ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການອະນາໄມໂລກ ຮຽກຮ້ອງໃຫ້ປະເທດຕ່າງໆ ກະກຽມເພື່ອຮັບມືກັບໂຣກລະບາດ ໃນອະນາຄົດ


ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ ທ່ານເທໂດຣສ ອາດານອມ ເກເບຣເຢຊຸສ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ ທີ່ນະຄອນເຈນີວາ.
ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ ທ່ານເທໂດຣສ ອາດານອມ ເກເບຣເຢຊຸສ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ ທີ່ນະຄອນເຈນີວາ.

ອົງການອະນາໄມໂລກ ກໍາລັງຮຽກຮ້ອງໃຫ້ປະເທດຕ່າງໆ ກຽມຮັບມືກັບໂຣກລະບາດ ທີ່ອາດບໍ່ສາມາດຫຼີກລ່ຽງໄດ້ໃນອະນາຄົດ ໃນຂະນະທີ່ອົງການດັ່ງກ່າວລະນຶກເຖິງວັນຄົບຮອບຄັ້ງທຳອິດໃນການກຽມພ້ອມຂອງສາກົນເພື່ອຮັບ ມື ກັບໂຣກລະບາດ. Lisa Schlein ມີລາຍງານເລື້ອງນີ້ ຈາກນະຄອນເຈນີວາ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ທ່ານເທໂດຣສ ອາດານອມ ເກເບຣເຢຊຸດ (Tedros Adhanom Ghe- breyesus) ຫົວໜ້າອົງການອະນາໄມໂລກ ກ່າວວ່າ:

“ຖ້າພວກເຮົາລົ້ມແຫຼວ ບໍ່ທຳການກະກຽມ ພວກເຮົາກໍກະກຽມ ທີ່ຈະປະສົບກັບຄວາມລົ້ມແຫຼວ ...ໃນປີກາຍນີ້ຄະນະກຳມະການທີ່ຕິດຕາມເບິ່ງຄວາມພ້ອມຂອງໂລກ ໄດ້ພິມເຜີຍແຜ່ລາຍງານສະບັບທຳອິດຂອງຕົນ ຊຶ່ງສະຫຼຸບວ່າ ໂລກຂອງເຮົາຍັງເປັນບ່ອນທີ່ບໍ່ມີການກະກຽມທີ່ໜ້າເປັນຫ່ວງເພື່ອຮັບມືກັບໂຣກລະບາດຢູ່ໃນທົ່ວໂລກ.”

ໃນຖະແຫຼງການທາງວີດີໂອ ເພື່ອເປີດຕົວວັນກຽມພ້ອມຂອງສາກົນເພື່ອຮັບມືກັບໂຣກລະບາດ ຫົວໜ້າອົງການອະນາໄມໂລກ ທ່ານເທໂດຣສ ອາດານອມ ເກເບຣເຢຊຸດ ຫົວໜ້າອົງການອະນາໄມໂລກ ໄດ້ເຕືອນປະເທດຕ່າງໆກ່ຽວກັບຄວາມບໍ່ພຽບພ້ອມ ໃນການຮັບມືກັບໂຣກລະບາດຊະນິດນຶ່ງໄປສູ່ການຮັບມືກັບອີກຊະນິດນຶ່ງ ໃນຂະນະທີ່ບໍ່ໄດ້ມີການກະກຽມ ແລະປ້ອງກັນ ບໍ່ໃຫ້ໂຣກລະບາດເກີດຂຶ້ນ. ທ່ານເອີ້ນເຫດການດັ່ງກ່າວວ່າ ສາຍຕາສັ້ນທີ່ເປັນອັນຕະລາຍ.

ນຶ່ງປີ ຫຼັງຈາກໄດ້ມີການພົບເຫັນ ທີ່ເມືອງວູຫານ ໃນປະເທດຈີນ ໄວຣັສໂຄໂຣນາ ກໍໄດ້ແຜ່ລະ ບາດ ຢ່າງກວ້າງຂວາງ ແລະມີຜົນກະທົບຕໍ່ສຸຂະພາບຂອງຜູ້ຄົນຢູ່ໃນທົ່ວໂລກແລະຄວາມຢູ່ດີກິນດີທາງດ້ານເສດຖະກິດແມ່ນໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ.

ໂຕເລກຫຼ້າສຸດຂອງອົງການອະນາໄມໂລກ ສະແດງໃຫ້ເຫັນວ່າ ມີຜູ້ຕິດພະຍາດນີ້ຫຼາຍກວ່າ 80 ລ້ານກໍລະນີ ຮວມທັງ 1 ລ້ານ 7 ແສນຄົນທີ່ເສຍຊີວິດ.

ເຖິງແມ່ນໄດ້ມີສະຖິິຕິທີ່ໜ້າສະຫຼົດໃຈດັ່ງກ່າວກໍຈິງ ແຕ່ການພັດທະນາຢາວັກຊີນທີ່ມີປະສິດທິຜົນແລະປອດໄພ ພວມພາໃຫ້ມີຄວາມຫວັງວ່າໂຣກລະບາດໂຄວິດ-19 ຈະຖືກຈັດໃຫ້ເຂົ້າໄປຢູ່ໃນປື້ມປະຫວັດສາດ ໃນອີກສອງສາມເດືອນຂ້າງໜ້ານີ້. ໃນຂະນະທີ່ທ່ານເທໂດຣສ ມີຄວາມຫວັງແບບດຽວກັນນີ້ ແຕ່ທ່ານກໍໄດ້ແນະນຳໃຫ້ຜູ້ຄົນ ຫຼຸດຄວາມເຫັນໄປໃນແງ່ດີ ຂອງພວກເຂົາເຈົ້າລົງ. ທ່ານເທໂດຣສ ກ່າວກ່ຽວກັບເລື້ອງນີ້ຕື່ມວ່າ:

“ປະຫວັດສາດບອກພວກເຮົາໃຫ້ຮູ້ວ່າ ນີ້ຈະບໍ່ແມ່ນໂຣກລະບາດຊະນິດສຸດທ້າຍ ແລະໂຣກລະບາດ ແມ່ນຄວາມຈິງຂອງຊີວິດ ທຸກໆປະເທດຕ້ອງໄດ້ລົງທຶນ ໃນການກະກຽມຄວາມສາມາດເພື່ອປ້ອງກັນ ກວດຫາ ແລະຊ່ວຍບັນເທົາຫຼຸດຜ່ອນເຫດການສຸກເສີນທຸກໆຊະນິດ ບໍ່ວ່າມັນຈະເປັນໂຣກລະບາດທີ່ເກີດຕາມທຳມະຊາດ ຫຼືເກີດຂຶ້ນດ້ວຍຄວາມຈົງໃຈ.”

ຫົວໜ້າອົງການອະນາໄມໂລກກ່າວວ່າ ມີທາງດຽວເທົ່ານັ້ນທີ່ຈະເອົາຊະນະໂຣກບາດທີ່ພວມເກີດຂຶ້ນໃນເວລານີ້ ແລະການກະກຽມສຳລັບຄັ້ງຕໍ່ໄປ ກໍແມ່ນຫໃຫ້ທຸກໆປະເທດເຮັດວຽກຮ່ວມກັນດ້ວຍຄວາມຈິງໃຈແລະຄວາມສາມັກຄີິເປັນນ້ຳນຶ່ງໃຈດຽວກັນ. ທ່ານກ່າວຕື່ມວ່າ ນີ້ແມ່ນໝາຍຄວາມວ່າ ໃຫ້ມີສ່ວນພົວພັນ ແລະໃຫ້ການເຄົາລົບເຖິງຄວາມຈຳເປັນຂອງທຸກໆປະເທດ ທັງຮັ່ງມີແລະທຸກຍາກກໍບໍ່ຕ່າງຫຍັງກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG