ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານພອມພຽວວ່າ ສັນຕິພາບ ທີ່ 'ຫຍຸ້ງຍາກ' ໃນອັຟການິສຖານ ຈະຊ່ວຍຫຼຸດຜ່ອນຕົ້ນທຶນ ໃນການເຮັດສົງຄາມ ຢູ່ອັຟການິສຖານ


ຮູບທີ່ຖ່າຍເມື່ອວັນທີ 19 ສິງຫາ 2019 ສະແດງໃຫ້ເຫັນວ່າ ຜູ້ຊາຍຄົນນຶ່ງ ຖືທຸງຊາດອັຟການິສຖານ ໃນລະຫວ່າງການສະຫຼອງວັນຊາດ ທີ່ນະຄອນຫຼວງກາບູລ.
ຮູບທີ່ຖ່າຍເມື່ອວັນທີ 19 ສິງຫາ 2019 ສະແດງໃຫ້ເຫັນວ່າ ຜູ້ຊາຍຄົນນຶ່ງ ຖືທຸງຊາດອັຟການິສຖານ ໃນລະຫວ່າງການສະຫຼອງວັນຊາດ ທີ່ນະຄອນຫຼວງກາບູລ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ເຕືອນໃນວັນອັງຄານວານນີ້ວ່າ ການເຈລະຈາສັນຕິພາບທີ່ພວມດຳເນີນໄປຢູ່ ກ່ຽວກັບອະນາຄົດຂອງຊາວອັຟການິສຖານນັ້ນຈະເປັນຂັ້ນຕອນ “ທີ່ຫຍຸ້ງຍາກລຳບາກ” ແຕ່ຈະຊ່ວຍຫຼຸດຜ່ອນຕົ້ນທຶນໃນການເຮັດສົງຄາມ ແລະຄວາມສ່ຽງຕໍ່ອາເມຣິກາ.

ທ່ານພອມພຽວໃຫ້ຄວາມເຫັນດັ່ງກ່າວ ຢູ່ນະຄອນຫຼວງວໍຊິງຕັນ ໃນຂະນະທີ່ຜູ້ຕາງໜ້າຂອງກຸ່ມຕາລີບານ ແລະລັດຖະບານອັຟການິສຖານ ຍັງສືບຕໍ່ການປະຊຸມທີ່ນະຄອນຫຼວງໂດຮາ ໃນປະເທດກາຕ້າເປັນມື້ທີສີ່ ເພື່ອສະຫຼຸບກ່ຽວກັບຫົວຂໍ້ໃນການເຈລະຈາສັນຕິພາບໂຕຈິງ ເພື່ອຍຸຕິບັນຫາຂັດແຍ້ງ ທີ່ດຳເນີນມາເປັນ ເວລາສີ່ທົດສະວັດ.

ການເຈລະຈາທີ່ໄກ່ເກ່ຍໂດຍສະຫະລັດ ຫຼືການເຈລະຈາລະຫວ່າງພັກຝ່າຍໃນອັຟການິສຖານໄດ້ເລີ້ມຂຶ້ນທີ່ນະຄອນຫຼວງກາຕ້າໃນມື້ວັນເສົາແລ້ວເວລາຄະນະເຈລະຈາສອງຝ່າຍ ໄດ້ຮັບການມອບໝາຍໃຫ້ຕົກລົງກັນກ່ຽວກັບການຢຸດຍິງທີ່ຖາວອນ ແລະບັນລຸການຕົກລົງເພື່ອປົກຄອງອັຟການິສຖານຮ່ວມກັນຫຼັງຈາກການຖອນກຳລັງທະຫານສະຫະລັດທັງໝົດ ແລະພັນທະມິດອອກຈາກປະເທດດັ່ງກ່າວ.

ທ່ານພອມພຽວ ກ່າວຕໍ່ກອງປະຊຸມອອນລາຍນ໌ທີ່ເປັນເຈົ້າພາບຈັດຂຶ້ນໂດຍສະພາແອັດແລນຕິກ ໂດຍເວົ້າວ່າ “ພວກເຮົາໃນເວລານີ້ ພວມນຳສະເໜີຜົນຂອງການຕົກລົງຈຳນວນນຶ່ງ ທີ່ຈະຫຼຸດຜ່ອນຕົ້ນທຶນໃນດ້ານເລືຶອດເນື້ອ ສຳລັບພວກທະຫານອາເມຣິກັນທັງຊາຍແລະຍິງ ໃນດ້ານຊັບສົມບັດຂອງພວກເສຍພາສີອາເມຣິກັນ ແລະຄວາມສ່ຽງຕໍ່ສະຫະລັດອາເມຣິກາລົງ.”

ທ່ານພອມພຽວກ່າວຕື່ມວ່າ “ນີ້ແມ່ນເທື່ອທຳອິດໃນຮອບ 20 ປີ ທີ່ຊາວອັຟການິສຖານໄດ້ພາກັນນັ່ງລົງ ເພື່ອເລີ້ມຫາທາງແກ້ໄຂກ່ຽວກັບວ່າ ການສ້າງຄວາມປອງດອງຊາດແບບສັນຕິໃນອັຟການິສຖານຈະມີຮູບຮ່າງແບບໃດ ໂດຍບໍ່ໃຫ້ມີຄວາມເຂົ້າໃຈຜິດກ່ຽວກັບວ່າ ແມ່ນໃຜທີ່ເຂົາເຈົ້າ ເຈລະຈານຳ ພັກຝ່າຍເຫຼົ່ານີ້ແມ່ນໃຜ ຂັ້ນຕອນນັ້ນຈະມີຄວາມຫຍຸ້ງຍາກຫຼາຍປານໃດ.”

ຫົວໜ້ານັກການທູດຂອງສະຫະລັດ ໃຫ້ຂໍ້ສັງເກດວ່າ ມີພວກຫົວຮຸນແຮງອາລ-ກາອີດາ ບໍ່ຮອດ 200 ຄົນ ຍັງເຫຼືອຢູ່ໃນອັຟການິສຖານ.

ເຈົ້າໜ້າທີ່ສະຫະລັດຢືນຢັດວ່າ ການປະຕິບັດງານທາງທະຫານເປັນເວລາເກືອບ​19 ປີຊຶ່ງເລີ້ມຂຶ້ນຫຼັງຈາກການໂຈມຕີໃນວັນທີ 11 ກັນຍາປີ 2001 ຕໍ່ຫົວເມືອງຕ່າງໆຂອງສະຫະລັດ ໄດ້ເຮັດໃຫ້ກຸ່ມອາລ-ກາອີດາແລະກຸ່ມກໍ່ການຮ້າຍອື່ນໆໃນປະເທດເອເຊຍໃຕ້ດັ່ງກ່າວແຕກສະຫຼາຍລົງ.

ການເຈລະຈາລະຫວ່າງພັກຝ່າຍຂອງອັຟການິສຖານແມ່ນເກີດຈາກຂໍ້ຕົກລົງປະຫວັດສາດໃນເດືອນກຸມພາ ລະຫວ່າງສະຫະລັດແລະກຸ່ມຕາລີບານ ຊຶ່ງໄດ້ມີການລົງນາມກັນທີ່ນະຄອນໂດຮາເຊັ່ນດຽວກັນ ບ່ອນທີ່ພວກກະບົດຕາລີບານ ມີຫ້ອງການທາງດ້ານການເມືອງຂອງພວກເຂົາຢູ່ທີ່ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG