ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອິນເດຍ ທີ່ບ້ານເກີດ ບັນພະບຸລຸຸດ ຂອງທ່ານນາງແຮຣິສ ທີ່ຄາດວ່າ ຈະຊະນະການເລືອກຕັ້ງນັ້ນ ມີຄວາມຊື່ນຊົມຍິນດີ


ພວກແມ່ຍິງໄປໂຮມກັນ ເພື່ອສະຫຼອງໄຊຊະນະຂອງທ່ານນາງຄາມາລາ ແຮຣິສ ທີ່ບ້ານເພນການາດູ (Painganadu) ໃກ້ໆບ້ານທູລາເຊັນດຣາປູຣາມ (Thulasendrapuram) ບ່ອນທີ່ປູ່ຂອງທ່ານນາງແຮຣິສເກີດ ໃນລັດທະມິລນາດູ ໃນພາກໃຕ້ອິນເດຍ ເມື່ອວັນທີ 8 ພະຈິກ 2020.
ພວກແມ່ຍິງໄປໂຮມກັນ ເພື່ອສະຫຼອງໄຊຊະນະຂອງທ່ານນາງຄາມາລາ ແຮຣິສ ທີ່ບ້ານເພນການາດູ (Painganadu) ໃກ້ໆບ້ານທູລາເຊັນດຣາປູຣາມ (Thulasendrapuram) ບ່ອນທີ່ປູ່ຂອງທ່ານນາງແຮຣິສເກີດ ໃນລັດທະມິລນາດູ ໃນພາກໃຕ້ອິນເດຍ ເມື່ອວັນທີ 8 ພະຈິກ 2020.

ປະຊາຊົນໃນເຂດທ້ອງຖິ່ນຂອງບ້ານບັນພະບຸລຸດທ່ານນາງ ໄດ້ພາກັນຈູດໝາກກະໂພກ ລຸງຈາກທາງແມ່ຂອງທ່ານນາງ ກໍໄດ້ຮັບໂທລະສັບແບບບໍ່ເປັນທີ່ຈົບສິ້ນຈາກພວກນັກຂ່າວ ຢູ່ທີ່ບ້ານຂອງທ່ານໃນນະຄອນຫຼວງນິວເດລີ ໃນຂະນະທີ່ຊາວອິນເດຍທຳມະດາສາມັນ ກໍຮູ້ສຶກມີຄວາມປິຕິຍິນດີ ທີ່ທ່ານນາງຄາມາລາ ແຮຣິສ ທີ່ເປັນຄົນມີເຊື້ອສາຍມາຈາກອິນເດຍ ທີ່ໄດ້ກາຍເປັນບຸກຄົນສຳຄັນໃນປະຫວັດສາດຂອງສະຫະລັດ ໃນຖານະຜູ້ທີ່ຄາດການວ່າຈະເປັນຮອງປະທານາທິບໍດີ.

ສຳລັບພາກສ່ວນຂອງຕົນແລ້ວ ອິນເດຍມີຜູ້ນຳທີ່ເປັນແມ່ຍິງມາໄດ້ດົນນານກວ່າ 50 ປີແລ້ວ ເວລາທ່ານນາງ ອິນທິຣາ ການດີ ໄດ້ເປັນນາຍົກລັດຖະມົນຕີ ຄົນທຳອິດຂອງປະເທດ ໃນປີ 1966.

ທີ່ບ້ານທຸລະເຊັນດີຣາປູຣາມ (Thulasendirapuram) ໃນລັດທະມິລນາດູທາງພາກໃຕ້ຂອງປະເທດອິນເດຍ ບ່ອນທີ່ແມ່ເຖົ້າຂອງທ່ານນາງ ເກີດນັ້ນ ຜູ້ຄົນແມ່ນພາກັນເບີກບານມ່ວນຊື່ນ ແມ່ຍິງພາກັນແຕ້ມຮູບໃສ່ຝາກຳແພງ ເດັກນ້ອຍກໍພາກັນຕິດຮູບໂປສເຕີ້ຂອງທ່ານນາງແຮຣິສ ແລະຜູ້ຄົນແມ່ນພາກັນໄປສູດມົນພາວະນາຢູ່ຕາມວັດວາໃນທ້ອງຖິ່ນ ເພື່ອຂອບອົກຂອບໃຈໃນໄຊຊະນະຂອງທ່ານນາງ ໂດຍເອີ້ນທ່ານນາງວ່າ “ລູກສາວບ້ານຂອງພວກເຮົາ.”

ແມ່ຍິງຄົນນຶ່ງຂຽນລົງໃນຂະນະທີ່ພວກຊາວບ້ານພວມພາກັນສະເຫຼີມສະຫຼອງແລະແຈກຢາຍຂະໜົມຢູ່ນັ້ນວ່າ “ຂໍສະແດງຄວາມຊົມເຊີຍ ຕໍ່ທ່ານນາງຄາມາລາ ແຮຣິສ ບ້ານຂອງພວກເຮົາມີຄວາມພາກພູມໃຈ ວັນນາຄຳ (ສະບາຍດີ) ອາເມຣິກາ.” ໃນໄລຍະສອງສາມມື້ຜ່ານມານີ້ ທາງບ້ານໄດ້ຈັດໃຫ້ມີການສວດມົນພາວະນາໃຫ້ແກ່ທ່ານນາງແຮຣິສໃນຂະນະທີ່ພວກເຂົາເຈົ້າໄດ້ຕິດຕາມເບິ່ງຜົນການເລືອກຕັ້ງຢູ່ໃນສະຫະລັດຢ່າງໃກ້ຊິດ.

ສ່ວນຢູ່ທີ່ບ້ານ ຜູ້ເປັນລຸງທາງແມ່ຂອງທ່ານນາງ ໃນນະຄອນຫຼວງນິວເດລີນັ້ນ ທ່ານໂກປາລານ ບາລາຈັນດຣານ (Gopalan Balachandran) ກໍມີຄວາມພາກພູມໃຈໃນຄວາມສຳເລັດທີ່ຫຼານຂອງເພິ່ນໄດ້ຮັບ ພ້ອມໆກັນກັບຮູ້ສຶກໂລ່ງໃຈກໍພໍປານນັ້ນ ທີ່ໄດ້ມີການຄາດການ ໃນໄຊຊະນະຂອງປະຊາທິປະໄຕ.

ທ່ານບາລາຈັນດຣານ ອາຍຸ​ 79 ປີ ນັກວິຊານການທີ່ອອກບໍານານແລ້ວ ກ່າວຕໍ່ວີໂອເອວ່າ “ຂ້າພະເຈົ້າດີໃຈນຳຄາມາລາ ແຕ່ຂ້າພະເຈົ້າດີໃຈສຳລັບພວກເຮົາທັງໝົດ. ຂ້າພະເຈົ້າຮູ້ສຶກມີຄວາມເປັນຫ່ວງ ໃນທິດທາງກ່ຽວກັບສະພາບແວດລ້ອມທາງດ້ານຄວາມໝັ້ນຄົງສາກົນ ກຳລັງນຳພາພວກເຮົາໄປ.”

ສຳລັບຊາວອິນເດຍສ່ວນໃຫຍ່ແລ້ວ ເສັ້ນທາງຂອງທ່ານນາງແຮຣິສໄປສູ່ການຄາດການວ່າຈະໄດ້ເປັນຮອງປະທານາທິບໍດີທີ່ຖືກເລືອກ ໃນຖານະແມ່ຍິງຄົນທຳອິດ ຜູ້ສະໝັກຜິວດຳຄົນທຳອິດແລະແມ່ຍິງອິນເດຍອາເມຣິກັນຜູ້ທຳອິດນັ້ນແມ່ນເປັນແບບຢ່າງໃນຄວາມສຳເລັດໃຫ້ແກ່ປະຊາຄົມຊາວອິນເດຍຢູ່ໃນສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG