ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານຍີປຸ່ນ ເຫັນພ້ອມ ໃນການໃຊ້ຈ່າຍເພີ້ມຂຶ້ນ ດ້ານປ້ອງກັນປະເທດ ທ່າມກາງໄພຂົ່ມຂູ່ ທີ່ອາດມີຂຶ້ນ


ນາຍົກລັດຖະມົນຕີຍີ່ປຸ່ນ ທານໂຢຊິຮິເດະ ຊູກະ ນັ່ງຢູ່ເທິງເຮືອບິນລົບ F-4EJ Kai ຂອງກຳລັງປ້ອງກັນໂຕທາງອາກາດຍີປຸ່ນ ທີ່ຖານທັບອາກາດ ອີຣູມະ ທີ່ເມືອງຊາຢາມະ ທາງພາກຕາເວັນຕົກສຽງເໜືອຂອງຍີ່ປຸ່ນ ເມື່ອວັນທີ 28 ພະຈິກ 2020.
ນາຍົກລັດຖະມົນຕີຍີ່ປຸ່ນ ທານໂຢຊິຮິເດະ ຊູກະ ນັ່ງຢູ່ເທິງເຮືອບິນລົບ F-4EJ Kai ຂອງກຳລັງປ້ອງກັນໂຕທາງອາກາດຍີປຸ່ນ ທີ່ຖານທັບອາກາດ ອີຣູມະ ທີ່ເມືອງຊາຢາມະ ທາງພາກຕາເວັນຕົກສຽງເໜືອຂອງຍີ່ປຸ່ນ ເມື່ອວັນທີ 28 ພະຈິກ 2020.

ຄະນະລັດຖະບານຍີປຸ່ນ ໄດ້ໃຫ້ການອະນຸມັດ ຕໍ່ການເພີ້ມຂຶ້ນຂອງງົບປະມານ ດ້ານປ້ອງກັນປະເທດເປັນປີທີ 9 ລຽນຕິດໃນຂະນະທີ່ລັດຖະບານເພີ້ມເງິນທຶນສຳລັບການພັດທະນາລູກສອນໄຟຄຣູສແລະເຮືອບິນລົບທີ່ເຣດ້າຈັບບໍ່ໄດ້ເພື່ອຕໍ່ຕ້ານໄພຂົ່ມຂູ່ທີ່ອາດມາຈາກຈີນແລະເກົາຫຼີເໜືອ.

ງົບປະມານ ທີ່ສູງເປັນປະຫວັດການ ໃນມູນຄ່າ 5.34 ພັນຕື້ເຢນ ຫລື 51 ພັນ 700 ລ້ານໂດລາ ສໍາລັບປີ 2021 ແມ່ນເປັນງົບປະມານຊຸດທໍາອິດພາຍໃຕ້ລັດ ຖະບານ ຂອງນາຍົກລັດຖະມົນຕີ ໂຢຊິຮິເດ ຊູກະ ແລະເພີ້ມຂຶ້ນ 1.1 ເປີເຊັນຈາກງົບປະມານຂອງປີນີ້. ມີກຳນົດວ່າ ສະພາແຫ່ງຊາດຈະໃຫ້ການອະນຸມັດໃນຕົ້ນປີໜ້າ ອັນເປັນພາກສ່ວນນຶ່ງ ຂອງງົບປະມານແຫ່ງຊາດມູນຄ່າ 106 ພັນຕື້ເຢນ ຫຼື 1.03 ພັນຕື້ໂດລາ ສຳລັບສົກງົບປະມານທີ່ຈະເລີ້ມຂຶ້ນໃນເດືອນເມສາປີ 2021.

ເງິນກ້ອນໃຫຍ່ໃນແຜນການງົບປະມານ ແມ່ນຈະນຳໄປເສີມສ້າງຄວາມສາມາດທາງດ້ານລູກສອນໄຟຂອງຍີ່ປຸ່ນ ຮວມທັງ 33 ພັນ 500 ລ້ານເຢນ ແມ່ນຈະນຳໄປພັດທະນາລູກສອນໄຟຕໍ່ຕ້ານກຳປັ່ນໃນໄລຍະທີ່ໄກອອກໄປຕື່ມທີ່ສາມາດຍິງຈາກກຳປັ່ນ ຫຼືເຮືອບິນລົບ ໃນຂະນະທີ່ອີກ 14 ພັນ 900 ລ້ານເຢນ ແມ່ນເພື່ອນຳໄປຊື້ລູກສອນໄຟ JSM ໃນລັດສະໝີທີ່ໄກອອກໄປສຳລັບເຮືອບິນລົບທີ່ເຣດ້າຈັບບໍ່ໄດ້ F-35.

ນັ້ນແມ່ນສ່ວນນຶ່ງຂອງໂຄງການໃໝ່ ເພື່ອສະກັດກັ້ນລູກສອນໄຟຂອງຍີປຸ່ນທີ່ຈັດຕັ້ງຂຶ້ນໂດຍລັດຖະບານທ່ານຊູກະ ທີ່ຈະອຳນວຍໃຫ້ຍິີປຸ່ນສາມາດຂະຫຍາຍການຕິດຕັ້ງລູກສອນໄຟຢູ່ໃນຂົງເຂດຕ່າງໆ ຮວມທັງພວກໝູ່ເກາະໝູ່ດອນ ທີ່ຢູ່ພາຍໃຕ້ການຄວບຄຸມຂອງຕົນ ໃນເຂດທະເລຈີນຕາເວັນອອກ ຊຶ່ງໄດ້ມີການອ້າງເອົາກຳມະສິດໂດຍປັກກິ່ງເຊັ່ນດຽວກັນ.

ລັດຖະບານທ່ານຊູກະ ຍັງສືບຕໍ່ດຳເນີນນະໂຍບາຍຂອງລັດຖະມົນຕີຄົນກ່ອນ ຄືທ່ານຊິນໂຊ ອາເບະ ທີ່ໄດ້ເນັ້ນໜັກເຖິງຄວາມສຳຄັນ ດ້ານການທະຫານ. ພາຍໃຕ້ການນຳພາເປັນເວລາ 8 ປີຂອງທ່ານອາເບະ ຍີປຸ່ນໄດ້ຂະຫຍາຍບົດບາດໃນດ້ານການທະຫານລະຫວ່າງປະເທດທ່າມກາງໄພຂົ່ມຂູ່ທີ່ມອງກັນມາຈາກເກົາຫລີເໜືອແລະຈີນ.

ຍີປຸ່ນ ໄດ້ຮຽກຮ້ອງຊ້ຳແລ້ວຊ້ຳອີກວ່າ ສອງປະເທດເພື່ອນບ້ານດັ່ງກ່າວເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງພາກພື້ນແລະໄດ້ສຶກສາເບິ່ງຄວາມເປັນໄປໄດ້ໃນການພັດທະນາຄວາມສາມາດໃນການໂຈມຕີແບບລົງມືກ່ອນຕໍ່ຖານທັບຂອງພວກສັດຕູເພື່ອປ້ອງກັນຕໍ່ການໂຈມຕີທີ່ອາດມີຂຶ້ນນັ້ນ.

ພາຍໃຕ້ການນຳພາຂອງທ່ານອາເບະ ຍັງໄດ້ຊື້ເຮືອບິນລົບ F-35 ທີ່ເຣດ້າຈັບບໍ່ໄດ້ ແລະລະບົບປ້ອງກັນລູກສອນໄຟຂອງອາເມຣິກັນຕື່ມຂຶ້ນ ທີ່ກອງກຳລັງປ້ອງກັນໂຕຂອງຍີປຸ່ນ ໄດ້ປະຕິບັດງານຮ່ວມກັນ ກັບກຳລັງຂອງອາເມຣິກັນຫຼາຍຂຶ້ນ.ໃນປີ 2015 ທ່ານອາເບະ ໄດ້ຕີຄວາມໝາຍ ຂອງລັດຖະທຳມະນູນ ທີ່ຮັກສັນຕິຂອງຍີປຸ່ນຄືນໃໝ່ ໂດຍອະນຸຍາດໃຫ້ປະເທດດັ່ງກ່າວໃຊ້ກຳລັງໃນການປ້ອງກັນຕົນເອງແລະພັນທະມິດໄດ້.

ສຳລັບສົກງົບປະມານປີ 2021 ນີ້ ຍີປຸ່ນຈະໃຊ້ເງິນ 65 ພັນລ້ານເຢນ ຫຼື 630 ລ້ານໂດລາ ຊື້ເຮືອບິນລົບ F-35B ສອງລຳແລະເຮືອບິນລົບ F-35A 4 ລໍາ​ອັນເປັນພາກສ່ວນນຶ່ງຂອງແຜນການ ທີ່ຈະຊື້ອເຮືອບິນລົບ F-35 ທັງໝົດຫຼາຍກວ່າ 150 ລຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG