ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ລະບຸຊື່ ສະວິດເຊີແລນ ແລະຫວຽດນາມ ເປັນປະເທດ ທີ່ຄວບຄຸມເງິນຕາ ເພື່ອຄວາມໄດ້ປຽບ


ແມ່ຍິງຄົນນຶ່ງຍ່າງຜ່ານປ້າຍກະດານອີເລັກໂຕຣນິກ ທີ່ສະແດງໃຫ້ເຫັນອັດຕາການແລກປ່ຽນເງິນຢູໂຣ ແລະໂດລາ ກັບເງິນຣູບຂອງຣັດເຊຍ ທີ່ນະຄອນຫຼວງມົສກູ ເມື່ອວັນທີ 2 ພະຈິກ 2020.
ແມ່ຍິງຄົນນຶ່ງຍ່າງຜ່ານປ້າຍກະດານອີເລັກໂຕຣນິກ ທີ່ສະແດງໃຫ້ເຫັນອັດຕາການແລກປ່ຽນເງິນຢູໂຣ ແລະໂດລາ ກັບເງິນຣູບຂອງຣັດເຊຍ ທີ່ນະຄອນຫຼວງມົສກູ ເມື່ອວັນທີ 2 ພະຈິກ 2020.

ສະຫະລັດລະບຸວ່າ ສະວິດເຊີແລນ ແລະຫວຽດນາມ ເປັນປະເທດທີ່ປະຕິບັດແບບບໍ່ເປັນທຳ ທາງດ້ານການເງິນເພື່ອເຮັດໃຫ້ຕົນໄດ້ປຽບທາງດ້ານການຄ້າ ໃນການກ່າວຫາທີ່ເວົ້າວ່າ ປະເທດທັງສອງ ແຊກແຊ ງເຂົ້າໃນຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ທີ່ໄດ້ພາໃຫ້ມີການຂັດແຍ້ງ ກັບຄູ່ການຄ້າທັງສອງ.

ທັງສອງປະເທດໄດ້ຖືກລະບຸ ໃນມື້ວັນພຸດວານນີ້ວ່າ ເປັນຜູ້ປະຕິບັດແບບບໍ່ເປັນທຳຫຼືບົງການທາງດ້ານການເງິນເພື່ອສ້າງຄວາມໄດ້ປຽບຢູ່ໃນລາຍງານປະຈຳປີທີ່ແນໃສ່ເພື່ອຫາທາງຍຸຕິປະເທດຕ່າງໆບໍ່ໃຫ້ແຊກແຊງເຂົ້າໃນການເງິນເຂົາເຈົ້າເພື່ອສ້າງຄວາມໄດ້ປຽບແບບບໍ່ເປັນທຳທາງດ້ານການຄ້າ.

ນີ້ແມ່ນເທື່ອທຳອິດທີ່ສະຫະລັດໄດ້ລະບຸຊື່ຂອງປະເທດອື່ນວ່າເປັນຜູ້ບົງການທາງດ້ານການເງິນເພື່ອສ້າງຄວາມໄດ້ປຽບນັບຕັ້ງແຕ່ເດືອນສິງຫາປີ 2019 ເປັນຕົ້ນມາ ເວລາຈີນໄດ້ຖືກລະບຸວ່າເປັນຜູ້ກະທຳການດັ່ງກ່າວໃນຂະນະທີ່ມີການພົວພັນຢ່າງຂຸ້ນຂ້ຽວໃນການເຈລະຈາທາງດ້ານການຄ້າກັບສະຫະລັດ.

ວໍຊິງຕັນໄດ້ຍົກເລີກການລະບຸດັ່ງກ່າວໃນເດືອນມັງກອນຜ່ານມາຫຼັງຈາກປະເທດທັງສອງ ໄດ້ບັນລຸຂໍ້ຕົກລົງທາງດ້ານການຄ້າ ແຕ່ເງິນຢວນຂອງຈີນ ຍັງມີຊື່ຢູ່ໃນບັນຊີຂອງກະຊວງການເງິນ ທີ່ສະຫະລັດຈະຕ້ອງໄດ້ຈັບຕາເບິ່ງ.

ລາຍງານເວົ້າວ່າ ສະວິດເຊີແລນແລະຫວຽດນາມແມ່ນເປັນພຽງ 2 ປະເທດເທົ່ານັ້ນ ທີ່ຖືກຕາມເກນກຳນົດທັງ 3 ຂໍ້ກ່ອນຈະຖືກລະບຸວ່າເປັນຜູ້ບົງການທາງດ້ານການເງິນອັນເປັນການເຄື່ອນໄຫວທີ່ພາໃຫ້ມີການເຈລະຈາກັນໃນປີໜ້າ. ຖ້າຫາກຕົກລົງກັນບໍ່ໄດ້ ສະຫະລັດອາດຈະທຳການຂວ້ຳບາດທາງດ້ານເສດຖະກິດຕໍ່ປະເທດທັງສອງກໍເປັນໄດ້.

ສຳລັບປະເທດອື່ນໆທີ່ມີຊື່ຢູ່ໃນບັນຊີ ທີ່ສະຫະລັດຈະຕ້ອງໄດ້ຈັບຕາເບິ່ງນັ້ນ ກໍມີ ອິນເດຍ ອິີຕາລີ ເກົາຫຼີ ຍີ່ປຸ່ນ ເກົາຫຼີໃຕ້ ເຢຍຣະມັນ ສິງກະໂປ ມາເລເຊຍ ໄຕ້ຫວັນ ແລະປະເທດໄທ.

ລາຍງານດັ່ງກ່າວແມ່ນເປັນສະບັບສຸດທ້າຍສຳລັບລັດຖະບານຂອງປະທານາທິບໍດີທຣຳຕ້ອງເຮັດ ໂດຍຈະປ່ອຍໃຫ້ລັດຖະມົນຕີກະຊວງການເງິນສະຫະລັດຂອງປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ເປັນຜູ້ຕັດສິນໃຈວ່າ ຈະສືບຕໍ່ການລະບຸຊື່ດັ່ງກ່າວຫຼືບໍ່.

ແຕ່ເຈົ້າໜ້າທີ່ອະວຸໂສຂອງກະຊວງການເງິນກ່າວວ່າ ທ່ານນາງແຈແນັດ ແຢລ-ເລັນ ທີ່ທ່ານໄບເດັນສະເໜີຊື່ໃຫ້ເປັນລັດຖະມົນຕີກະຊວງການເງິນນັ້ນ ຍັງບໍ່ທັນມີການແຈ້ງ ກ່ຽວກັບການລະບຸຊື່ດັ່ງກ່າວ ດັ່ງນັ້ນການຕັດສິນໃຈຈຶ່ງຂຶ້ນຢູ່ນຳລັດຖະບານຂອງທ່ານທຣຳ ອີງຕາມລາຍງານຂ່າວຂອງໜັງສືພິມນິວຢອກໄທມ໌.

ລາຍງານຊຶ່ງໄດ້ກວມເອົາກິດຈະກຳຂອງຕະຫຼາດແຕ່ເດືອນກໍລະກົດ 2019 ຫາເດືອນມິຖຸນາ 2020 ໄດ້ຖືກພິມເຜີຍແຜ່ ໃນລະຫວ່າງທີ່ເກີດໂຣກລະບາດໄວຣັສໂຮໂຣນາ ທີ່ໄດ້ເຮັດໃຫ້ເສດຖະກິດຂອງໂລກອ່ອນແອລົງໃນປີນີ້ ແລະໄດ້ກໍ່ໃຫ້ເກີດສະພາບການປັ່ນປ່ວນຢູ່ໃນຕະຫຼາດແລກປ່ຽນເງິນຕາຕ່າງປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG