ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງ ຍົກເລີກການຫ້າມເດີນທາງ ມາຈາກປະເທດອັງກິດ


ບ່ອນຢຸດຂອງອຸໂມງຢູໂຣບ ທີ່ລົດບັນທຸກຢຸດກວດ ກ່ອນຖືກສົ່ງຂຶ້ນລົດໄຟຂົນສົ່ງ ຈາກຝຣັ່ງໄປອັງກິດ ເມື່ອວັນທີ 22 ທັນວາ 2020.
ບ່ອນຢຸດຂອງອຸໂມງຢູໂຣບ ທີ່ລົດບັນທຸກຢຸດກວດ ກ່ອນຖືກສົ່ງຂຶ້ນລົດໄຟຂົນສົ່ງ ຈາກຝຣັ່ງໄປອັງກິດ ເມື່ອວັນທີ 22 ທັນວາ 2020.

ຝຣັ່ງເລີ້ມອະນຸຍາດໃຫ້ຜູ້ຄົນຈາກປະເທດອັງກິດ ເຂົ້າປະເທດຄືນອີກໃນວັນພຸດວານນີ້ ຫຼັງຈາກໄດ້ມີຄຳສັ່ງຫ້າມເປັນເວລາຫຼາຍໆມື້ຊຶ່ງທາງການຂອງຝຣັ່ງແລະປະເທດຕ່າງໆໃນຢູໂຣບໄດ້ຫ້າມບໍ່ໃຫ້ມີການເດີນທາງເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນໃໝ່ຈາກປະເທດອັງກິດ.

ພວກທີ່ເດີນທາງເຂົ້າມາໃນປະເທດຝຣັ່ງ ຕ້ອງໄດ້ກວດໂຄວິດ-19 ມີຜົນເປັນລົບພາຍໃນໄລຍະເວລາບໍ່ຮອດ 72 ຊົ່ວໂມງ.

ການຫ້າມດັ່ງກ່າວນີ້ ບໍ່ພຽງແຕ່ໄດ້ຢຸດການຫຼັ່ງໄຫຼຂອງຜູ້ຄົນ ຂ້າມຊາຍແດນເທົ່ານັ້ນ ແຕ່ຍັງເປັນສາເຫດພາໃຫ້ມີການລົບກວນ ຕໍ່ການຂົນສົ່ງຂ້າມຊາຍແດນຂະ ໜາດໃຫຍ່ ລະຫວ່າງປະເທດທັງສອງ ທີ່ພາໃຫ້ ມີຄວາມຢ້ານກົວວ່າ ຈະກໍ່ໃຫ້ເກີດການຂາດແຄນອາຫານການກິນແລະສິນຄ້າອື່ນໆອີກດ້ວຍ.

ປະເທດອັງກິດ ຝຣັ່ງ ແລະສະຫະພາບຢູໂຣບຫຼືອີຢູ ໄດ້ບັນລຸການຕົກລົງກັນໃນຕອນແລງວັນອັງຄານຜ່ານມາ ທີ່ແຜ້ວທາງໃຫ້ມີການຍົກເລີກການຫ້າມເດີນທາງດັ່ງກ່າວ.

ຄະນະກຳມາທິການຢູໂຣບໄດ້ສະເໜີແນະໃນຕອນເຊົ້າຂອງວັນອັງຄານນີ້ວ່າ ປະເທດຕ່າງໆຄວນຢຸດເຊົາ ການຫ້າມຂອງພວກເຂົາເຈົ້າ ທີ່ເລີ້ມຂຶ້ນໃນວັນອາທິດຜ່າມາ ໃນຂະນະດຽວກັນກໍມີການແນະນຳເຊັ່ນດຽວກັນວ່າ ໃຫ້ລະງັບການເດີນທາງທີ່ບໍ່ ຈຳໄປ ທັງໄປແລະກັບຈາກປະເທດອັງກິດໃນເວລານີ້.

ບັນດາເຈົ້າໜ້າທີ່ຂອງອັງກິດໄດ້ກວດພົບເຊື້ອໄວຣັສສາຍພັນໃໝ່ໃນອາທິດແລ້ວນີ້ ແລະໄດ້ເຮັດວຽກຢ່າງໃກ້ຊິດກັບອົງການອະນາໄມໂລກ. ການລະບຸໃນເບື້ອງ ຕົ້ນ ກໍແມ່ນວ່າ ເຊື້ອໄວຣັສດັ່ງກ່າວໄດ້ແຜ່ລາມໄວກວ່າເຊື້ອໄວຣັສສາຍພັນເກົ່າ ແຕ່ບັນດາເຈົ້າໜ້າທີ່ອົງການອະນາໄມໂລກໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນຈັນຜ່ານມານີ້ວ່າ ຍັງບໍ່ມີຫຼັກຖານໃດໆສະແດງໃຫ້ເຫັນເທື່ອວ່າເຊື້ອໄວຣັສດັ່ງກ່າວນີ້ ມີຄວາມຮ້າຍແຮງ ແລະ ເປັນອັນຕະລາຍກວ່າເກົ່າ.

ພວກເຈົ້າໜ້າທີ່ກ່າວວ່າ ເຊື້ອໄວຣັສພັດທະນາຕົນເອງກາຍເປັນສາຍພັນໃໝ່ຢູ່ຕະຫຼອດເວລາ ແລະວິທີທາງທີ່ດີທີ່ສຸດໃນການປ້ອງກັນບໍ່ໃຫ້ເກີດຂຶ້ນ ກໍມີແຕ່ຫາທາງບໍ່ໃຫ້ມັນແຜ່ລະບາດອອກໄປເທົ່ານັ້ນ.

ພວກເຈົ້າໜ້າທີ່ກ່າວວ່າ ເຊື້ອໄວຣັສທີ່ກາຍພັນນັ້ນ ໄດ້ຖືກກວດພົບໃນສອງສາມກໍລະນີໃນປະເທດ ແບລຈ້ຽມ ເດັນມາກ ອີຕາລີ ແລະ ເນເທີແລນ.

ຫົວໜ້າສະຖາບັນ ຄວບຄຸມໂຣກຕິດຕໍ່ ຂອງເຢຍຣະມັນ ທ່ານໂຣເບີດ ຄອຈ (Robert Koch) ໄດ້ກ່າວໃນວັນອັງຄານຜ່ານມານີ້ວ່າ ອີງຕາມຂໍ້ເທັດຈິງເຫຼົ່ານັ້ນ ມັນມີຄວາມເປັນໄປໄດ້ວ່າ ເຊື້ອໄວຣັສທີ່ກາຍພັນດັ່ງກ່າວແມ່ນໄດ້ແຜ່ລາມ ໄປເຖິງປະເທດເຢຍຣະມັນແລ້ວເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG