ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ສົ່ງຍານສຳຫຼວດ ໄປລົງຈອດ ເກັບກຳເອົາດິນຕົວຢ່າງ ຢູ່ເທິງດວງເດືອນ


ພວກຄົນງານເຕົ້າໂຮມກັນ ທີ່ຖານສົ່ງຍານອະວະກາດເວັນຈາງ (Wenchang) ຢູ່ແຂວງໄຮນັງ ທາງພາກໃຕ້ຂອງຈີນ ເມື່ອວັນຈັນ ທີ 23 ພະຈິກ 2020.
ພວກຄົນງານເຕົ້າໂຮມກັນ ທີ່ຖານສົ່ງຍານອະວະກາດເວັນຈາງ (Wenchang) ຢູ່ແຂວງໄຮນັງ ທາງພາກໃຕ້ຂອງຈີນ ເມື່ອວັນຈັນ ທີ 23 ພະຈິກ 2020.

ຈີນໄດ້ສົ່ງຍານສຳຫຼວດທີ່ບໍ່ມີຄົນຂັບ ໄປຍັງດວງເດືອນ ດ້ວຍຄວາມສຳເລັດຜົນໃນວັນຈັນວານນີ້ ເພື່ອລົງຈອດ ເກັບກຳເອົາດິນ ແລະຫີນຕົວຢ່າງຢູ່ທີ່ນັ້ນ ແລ້ວກໍກັບຄືນມາສູ່ໂລກ.

ຖ້າຫາກປະສົບຄວາມສຳເລັດ ມັນຈະເປັນການປະຕິບັດງານເທື່ອທຳອິດຂອງປະເທດໃດກໍຕາມ ທີ່ຈະໄປເກັບກຳເອົາດິນຕົວຢ່າງ ຈາກພື້ນຜິວຂອງດວງເດືອນ ນັບແຕ່ຊຸມປີ 1970 ເປັນຕົ້ນມາ ແລະ ຈີນ ກໍເປັນປະເທດທີ 3 ຫຼັງຈາກສະຫະລັດ ແລະຣັດເຊຍ ທີ່ໄດ້ໄປເກັບກຳເອົາດິນຕົວຢ່າງຢູ່ທີ່ນັ້ນມາແລ້ວ.

ຍານອະວະກາດສາງເອີ 5 ຊຶ່ງຕັ້ງຊື່ ຕາມຊື່ເທບພະເຈົ້າຍິງແຫ່ງດວງເດືອນຈະຊອກຫາທາງເກັບກຳເອົາວັດຖຸທີ່ສາມາດຊ່ວຍພວກນັກວິທະຍາສາດໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບທີ່ມາ ແລະການເກີດຂຶ້ນຂອງດວງເດືອນ.

ອົງການອະວະກາດ ຫຼື NASA ຂອງສະຫະລັດ ກ່າວວ່າ ເປົ້າໝາຍຂອງການປະຕິບັດງານກໍແມ່ນລົງຈອດ ໃນບ່ອນທີ່ບໍ່ມີປະເທດໃດລົງຈອດມາກ່ອນທີ່ຮູ້ກັນໃນຊື່ວ່າ ມະຫາສະໝຸດລົມພາຍຸ ຫຼື Oceanus Procellarum ແລະປະຕິບັດງານທີ່ນັ້ນເປັນເວລານຶ່ງມື້ຂອງດວງເດືອນຊຶ່ງທໍ່ກັບ 14 ມື້ຂອງໂລກມະນຸດເຮົາ ແລະກັບຄືນມາສູ່ໂລກ ພ້ອມດ້ວຍຕົວຢ່າງດິນຈາກທີ່ນັ້ນໜັກ 2 ກິໂລ ຊຶ່ງບາງທີອາດຈະເປັນດິນທີ່ຢູ່ເລິກເຖິງ 2 ແມັດ.

ທ່ານແມັດ ໄຊເກລີ (Matt Siegler) ນັກວິທະຍາສາດ ທີ່ທຳການຄົ້ນຄວ້າຢູ່ທີ່ສະຖາບັນວິທະຍາສາດດາວເຄາະ ທີ່ລັດອາຣີໂຊນາ ຊຶ່ງບໍ່ໄດ້ເປັນສ່ວນນຶ່ງຂອງການປະຕິບັດງານຍານສຳຫຼວດສາງເອີ 5 ກ່າວຕໍ່ອົງການຂ່າວຣອຍເຕີ້ວ່າບ່ອນ ທີ່ຍານສຳຫລວດຈະລົງຈອດນັ້ນ ແມ່ນມີອາຍຸເກົ່າແກ່ເຖິງ 2 ພັນລ້ານປີ.

ທ່ານໄຊເກລີ ກ່າວຕື່ມວ່າ “ນັ້ນແມ່ນມີອາຍຸອ່ອນຫຼາຍ ສຳລັບດວງເດືອນ ຊຶ່ງດິນຕົວຢ່າງ ສ່ວນ ໃຫຍ່ຂອງພວກເຮົາ ແມ່ນມີອາຍຸ 3 ພັນ 500 ລ້ານປີ ຫຼືແກ່ກວ່ານັ້ນຂຶ້ນໄປ. ພວກເຮົາຢາກຮູ້ຈັກວ່າ ມີຄວາມພິເສດກ່ຽວກັບເຂດດັ່ງກ່າວນີ້ ແລະເປັນຫຍັງມັນຈຶ່ງຍັງມີຄວາມອຸ່ນ ຫຼາຍກວ່າເຂດອື່ນໆຂອງດວງເດືອນ.”

ຕົວຢ່າງຂອງດິນຈາກດວງເດືອນຈະຖືກສົ່ງກັບຄືນມາຍັງໂລກແລະລົງຈອດທີ່ທົ່ງຫຍ້າ ສີສີຫວັງ ແບບເນີ (Siziwang Banner) ຢູ່ໃນເຂດມົງໂກເລຍໃນ ຂອງຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG