ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ມີຮ່ອງຮອຍ ສະແດງໃຫ້ເຫັນວ່າ ເກົາຫຼີເໜືອ ພວມກ້າວໄປສູ່ ການປົດອາວຸດນິວເຄລຍ


ຜູ້ຊາຍຄົນນຶ່ງພວມເບິ່ງໂທລະພາບ ການຍິງລູກສອນໄຟຂອງເກົາຫຼີເໜືອ ຢູ່ສະຖານີລົດໄຟໃຕ້ດິນແຫ່ງນຶ່ງ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ ເມື່ອວັນທີ 29 ມີນາ 2020.​
ຜູ້ຊາຍຄົນນຶ່ງພວມເບິ່ງໂທລະພາບ ການຍິງລູກສອນໄຟຂອງເກົາຫຼີເໜືອ ຢູ່ສະຖານີລົດໄຟໃຕ້ດິນແຫ່ງນຶ່ງ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ ເມື່ອວັນທີ 29 ມີນາ 2020.​

ເກົາຫຼີເໜືອ ບໍ່ໄດ້ສະແດງຮ່ອງຮອຍໃດໆໃຫ້ເຫັນ ໃນວັນອັງຄານວານນີ້ວ່າ ຕົນໄດ້ເຄື່ອນໄຫວ ໃກ້ເຂົ້າໄປສູ່ການປົດອາວຸດນິວເຄລຍ ຢູ່ໃນຄຳປາໄສ ໃນມື້ສຸດທ້າຍ ຂອງກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ.

ທ່ານກິມ ຊອງ ເອກອັກຄະລັດຖະທູດຂອງເກົາຫຼີເໜືອປະຈຳອົງການສະຫະປະ ຊາຊາດກ່າວວ່າ “ໃນໂລກປັດຈຸບັນນີ້ ບ່ອນທີ່ການສະແດງຄວາມຍິ່ງໃຫຍ່ອີງໃສ່ ກຳລັງນັ້ນ ແມ່ນມີຢູ່ຢ່າງແຜ່ກວ້າງ ສັນຕິພາບອັນແທ້ຈິງສາມາດຄຸ້ມຄອງໄດ້ກໍຕໍ່ເມື່ອຜູ້ໃດຜູ້ນຶ່ງມີຄວາມເຂັ້ມແຂງແບບເດັດຂາດ ເພື່ອປ້ອງກັນບໍ່ໃຫ້ເກີດສົງຄາມ. ໃນຂະນະທີ່ພວກເຮົາມີສິ່ງສະກັດກັ້ນບໍ່ໃຫ້ເກີດສົງຄາມ ທີ່ໜ້າເຊື່ອຖື ແລະມີປະສິດທິຜົນ ສຳລັບການປ້ອງກັນໂຕດ້ວຍການຮັດສາຍແອວຂອງພວກເຮົາ ສັນຕິພາບແລະຄວາມໝັ້ນຄົງຢູ່ໃນແຫຼມເກົາຫຼີແລະຢູ່ໃນຂົງເຂດ ເວລານີ້ແມ່ນໄດ້ຮັບການປົກປ້ອງຢ່າງເຂັ້ມແຂງແລ້ວ.”

ລັດຖະບານຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ທວງໃຫ້ເກົາຫຼີເໜືອປົດອາວຸດນິວເຄລຍຢ່າງສິ້ນເຊີງ ແບບສາມາດກວດສອບ ແລະຕ່າວປີ້ນບໍ່ໄດ້ ແຕ່ການພົບປະສຸດຍອດລະຫວ່າງພວກຜູ້ນຳທັງສອງ ບໍ່ໄດ້ນຳເອົາຄວາມກ້າວໜ້າທີ່ເປັນຮູບປະທຳໃດໆໄປສູ່ເປົ້າໝາຍດັ່ງກ່າວນັ້ນເລີຍແລະຄວາມສຳພັນອັນອົບອຸ່ນສ່ວນຕົວຂອງພວກທ່ານ ເລີ້ມເຢັນຊາລົງແລ້ວ.

ນອກນນັ້ນ ເອກອັກຄະລັດຖະທູດຊອງ ຍັງປາກົດວ່າ ໄດ້ກ່າວໂຈມຕີການຕັດສິນໃຈຂອງເກົາຫຼີໃຕ້ທີ່ຈະຜະລິດເຮືອບິນທີ່ເຣດ້າຈັບບໍ່ໄດ້ຫຼື stealth. ໃນຕົ້ນເດືອນນີ້ ເກົາຫຼີໃຕ້ໄດ້ນຳອອກເຜີຍແຜ່ຮູບພາບຂອງໂຕຢ່າງເຮືອບິນລົບ KF-X ຊຶ່ງສື່ມວນຊົນລາຍງານວ່າ ເກົາຫຼີໃຕ້ມີແຜນທີ່ຈະຜະລິດອອກມາໃຊ້ ໃນເດືອນ ເມສາປີ 2021 ນີ້.

ທ່ານກ່າວ ໂດຍໃຊ້ຊື່ຫຍໍ້ຢ່າງເປັນທາງການຂອງປະເທດ ຄືສາທາລະນະລັດປະຊາທິປະໄຕປະຊຊົນເກົາຫຼີນັ້ນວ່າ “ມັນເປັນການປະຕິເສດບໍ່ໄດ້ເຖິງສະພາບການໂຕຈິງໃນທຸກມື້ນີ້ ທີ່ວ່າເຄື່ອງໃຊ້ທາງທະຫານແບບລ້ຳຍຸກ ຮວມທັງເຮືອບິນທີ່ເຣດ້າຈັບບໍ່ໄດ້ນັ້ນ ຍັງສືບຕໍ່ນຳເຂົ້າມາໃນແຫຼມເກົາຫຼີ ແລະການໂຈມຕີທາງອາວຸດນິວເຄລຍແມ່ນໝາຍຄວາມແນເປົ້າໝາຍໂດຍກົງໃສ່ ສປປ ເກົາຫຼີ.”

ສະຫະລັດແລະເກົາຫຼີໃຕ້ ຍັງໄດ້ທຳການຊ້ອມລົບທາງທະຫານຢູ່ໃນຂົງເຂດເປັນປະຈຳ ເທື່ອຫລ້າສຸດແມ່ນມີຂຶ້ນໃນເດືອນສິງຫາຜ່ານມາ ຊຶ່ງພຽງຢາງຖືວ່າ “ນະໂຍບາຍທີ່ເປັນປໍລະປັກ.”

ທ່ານຊອງຍັງໄດ້ກ່າວເຖິງ ການດີ້ນຮົນຂອງປະເທດ ທີ່ເປັນເປົ້າໝາຍ ໃນການລົງໂທດຂອງສາກົນ ແນໃສ່ເພື່ອຍຸຕິຄວາມພະຍາຍາມ ບໍ່ໃຫ້ອຳນາດການປົກຄອງດັ່ງກ່າວ ມີອາວຸດນິວເຄລຍຢູ່ໃນຄວາມຄອບຄອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG