ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທຣຳ ກ່າວວ່າ ທ່ານໄດ້ຕ້ອງຕິຈີນ ຢ່າງແຂງຂັນ ໃນຄຳປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ ສປຊ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຕໍ່ພວກນັກຂ່າວ ກ່ອນອອກເດີນທາງ ໄປໂຄສະນາຫາສຽງທີ່ລັດໂອຮາຍໂອ ເມື່ອວັນທີ 21 ກັນຍາ 2020 ທີ່ທຳນຽບຂາວ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຕໍ່ພວກນັກຂ່າວ ກ່ອນອອກເດີນທາງ ໄປໂຄສະນາຫາສຽງທີ່ລັດໂອຮາຍໂອ ເມື່ອວັນທີ 21 ກັນຍາ 2020 ທີ່ທຳນຽບຂາວ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຮຽກຮ້ອງໃຫ້ອົງການສະຫະປະຊາຊາດ “ໃຫ້ຈີນເປັນຜູ້ຮັບຜິດຊອບກ່ຽວກັບການກະທຳຂອງພວກເຂົາ” ໃນຄຳປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນອັງຄານວານນີ້.

ໃນຄຳປາໄສທີ່ອັດລ່ວງໜ້າຢູ່ທຳນຽບຂາວ ທ່ານທຣຳໄດ້ຖິ້ມໂທດໃສ່ລັດຖະບານຈີນກ່ຽວກັບການແຜ່ລະບາດຂອງໂຄວິດ-19 ອັນເປັນພະຍາດທີ່ມາຈາກເຊື້ອໄວຣັສໂຄໂຣນາ ຊຶ່ງໃນເວລານີ້ ເຮັດມີຜູ້ຕິດພະຍາດນີ້ແລ້ວ 31 ລ້ານຄົນຢູ່ໃນທົ່ວໂລກ ແລະມີຜູ້ເສຍຊີວິດຫຼາຍກວ່າ 965,000 ຄົນ.

ປະທານາທິບໍດີສະຫະລັດ ກ່າວຢູ່ໃນຄຳປາໄສວ່າ “ໃນໄລຍະຊຸມມື້ທຳອິດຂອງການລະບາດນັ້ນ ຈີນໄດ້ອອກຄຳສັ່ງຫ້າມເດີນທາງຢູ່ພາຍໃນປະເທດ ໃນຂະນະທີ່ອະນຸຍາດໃຫ້ຖ້ຽວບິນຕ່າງໆ ອອກເດີນທາງໄປຈາກຈີນ ແລະພາໃຫ້ມີການຕິດແປດຢູ່ໃນໂລກ. ລັດຖະບານຈີນ ແລະອົງການອະນາໄມໂລກ ຊຶ່ງເກືອບເປັນທີ່ຄວບຄຸມໂດຍຈີນນັ້ນໄດ້ປະກາດອອກມາແບບບໍ່ຖືກຕ້ອງວ່າບໍ່ມີຫຼັກຖານສະແດງໃຫ້ເຫັນວ່າ ມີການຕິດແປດລະຫວ່າງມະນຸດ ຫາມະນຸດ້ວຍກັນ.”

ຈີນແລະອົງການອະນາໄມໂລກ ຊຶ່ງສະຫະລັດໄດ້ຕັດການໃຫ້ທຶນສະໜັບສະໜຸນນັ້ນ ທ່ານທຣຳກ່າວວ່າ “ໄດ້ເວົ້າອອກມາດ້ວຍຄວາມຜິດພາດວ່າ ພວກຄົນທີ່ບໍ່ມີອາການ ຈະບໍ່ສາມາດແຜ່ລະບາດພະຍາດນີ້ໄດ້.”

ຄຳປາໄສຂອງທ່ານທຣຳແມ່ນ “ໄດ້ມີການຕ້ອງຕິຈີນແບບຜິດປົກກະຕິຢູ່ທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໂດຍປະທານາທິບໍດີສະຫະລັດ” ນັ້ນຄືຄວາມເຫັນ ຂອງທ່ານຈູລຽນ ກູ (Julian Ku) ສາສະດາຈານສອນກົດໝາຍ ທີ່ມະຫາວິທະຍາໄລ ຮອຟສຕຣາ (Hofstra) ແລະ ທ່ານກ່າວຕື່ມວ່າ “ໂດຍອອກຊື່ຈີນວ່າ ເປັນຜູ້ຮັບຜິດຊອບ ໃນການແຜ່ລະບາດຂອງເຊື້ອໄວຣັສ ແລະເອີ້ນເຊື້ອໄວຣັສນີ້ວ່າ ເປັນ ‘ເຊື້ອໄວຣັສຈີນ’ ປະທານາທິບໍດີທຣໍາ ແມ່ນ
ພວມຊອກສະແຫວງຫາການສະໜັບສະໜຸນຈາກທົ່ວໂລກ ເພື່ອໃຫ້ຈີນເປັນຜູ້ຮັບຜິດຊອບ.”

ທ່ານກູ ກ່າວວ່າ ໃນຂະນະທີ່ທ່ານຍັງມີຄວາມສົງໄສກ່ຽວກັບການໃຫ້ຄວາມເຫັນຂອງທ່ານທຣຳ ຈະຊັກຊວນບຸກຄົນຜູ້ໃດຢູ່ທີ່ອົງການສະຫະປະຊາຊາດເພື່ອເອົາມາດຕະການນັ້ນ “ມັນອາດຈະເພີ້ມຄວາມກົນດັນຂອງໂລກຕໍ່ຈີນ ເພື່ອໃຫ້ຄວາມຮ່ວມມືຫຼາຍຂຶ້ນກັບການສືບສວນຂອງນາໆຊາດ ກ່ຽວກັບທີ່ມາຂອງໂຣກລະບາດດັ່ງກ່າວແລະການແຜ່ລາມຂອງມັນ.”

ທ່ານແມັກສ໌ ແອແບຣມສ໌ (Max Abrahms) ຈາກສະຖາບັນຄວິນຊີ ກ່າວວ່າ ໂຣກລະບາດນີ້ ໃນທາງທິດສະດີແລ້ວ ອາດຈະສົ່ງເສີມ ໃຫ້ມີການຮ່ວມມື ລະ ຫວ່າງປະເທດ ແລະຫາທາງຫຼຸດຜ່ອນໄພຂົ່ມຂູ່ຮ່ວມກັນລົງ.

ທ່ານແມັກສ໌ ແອແບຣມສ໌ ຊຶ່ງຍັງມີໜ້າທີ່ເປັນຮອງສາສະດາຈານ ລັດຖະສາດການເມືອງ ແລະນະໂຍບາຍສາທາລະນະ ທີ່ມະຫາວິທະຍາໄລ Northeastern University ນຳນັ້ນ ກ່າວຕື່ມວ່າ “ທ່ານທຣຳ ຢ່າງໃດກໍຕາມ ພວມຫຼິ້ນໄພການເມືອງຊາດນິຍົ ໂດຍຖິ້ມໂທດໃສ່ຈີນໃນການແຜ່ລະບາດຂອງເຊື້ອໄວຣັສນີ້. ການໂຕ້ແຍ້ງແບບນີ້ ຈະໄດ້ຜົນດີ ກັບພວກທີ່ມີຄວາມຢ້ານກົວຊາວຕ່າງຊາດ ທີ່ຫັກຫອມປະທານາທິບໍດີທ່ານນີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG