ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຄັບຊູລ ຂອງຍານອະວະກາດຍີ່ປຸ່ນ ທີ່ບັນຈຸຕົວຢ່າງ ຂອງຫີນແອັສເຕີຣອຍ ມາເຖິງພາກໃຕ້ອອສເຕຣເລຍ


ສະມາຊິກຂອງໂຄງການພວມພາກັນສະຫຼອງຄວາມສຳເລັດ ທີ່ວິທະຍາເຂດ JAXA's Sagamihara ປະເທດຍີ່ປຸ່ນເມື່ອວັນທີ 5 ທັນວາ 2020.
ສະມາຊິກຂອງໂຄງການພວມພາກັນສະຫຼອງຄວາມສຳເລັດ ທີ່ວິທະຍາເຂດ JAXA's Sagamihara ປະເທດຍີ່ປຸ່ນເມື່ອວັນທີ 5 ທັນວາ 2020.

ອົງການອະວະກາດຂອງຍີ່ປຸ່ນ ກ່າວວ່າ ເຮືອນບິນເຮລີຄອບເຕີ້ທີ່ບັນທຸກຄະນະຊອກຄົ້ນຫາຂອງຕົນ ໄດ້ເກັບກູ້ເອົາແຄັບຊູລ ທີ່ບັນຈຸຕົວຢ່າງຈາກໂງ່ນຫີນທີ່ໂຄ ຈອນອ້ອມດວງອາທິດ ທີ່ເອີ້ນວ່າ ແອັດເຕີຣອຍ (Asteroid) ທີ່ໄດ້ກັບຄືນມາສູ່ໂລກໃນເຂດສອກຫຼີກຫ່າງໄກແຫ່ງນຶ່ງ ໃນພາກໃຕ້ຂອງອອສເຕຣເລຍ ອີງຕາມລາຍງານຂອງອົງການຂ່າວເອພີ.

ຍານອະວະກາດຮາຢາບູຊະ 2 (Hayabusa 2) ໄດ້ສົ່ງແຄບຊູລດັ່ງກ່າວດ້ວຍຄວາມສຳເລັດຜົນ ໃນວັນເສົາວານນີ້ ໃຫ້ກັບຄືນມາຍັງໂລກມະນຸດເຮົາ ເພື່ອນຳເອົາຕົວຢ່າງ ຂອງໂງ່ນຫີນຈາກໄລຍະໄກ ທີ່ອາດໃຫ້ຮ່ອງຮອຍເຖິງທີ່ມາຕົ້ນຕໍ ຂອງລະບົບສຸຣິຍະຈັກກະວານແລະຊີວິດຢູ່ເທິງດາວນົບພະເຄາະຂອງເຮົາ.

ການກັບຄືນມາຂອງແຄັບຊູລ ພ້ອມດ້ວຍຕົວຢ່າງອັນທຳອິດທີ່ຢູ່ໃຕ້ພື້ນຜິວຂອງໂງ່ນຫີນແອັສເຕີຣອຍ ມີຂຶ້ນບໍ່ເທົ່າໃດອາທິດຫຼັງຈາກຍານອະວະກາດຂອງອົງການນາຊາ (NASA) ໄດ້ລົງຈອດແລະຊ້ວນເອົາດິນ ທີ່ຢູ່ເທິງພື້ນຜິວຂອງແອັສເຕີຣອຍເບັນນູ (Bennu) ແລະຈີນກໍກ່າວໃນອາທິດແລ້ວນີ້ວ່າ ຍານສຳຫຼວດຂອງຕົນ ໄດ້ລົງຈອດແລະເກັບກຳເອົາຕົວຢ່າງທີ່ຢູ່ໃຕ້ພື້ນຜິວຂອງດວງເດືອນ ໃນຂະນະທີ່ປະເທດທີ່ມີຄວາມສາມາດໃນການພັດທະນາອະວະກາດ ພວມແຂ່ງຂັນກັນ ໃນການປະຕິບັດງານຂອງພວກເຂົາເຈົ້າ.

Japan's space agency says its helicopter search team has retrieved a capsule carrying asteroid samples after it successfully landed in a remote area in southern Australia. The spacecraft Hayabusa2 successfully released the small capsule on Saturday and sent it toward Earth to deliver samples from a distant asteroid that could provide clues to the origin of the solar system and life on our planet. The return of the capsule with the world's first asteroid subsurface samples comes weeks after NASA's spacecraft made a successful touch-and-go grab of surface samples from asteroid Bennu. And China this week said its lunar lander collected underground samples, as space developing nations compete in their missions. (AP)

XS
SM
MD
LG