ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວມິດງຽບ ໃນການພົບປະລະຫວ່າງ ປ. ທຣຳ ກັບ ລັດຖະມົນນຕີ ອິນໂດເນເຊຍ


ປ. ດໍໂນລ ທຣຳ ພົບປະກັບ ລັດຖະມົນຕີປະສານງານ ຮັບຜິດຊອບການເດີນເຮືອທະເລ ທ່ານລູຮຸຕ ບິນຊາຣ ປານໄຈຖານ ເມື່ອວັນທີ 17 ພະຈິກ 2020. (Photo courtesy Indonesian Coordinating Ministry for Maritime and Investment Affairs)
ປ. ດໍໂນລ ທຣຳ ພົບປະກັບ ລັດຖະມົນຕີປະສານງານ ຮັບຜິດຊອບການເດີນເຮືອທະເລ ທ່ານລູຮຸຕ ບິນຊາຣ ປານໄຈຖານ ເມື່ອວັນທີ 17 ພະຈິກ 2020. (Photo courtesy Indonesian Coordinating Ministry for Maritime and Investment Affairs)

ປະທານາທິບໍດີ ດໍໂນລ ທຣຳ ໄດ້ພົບປະກັບລັດຖະມົນຕີຜູ້ປະສານງານຮັບຜິດຊອບ ດ້ານການເດີນເຮືອທາງທະເລ ແລະການລົງທຶນ ທ່ານລູຮຸຕ ບິນຊາຣ ປານໄຈຖານ ໃນວັນອັງຄານຜ່ານມາ ເປັນການພົບປະ ທີ່ທຳນຽບຂາວ ບໍ່ໄດ້ ລວມຢູ່ໃນໝາຍກຳນົດການຂອງປະທານາທິບໍດີ ແລະບໍ່ໄດ້ໃຫ້ຄຳເຫັນໃດໆກ່ຽວກັບເລື້ອງນີ້.

ບັນດາທີ່ປຶກສາຂອງທຳນຽບຂາວ ທ່ານນາງອີວັງກາ ທຣຳ ແລະທ່ານຈາເຣດ ຄຸສເນີ ພ້ອມດ້ວຍ ຫົວໜ້າບໍລິຫານຂອງອົງການພັດທະນາການຮ່ວມມືດ້ານການເງິນສາກົນຂອງສະຫະລັດ ຫຼື DFC ທ່ານອາດຳ ໂບເລີ ຍັງໄດ້ມີໜ້າຢູ່ໃນການພົບປະດັ່ງກ່າວ ອີງຕາມຖະແຫລງການແລະພາບຖ່າຍຕ່າງໆ ຂອງກອງປະຊຸມທີ່ໄດ້ສະໜອງໂດຍລັດຖະບານອິນໂດເນເຊຍ.

“ໃນນາມຂອງປະທານາທິບໍດີ ໂຈໂກ ວີໂດໂດ ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນແລະຂອບອົກຂອບໃຈ ຕໍ່ປະທານາທິບໍດີ ດໍໂນລ ທຣຳ” ທ່ານປານໄຈຖານ ໄດ້ກ່າວໄປ ຜູ້ທີ່ສ່ວນໃຫຍ່ແລ້ວຖືກເອີ້ນວ່າ ເປັນ “ລັດຖະມົນຕີສຳລັບທຸກສິ່ງທຸກຢ່າງ” ຍ້ອນປະຫວັດດ້ານປະສົບການດ້ານການເມືອງທີ່ກວ້າງຂວາງຂອງທ່ານນັ້ນ. ທ່ານກ່າວຕໍ່ໄປວ່າ “ບໍ່ວ່າຜົນການເລືອກຕັ້ງ ຢ່າງເປັນທາງການຂອງສະຫະລັດ ຈະອອກມາແນວໃດກໍຕາມ ມິດຕະພບ ຕ້ອງຖືກຮັກສາໄວ້. ພວກເຮົາຈະເປັນເພື່ອນມິດຢູ່ສະເໝີ. ຂ້າພະເຈົ້າຫວັງວ່າ ການສື່ສານທີ່ດີກັບທຳນຽບຂາວນີ້ ຍັງສາມາດເສີມຂະຫຍາຍໄດ້ ຫຼັງຈາກເດືອນມັງກອນ 2021.”

ທ່ານປານໄຈຖານ ໄດ້ກ່າວວ່າ ທ່ານແລະທ່ານທຣຳ ໄດ້ປຶກສາຫາລືກ່ຽວກັບ “ການຮ່ວມມືດ້ານເສດຖະກິດເພີ້ມຂຶ້ນ” ລະຫວ່າງທັງສອງປະເທດ ໂດຍສະເພາະຫຼັງຈາກທີ່ວໍຊິງຕັນ ໄດ້ສະເໜີໃຫ້ອິນໂດເນເຊຍ ລະບົບທົ່ວໄປຂອງສິດທິພິເສດ ຊຶ່ງເປັນຖານະພິເສດດ້ານການຄ້າ ເມື່ອຕົ້ນເດືອນນີ້. ໃນວັນພຸດວານນີ້ ອິນໂດເນເຊຍ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການໃຫ້ທຶນສຳລັບພື້ນຖານໂຄງລ່າງ ມູນຄ່າ 750 ລ້ານໂດລາ ກັບທະນາຄານຂາອອກຂາເຂົ້າ ຂອງລັດຖະບານສະຫະລັດ.

ໃນພິທີອື່ນໆຕ່າງຫາກ ທ່ານປານໄຈຖານ ໄດ້ພົບປະກັບຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຜູ້ທີ່ອີງຕາມລັດຖະບານຂອງອິນໂດເນເຊຍແລ້ວ ໄດ້ສະເໜີ “ການຮ່ວມມືຮ່ວມກັນໃນການຜະລິດຢາວັກຊີນ ລະຫວ່າງບັນດາບໍລິສັດຂອງອາເມຣິກາແລະອິນໂດເນເຊຍ” ແລະພ້ອມກັບ ທ່ານໂຣເບີດ ໂອໄບຣແອນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ເພື່ອປຶກສາຫາລືກ່ຽວກັບ “ພາຄີຍຸດທະສາດ” ໃນດ້ານການປ້ອງກັນ ແລະເທັກໂນໂລຈີ.

ທຳນຽບຂາວໄດ້ປະຕິເສດທີ່ຈະສະໜອງຄຳເຫັນແກ່ການສອບຖາມຂອງວີໂອເອ ກ່ຽວກັບກອງປະຊຸມດັ່ງກ່າວ. ມັນຍັງບໍ່ເປັນຈະແຈ້ງວ່າ ແມ່ນຫຍັງໄດ້ຖືກສະເໜີທີ່ເປັນເງິື່ອນໄຂໃນດ້ານຂອງການຮ່ວມມືຜະລິດຢາວັກຊີນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG