ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພວກຜູ້ນຳ ສະຫະພາບຢູໂຣບ ສາມາດຕົກລົງກັນໄດ້ ກ່ຽວກັບ ການລົງໂທດຕໍ່ເບລາຣຸສ


ປະທານສະພາຢູໂຣບ ທ່ານຊາລສ໌ ມິແຊລ (ຊ້າຍ) ລົມກັບປະທານາທິບໍດີໄຊປຣັສ ທ່ານນິໂກສ ອານາສຕາຊີອາເດສ ໃນລະຫວ່າງ ການເຈລະຈາກກັນ ທີ່ນະຄອນບຣັສເຊິລສ໌ ເມື່ອວັນທີ 1 ຕຸລາ 2020.
ປະທານສະພາຢູໂຣບ ທ່ານຊາລສ໌ ມິແຊລ (ຊ້າຍ) ລົມກັບປະທານາທິບໍດີໄຊປຣັສ ທ່ານນິໂກສ ອານາສຕາຊີອາເດສ ໃນລະຫວ່າງ ການເຈລະຈາກກັນ ທີ່ນະຄອນບຣັສເຊິລສ໌ ເມື່ອວັນທີ 1 ຕຸລາ 2020.

ພວກຜູ້ນຳຂອງສະຫະພາບຢູໂຣບ ໄດ້ເອົາຊະນະສະພາບການບໍ່ໄປບໍ່ມາທາງດ້ານການເມືອງໃນວັນສຸກມື້ນີ້ ເພື່ອທຳການລົງໂທດຕໍ່ເບລາຣຸສ ຫຼັງຈາກໄດ້ມີການເຈລະຈາສຸດຍອດເປັນເວລາດົນນານໃນຕອນກາງຄືນໂດຍໃຫ້ການຄ້ຳປະກັນຕໍ່ໄຊປຣັສວ່າ ສະຫະພາບຢູໂຣບຈະເອົາທ່າທີອັນໜັກແໜ້ນຕໍ່ເທີກີໃນການຂຸດນ້ຳມັນແລະແກັສທຳມະຊາດຢູ່ທະເລເມດີແຕເຣນຽນ ອີງຕາມລາຍງານອົງການຂ່າວຣອຍເຕີ້.

ຂໍ້ຕົກລົງດັ່ງກ່າວ ຈະລົງໂທດເຈົ້າໜ້າທີ່ເບລາຣຸສປະມານ 40 ຄົນ ທີ່ຖືກກ່າວຫາວ່າ ສໍ້ໂກງຄະແນນສຽງ ໃນການເລືອກຕັ້ງປະທານາທິບໍດີເມື່ອວັນທີ 9 ສິງ ຫາຜ່ານມາ ຊຶ່ງຈະເຮັດໃຫ້ສະຫະພາບຢູໂຣບ ສາມາດປະຕິບັດຕາມຄຳໝັ້ນສັນຍາຂອງຕົນ ທີ່ຈະໃຫ້ການສະໜັບສະໜຸນພວກປະທ້ວງເພື່ອປະຊາທິປະໄຕຢູ່ນະຄອນມິງສ໌ແລະໄດ້ຮັບຄວາມໜ້າເຊື່ອຖືກັບຄືນມາ ຫຼັງຈາກໄດ້ມີການຊັກຊ້າເປັນເວລາຫຼາຍອາທິດ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງສະຫະພາບຢູໂຣບ ກ່າວຕໍ່ອົງການຂ່າວຣອຍເຕີ້ວ່າ “ພວກເຮົາໄດ້ເລີ້ມຍົກເລີກການຄັດຄ້ານຕໍ່ການລົງໂທດເບລາຣຸສແລ້ວ.”

ນັກການທູດສະຫະພາບຢູໂຣບອີກທ່ານນຶ່ງກ່າວວ່າ “ມັນເປັນການປານີປານອມທີ່ເໝາະສົມດີ” ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດໃດໆ.”

ປາທານສະຫະພາບຢູໂຣບແລະຫົວໜ້າບໍລິຫານຈະອອກມາໃຫ້ລາຍລະອຽດໃນກອງປະຊຸມຖະແຫຼງຂ່າວໃນຕອນເຊົ້າວັນສຸກມື້ນີ້.

ໃນຂະນະທີ່ອັງກິດແລະການາດາໄດ້ທຳການລົງໂທດຕໍ່ປະເທດເບລາຣຸສໄປແລ້ວເພື່ອສະແດງຄວາມສະໜັບສະໜຸນ ຕໍ່ການເດີນຂະບວນປະທ້ວງ ເພື່ອປະຊາທິປະໄຕ ຢູ່ທີ່ນັ້ນ ແຕ່ໄດ້ເກີດສະພາບການບໍ່ໄປບໍ່ມາ ຢູ່ໃນສະຫະພາບຢູໂຣບທີ່ມີສະມາຊິກ 27 ປະເທດ ບ່ອນທີ່ຖືເອົາຄວາມເປັນເອກກະສັນໃນການຕັດສິນໃຈຊຶ່ງໄດ້ສ້າງຄວາມເຊື່ອມເສຍ ຕໍ່ຄວາມໜ້າເຊື່ອຖື ຂອງສະຫະພາບຢູໂຣບ ອີງຕາມຄຳເວົ້າຂອງພວກນັກການທູດ.

ປະທານາທິບໍດີໄຊປຣັສ ທ່ານນິໂກສ ອານາສຕາຊີອາເດສ ເນື່ອງໃນໂອກາດວັນຄົບຮອບ 60 ປີ ໃນການໄດ້ຮັບເອກກະລາດຈາກອັງກິດນັ້ນ ໄດ້ທວງໃຫ້ມີການເອົາທ່າທີທີ່ແຂງຂັນຕໍ່ເທີກີ ເພື່ອເປັນຕົ້ນທຶນໃນການສະໜັບສະໜຸນ ຕໍ່ການລົງໂທດເບລາຣຸສ.

ທ່ານກ່າວວ່າ ສະຫະພາບຢູໂຣບຕ້ອງໄດ້ສົ່ງຄຳເຕືອນໃຫ້ຮູ້ວ່າ ການສຳຫຼວດນ້ຳມັນແລະແກັສທຳມະຊາດຂອງອັງກາຣາຢູ່ຕາມແຄມຝັ່ງຂອງທະເລມີດີແຕເຣນຽນຂອງໄຊປຣັສນັ້ນ ເປັນທີ່ຮັບເອົາບໍ່ໄດ້.

ເຢຍຣະມັນໄດ້ຄັດຄ້ານໃນການລົງໂທດຂອງສະຫະພາບຢູໂຣບຕໍ່ເທີກີ ໂດຍມີຄວາມຢ້ານກົວວ່ວາ ມັນຈະລົບກວນຄວາມພະຍາຍາມ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງກັບປະເທດກຣີສ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG