ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານທ່ານທຣຳ ແລະທ່ານໄບເດັນ ຕ່າງກໍໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ການໂຈມຕີທາງໄຊເບີ້ ເທື່ອຫຼ້າສຸດ


ຮູບແປ້ນອັກສອນຄອມພິວເຕີ້ ທີ່ມີແສງສະແດງໃຫ້ເຫັນເຖິງລະຫັດທາງໄຊເບີ້ ຖ່າຍເມື່ອວັນທີ 1 ມີນາ 2017.
REUTERS/Kacper Pempel/Illustration/File Photo
ຮູບແປ້ນອັກສອນຄອມພິວເຕີ້ ທີ່ມີແສງສະແດງໃຫ້ເຫັນເຖິງລະຫັດທາງໄຊເບີ້ ຖ່າຍເມື່ອວັນທີ 1 ມີນາ 2017. REUTERS/Kacper Pempel/Illustration/File Photo

ລັດຖະບານຂອງປະທານາທິບໍດີດໍໂນລ ທຣຳ ແລະປະທານາທິບໍດີທີ່ຖືກເລືອກໃໝ່ຂອງສະຫະ ລັດ ທ່ານໂຈ ໄບເດັນ ຕ່າງກໍໄດ້ສະແດງ ຄວາມເປັນຫ່ວງຄັ້ງໃໝ່ ໃນວັນພະຫັດວານນີ້ ກ່ຽວກັບການລຸກລ້ຳຢ່າງກວ້າງຂວາງເຂົ້າໄປໃນລະບົບຄອມພິວເຕີ້ທົ່ວໂລກ ທີ່ພວກເຈົ້າໜ້າທີ່ສົງໄສວ່າ ຣັດເຊຍເປັນຜູ້ກະທຳ.

ໜ່ວຍຮັກສາຄວາມໝັ້ນຄົງທາງດ້ານໄຊເບີ້ ຂອງກະຊວງຮັກສາຄວາມປອດໄພພາຍໃນສະຫະ ລັດກ່າວວ່າ ການໂຈມຕີດັ່ງກ່າວນີ້ “ພາໃຫ້ເກີດຄວາມສ່ຽງຢ່າງຮ້າຍແຮງຕໍ່ລັດຖະບານກາງ ລັດຖະບານລັດ ລັດຖະບານທ້ອງຖິ່ນ ລັດຖບານເຂດຊົນເຜົ່າ ແລະລັດຖະບານຂອງດິນແດນຕ່າງໆ ຕະຫລອດທັງພື້ນຖານໂຄງລ່າງ ຂອງໜ່ວຍງານຕ່າງໆແລະອົງການຈັດຕັ້ງຂອງພາກເອກກະຊົນ.”

ລາຍງານສະບັບໃໝ່ໃນວັນພະຫັດວານນີ້ກ່າວວ່າ ກະຊວງພະລັງງານແລະບໍລິສັດໄມໂຄຣຊອຟ ແມ່ນຮວມຢູ່ໃນບັນດາສະຖານທີ່ຕ່າງໆທີ່ຖືກໂຈມຕີ. ກະຊວງການເງິນ ແລະກະຊວງການຄ້າຂອງສະຫະລັດ ໄດ້ຖືກລະບຸວ່າເປັນບ່ອນທີ່ຖືກໂຈມຕີກ່ອນໝູ່ໝົດ.

ການຊັ່ງຊາເບິ່ງຄວາມເສຍຫາຍໃນວັນພະຫັດວານນີ້ໂດຍອົງການຄວາມໝັ້ນຄົງທາງດ້ານໄຊເບີ້ແລະພື້ນຖານໂຄງລ່າງຫຼື CISA ແມ່ນໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງ ນັບຕັ້ງແຕ່ໄດ້ມີຂ່າວກ່ຽວກັບການໂຈມຕີ ໄດ້ປາກົດອອກມາໃຫ້ເຫັນ ໃນວັນທ້າຍສັບປະດາແລ້ວນີ້.

ໜ່ວຍຮັກສາຄວາມໝັ້ນຄົງທາງໄຊເບີ້ເຕືອນວ່າ ການກຳຈັດມາລແວທີ່ຖືກສົ່ງເຂົ້າໄປໃນຕາໜ່າງ ຊອຟແວນັ້ນ ແມ່ນ “ສະຫຼັບຊັບຊ້ອນ ແລະມີຄວາມທ້າທາຍເປັນຢ່າງສູງ.”

ກະຊວງພະລັງງານກ່າວວ່າ ການໂຈມຕີດັ່ງກ່າວ ມີຜົນກະທົບແຕ່ສະເພາະຕາ ໜ່າງທຸລະກິດຂອງຕົນເທົ່ານັ້ນ.

ທ່ານນາງເຊລິນ ຮາຍນ໌ (Shaylyn Hynes) ໂຄສົກຂອງກະຊວງພະລັງງານ ກ່າວຢູ່ໃນຖະແຫຼງຂ່າວວ່າ “ມາຮອດຈຸດນີ້ ການສືບສວນໄດ້ພົບວ່າ ມີມາລແວຖືກແຍກໃຫ້ຢູ່ ແຕ່ໃນຕາໜ່າງທຸລະ ກິດເທົ່ານັ້ນ ແລະບໍ່ໄດ້ມີຜົນກະທົບແນວໃດຕໍ່ການປະຕິບັດງານທີ່ຈຳເປັນສຳລັບວຽກງານດ້ານຄວາມໝັ້ນຄົງແຫ່ງຊາດຂອງທາງກະຊວງ.”

ອົງການຂ່າວຣອຍເຕີ້ລາຍງານໃນວັນພະຫັດວານນີ້ວ່າ ບໍລິສັດເທັກໂນໂລຈີຍັກໃຫຍ່ເອກກະຊົນໄມໂຄຣຊອຟ (Microsoft) ກໍໄດ້ຮັບຜົນກະທົບຈາກການໂຈມຕີ ແຕ່ກໍບໍ່ສາມາດໃຫ້ການຢືນຢັນໄດ້ວ່າມີຜົນກະທົບໃນຂອບເຂດທີ່ກວ້າງຂວາງປານໃດ.

ທ່ານໄບເດັນຊຶ່ງມີກຳນົດຈະສາບານຕົວເຂົ້າເປັນປະທານາທິບໍດີຄົນທີ 46 ຂອງສະຫະລັດໃນວັນທີ 20 ມັງກອນນີ້ ກ່າວວ່າ “ມີຫຼາຍຢ່າງທີິ່ພວກເຮົາຍັງບໍ່ທັນຮູ້ເທື່ອ ແຕ່ສິ່ງທີ່ພວກເຮົາຮູ້ ແມ່ນເປັນເລື້ອງທີ່ໜ້າເປັນຫ່ວງຫຼາຍ.”

ທ່ານໄບເດັນກ່າວວ່າ ທ່ານໄດ້ “ສັ່ງໃຫ້ຄະນະທີມງານຂອງທ່ານ ຮຽນຮູ້ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ກ່ຽວກັບການໂຈມຕີດັ່ງກ່າວ” ແລະກໍໄດ້ກ່າວຊົມເຊີຍພວກລັດຖະກອນອາຊີບພົນລະເຮືອນ “ທີ່ພວມເຮັດວຽກຕະຫຼອດຊາວສີ່ຊົ່ວໂມງ ເພື່ອຮັບມືກັບການໂຈມຕີນີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG