດານເອເລັກໂຕຣນິກ ທີ່ສະແດງໃຫ້ເຫັນລາຄາຮຸ້ນຕ່າງໆຂອງໂລກ ທີ່ຮ້ານຊັບພະສິນຄ້າແຫ່ງນຶ່ງໃນບາງກອກ ເມື່ອວັນທີ 15 ມີນາ 2020.
ຜູ້ຕາງໜ້າທະນາຄານຄົນນຶ່ງ ແລະລູກຄ້າທີ່ໃສ່ໜ້າກາກ ນັ່ງໃກ້ໆກະດານເອເລັກໂຕຣນິກ ທີ່ສະແດງໃຫ້ເຫັນລາຄາຮຸ້ນຕ່າງໆຂອງໂລກ ທີ່ຮ້ານຊັບພະສິນຄ້າແຫ່ງນຶ່ງໃນບາງກອກ ເມື່ອວັນທີ 15 ມີນາ 2020.

ດັດຊະນີຮຸ້ນນິກເກອິຂອງຍີປຸ່ນ ເປັນຜູ້ນຳໜ້າຕະຫຼາດການເງິນຂອງເອເຊຍເປັນມື້ທີສອງລຽນຕິດ ຊຶ່ງມີລາຄາສູງຂຶ້ນຢ່າງແຂງຂັນໃນວັນອັງຄານມື້ນີ້ ຍ້ອນການລົງນາມຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນແຜນການກະຕຸກຊຸກຍູ້ເສດຖະກິດ ທີ່ມີການຄອຍຄອງຖ້າມາເປັນເວລາດົນນານແລ້ວນັ້ນ.

ດັດຊະນີຮຸ້ນນິກເກອິມີລາຄາສູງຂຶ້ນ 2.6 ເປີເຊັນໃນການຊື້ຂາຍກັນມື້ນີ້ ຊຶ່ງເປັນລາຄາສູງສຸດຂອງຮຸ້ນດັ່ງກ່າວໃນຮອບ 30 ປີ. ສ່ວນດັດຊະນີຮຸ້ນ S&P/ASX ມີລາຄາສູງຂຶ້ນ 0.5 ເປີເຊັນ ແລະດັດຊະນີິຮຸ້ນ KOSPI ຂອງເກົາຫຼີໃຕ້ກໍມີລາຄາສູງຂຶ້ນ 0.4 ເປີເຊັນ ໃນຕອນອັດຕະຫຼາດ.

ສ່ວນຢູ່ແຫ່ງອື່ນໆໃນຂົງເຂດເອເຊຍນັ້ນ ດັດຊະນີຮຸ້ນປະສົມໃນນະຄອນຊຽງໄຮ້ມີລາຄາຕົກ 0.5 ເປີເຊັນ ໃນຂະນະທີ່ດັດຊະນີຮຸ້ນ TSEC ຂອງໄຕ້ຫວັນຫລຸດລົງ 11 ຈຸດ ແຕ່ກໍບໍ່ມີການປ່ຽນແປງເມື່ອເວົ້າເຖິງອັດຕາສ່ວນຮ້ອຍແລ້ວ.

ໃນການຄ້າຂາຍເມື່ອຕອນບ່າຍຂອງມື້ນີ້ ດັດຊະນີຮຸ້ນຮາງເຊັງຂອງຮົງກົງ ມີລາຄາສູງຂຶ້ນ 0.8 ເປີເຊັນ ໃນຂະນະທີ່ຮຸ້ນ SENSEX ຂອງມູມບາຍສູງຂຶ້ນ 0.5ເປີເຊັນ.

ໃນການຊື້ຂາຍສິນຄ້າອື່ນໆນັ້ນ ຄຳຍັງມີລາຄາບໍ່ປ່ຽນແປງ ຄື 1,882 ໂດລາຕໍ່ 1 ອອນ. ນໍ້າມັນດິບຂອງສະຫະລັດ ຂາຍກັນໃນລາຄາ 48.05 ໂດລາຕໍ່ນຶ່ງຖັງຂຶ້ນ 0.9 ເຊັນ ແລະນ້ຳມັນດິບເບຣັນທ໌ ຂາຍກັນໃນລາຄາ 51.27 ໂດລາຕໍ່ຖັງຂຶ້ນ 0.8 ເປີເຊັນ.

ຮຸ້ນທີ່ສຳຄັນໆທັງສາມຂອງສະຫະລັດ ແມ່ນມີແນວໂນ້ມໄປໃນທາງບວກ ສຳລັບການຊື້ຂາຍກັນໃນອະນາຄົດ.

Japan’s benchmark Nikkei index led Asian financial markets on a second consecutive day of solid gains Tuesday, sparked by U.S. President Donald Trump’s signing of the long-awaited economic stimulus package.

The Nikkei finished the day’s trading 2.6% higher, the index’s highest mark in 30 years. Australia’s S&P/ASX index was up 0.5%, and the KOSPI index in South Korea closed 0.4% higher.

Elsewhere in the region, Shanghai’s Composite index dropped 0.5%, while Taiwan’s TSEC index dropped 11 points, but was unchanged percentage-wise (-0.08%).

In late afternoon trading, Hong Kong’s Hang Seng index is 0.8% higher, while Mumbai’s Sensex is up 0.5%.

In commodities trading, gold is unchanged at $1,882.00 an ounce (+0.09). U.S. crude oil is selling at $48.05 per barrel, up 0.9%, and Brent crude oil is selling at $51.27 per barrel, up 0.8%.

All three major U.S. indices are trending positively in futures trading.

XS
SM
MD
LG