ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີຄຳຖາມ ເກີດຂຶ້ນຢ່າງຫຼວງຫຼາຍ ໃນຂະນະທີ່ ສະໄໝການດຳລົງຕຳແໜ່ງ ຂອງ ປ. ທຣຳ ພວມຈະສິ້ນສຸດລົງ


ປະທານາທິບໍດີດໍໂນລ ທຣຳ ໃນລະຫວ່າງພິທີ ມອບຫຼຽນໄຊອິດສະຫຼະພາບປະທານາທິບໍດີ ໃຫ້ແກ່ອະດີດໂຄສເຕະບານ Lou Holtz ທີ່ທຳນຽບຂາວ ເມື່ອວັນທີ 3 ທັນວາ 2020.
ປະທານາທິບໍດີດໍໂນລ ທຣຳ ໃນລະຫວ່າງພິທີ ມອບຫຼຽນໄຊອິດສະຫຼະພາບປະທານາທິບໍດີ ໃຫ້ແກ່ອະດີດໂຄສເຕະບານ Lou Holtz ທີ່ທຳນຽບຂາວ ເມື່ອວັນທີ 3 ທັນວາ 2020.

ຍັງອີກບໍ່ຮອດ 7 ອາທິດ ກ່ອນທີ່ສະໄໝການດຳລົງຕຳແໜ່ງເປັນເວລາ 4 ປີຂອງທ່ານຈະໝົດລົງ ກໍເກີດມີຄຳຖາມຕ່າງໆກ່ຽວກັບປະທານາທິບໍດີສະຫະລັດທ່ານດໍໂນລ ທຣຳ.

ທ່ານຈະຍອມຮັບໃນການເສຍໄຊ ຕໍ່ຜູ້ທີ່ຄາດວ່າ ຈະຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານໂຈ ໄບເດັນ ຫຼືບໍ່?

ມາຮອດປັດຈຸບັນ ທ່ານທຣຳຍັງບໍ່ທັນໄດ້ຍອມຮັບເທື່ອ ຫຼືວ່າມັນບໍ່ຈຳເປັນ. ການຍອມຮັບມັນເປັນພຽງປະເພນີແບບສຸພາບ ທີ່ເຄີຍປະຕິບັດກັນມາ ໃນການເລືອກຕັ້ງ ປະທານາທິ ບໍດີ ຂອງສະຫະລັດ ຊຶ່ງຜູ້ສະໝັກທີ່ເສຍໄຊຍອມຮັບຢ່າງເປັນການຈະແຈ້ງແລະກໍສະແດງ ຄວາມຍິນດີຕໍ່ຜູ້ທີ່ຊະນະ.

ແຕ່ແນວໃດກໍຕາມ ທ່ານທຣຳ ບໍ່ໄດ້ສະແດງຮ່ອງຮອຍໃດໆໃຫ້ເຫັນຢ່າງຈະແຈ້ງວ່າທ່ານໄດ້ເສຍໄຊໃນການເລືອກຕັ້ງ ເຖິງແມ່ນພວກເຈົ້າໜ້າທີ່ຂອງລັດ ຫຼັງຈາກລັດທີ່ມີການເລືອກຕັ້ງ ໄດ້ປະກາດໃຫ້ທ່ານໄບເດັນເປັນຜູ້ຊະນະ ຢູ່ໃນບັນດາລັດທີ່ເປັນສະໝໍລະພູມສູ້ລົບທາງການເມືອງ ຊຶ່ງຈະນຳພາໄປສູ່ການສາບານໂຕເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ ເປັນທານາທິບໍດີຄົນທີ 46 ຂອງປະເທດ ກໍຕາມ.

ແຕ່ແທນທີ່ຈະເປັນຈັ່ງຊັ້ນ ທ່ານທຣຳໄດ້ກ່າວອ້າງຊ້ຳແລ້ວຊ້ຳອີກວ່າການເລືອກຕັ້ງໄດ້ມີການສໍ້ໂກງຄະແນນ ແລະທ່ານໄດ້ຖືກໂກງ ເພື່ອບໍ່ໃຫ້ເຂົ້າຮັບຕຳແໜ່ງເປັນສະໄໝທີສອງ. ໃນວັນພຸດຜ່ານມານີ້ ທ່ານໄດ້ອອກວີດີໂອຍາວ 46 ນາທີ ຊຶ່ງເຕັມໄປດ້ວຍການກ່າວອ້າງທີ່ບໍ່ຖືກຕ້ອງກ່ຽວກັບການປ່ອນບັດ ແລະການນັບບັດຄະແນນສຽງທີ່ຜິດປົກກະຕິ ແລະພະຍາຍາມທີ່ຈະພິສູດວ່າ ທີ່ຈິງແລ້ວທ່ານເປັນຜູ້ຊະນະ.

ທ່ານທຣຳ ກ່າວອ້າງວ່າ “ມີການເອົາບັດຄະແນນສຽງ ມາໂຍນໃສ່ ເປັນຈຳນວນຫຼວງຫຼາຍ ສ່ວນ ໃຫຍ່ແລ້ວແມ່ນຂອງທ່ານໄບເດັນ ເກືອບທັງໝົດແມ່ນຂອງທ່ານໄບເດັນ ແລະມາຮອດມື້ນີ້ ທຸກໆຄົນພະຍາຍາມຄິດຢູ່ວ່າມັນມາຈາກໃສ? ແຕ່ຂ້າພະເຈົ້າເລີ້ມຕົ້ນດ້ວຍການນຳໜ້າຢ່າງຫຼວງຫຼາຍ (ໃນຫຼາຍຊົ່ວໂມງຫຼັງຈາກການປ່ອນບັດອັດລົງແລ້ວ) ໄປສູ່ການເສຍໄຊໜ້ອຍນຶ່ງ” ໃນໄລຍະຫຼາຍມື້ຕໍ່ມາ.

ການມີຄະແນນນຳໜ້າ ທີ່ຫລຸດລົງຂອງທ່ານທຣຳ ສາມາດໃຫ້ການອະທິບາຍໄດ້ຢ່າງງ່າຍໆ ຍ້ອນຄວາມຈິງທີ່ວ່າ ການປ່ອນບັດທາງໄປສະນີ ເປັນຈຳນວນຫຼວງຫຼາຍ ຊຶ່ງທ່ານໄດ້ຕ້ອງຕິນັ້ນ ສ່ວນໃຫຍ່ແລ້ວແມ່ນມີທ່າອຽງໄປທາງທ່ານໄບເດັນແລະໃຊ້ເວລາຫຼາຍໆຈຶ່ງນັບແລ້ວຊຶ່ງໃນບາງຄັ້ງຍ້ອນເຈົ້າໜ້າທີ່ຂອງລັດຖືກຫ້າມບໍ່ໃຫ້ນັບບັດ ທີ່ມີການປ່ອນລ່ວງໜ້າ ຈົນເທົ່າຮອດມື້ເລືອກຕັ້ງ ຫຼື ຫຼັງຈາກການປ່ອນບັດໄດ້ອັດລົງແລ້ວ.

ທ່ານທຣຳ ແລະຄະນະໂຄສະນາຫາສຽງຂອງທ່ານ ບໍ່ໄດ້ປະສົບຄວາມກ້າວໜ້າໃດໆທາງດ້ານກົດໝາຍ ໃນການພິສູດຄະດີ ຢູ່ໃນບັນດາລັດທີ່ເປັນສະໝໍລະພູມໃນການສູ້ລົບທາງການເມືອງ ທີ່ຫັນໄປສູ່ການໄດ້ປຽບ ຂອງທ່ານໄບເດັນ. ການເສຍໄຊເທື່ອຫຼ້າສຸດ ແມ່ນສານສູງສຸດຂອງລັດວິສຄອນຊິນ ໄດ້ປະຕິເສດໃນວັນພະຫັດວານນີ້ ທີ່ຈະຮັບຟັງຄະດີການຟ້ອງຮ້ອງຂອງທ່ານ ທີ່ພະຍາຍາມຈະຕ່າວປີ້ນການສູນເສຍ 20,000 ຄະແນນສຽງໂດຍກ່າວວ່າ ກ່ອນອື່ນໝົດຕ້ອງໄດ້ຮັບການພິຈາລະຈາຈາກສານຊັ້ນຕົ້ນກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG