ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຮັບເອົາການສະເໜີແຕ່ງຕັ້ງ ຂອງກອງປະຊຸມ ພັກຣີພັບບລີກັນ ແລະເອີ້ນ ທ່ານໄບເດັນວ່າ 'ຜູ້ທຳລາຍ ຄວາມຍິ່ງໃຫຍ່ ຂອງອາເມຣິກາ'


ປະທານາທິບໍດີດໍໂນລ ທຣຳ ກ່າວຄຳປາໄສ ຮັບເອົາສະເໜີແຕ່ງຕັ້ງ ຢູ່ເດີ່ນຫຍ້າກ້ຳໃຕ້ຂອງທຳນຽບຂາວ ເມື່ອວັນພະຫັດ ທີ 27 ສິງຫາ 2020. (AP Photo/Alex Brandon)
ປະທານາທິບໍດີດໍໂນລ ທຣຳ ກ່າວຄຳປາໄສ ຮັບເອົາສະເໜີແຕ່ງຕັ້ງ ຢູ່ເດີ່ນຫຍ້າກ້ຳໃຕ້ຂອງທຳນຽບຂາວ ເມື່ອວັນພະຫັດ ທີ 27 ສິງຫາ 2020. (AP Photo/Alex Brandon)

ໃນລະຫວ່າງການກ່າວຄຳປາໄສ ຮັບເອົາການສະເໜີຊື່ແຕ່ງຕັ້ງ ຂອງພັກຣີພັບບລີກັນ ເປັນສະໄໝທີສອງ ໃນແລງວັນພະຫັດວານນີ້ ປະທານາທິບໍດີດໍໂນລ ທຣຳກ່າວວ່າ ການເລືອກຕັ້ງໃນເດືອນພະຈິກ “ຈະເປັນການຕັດສິນວ່າພວກເຮົາຈະເປັນຜູ້ປົກປ້ອງ ແນວທາງການດຳລົງຊີວິດ ຂອງຊາວອາເມຣິກັນຫຼືບໍ່ ຫຼືພວກເຮົາຈະປ່ອຍໃຫ້ຂະບວນການຫົວຮຸນແຮງ ທັບມ້າງແລະທຳລາຍມັນຢ່າງສິ້ນເຊີງ.”

ທ່ານທຣຳ ທີ່ພວມປະເຊີນກັບການທ້າທາຍຢ່າງແຂງຂັນຈາກອະດີດຮອງປະທານາທິບໍດີໂຈ ໄບເດັນ ກ່າວຕໍ່ຝຸງຊົນຂະໜາດໃຫຍ່ ທີ່ໄປໂຮມຊຸມນຸມກັນ ຢູ່ເດີ່ນຫຍ້າກ້ຳໃຕ້ຂອງທຳນຽບຂາວວ່າ “ນີ້ແມ່ນການເລືອກຕັ້ງທີ່ສຳຄັນສຸດໃນປະຫວັດສາດປະເທດຂອງພວກເຮົາ.”

ພວກທີ່ຖືກເຊີນໄປຮ່ວມຫຼາຍກວ່າ 1 ພັນຄົນຮວມທັງສະມາຊິກລັດຖະສະພາພັກຣີພັບບລີກັນ ໄດ້ນັ່ງຢູ່ໃກ້ໆກັນແລະກໍບໍ່ໄດ້ໃສ່ໜ້າກາກ ໂດຍບໍ່ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ສາທາລະນະສຸກ ທ່າມກາງທີ່ມີການລະບາດຂອງໄວຣັສໂຄໂຣນາ.

ທ່ານທຣຳ ທີ່ຍັງມີຄະແນນນຳຫຼັງທ່ານໄບເດັນ ໃນການຢັ່ງຫາງສຽງທົ່ວປະເທດແລະການສຳຫຼວດຢູ່ໃນລັດທີ່ພວມມີການຕໍ່ສູ້ຍາດແຍ່ງຄະແນນສຽງກັນນັ້ນ ໄດ້ອຸທິດເວລາສ່ວນໃຫຍ່ໃນຄຳປາໄສຂອງທ່ານ ໃສ່ການໂຈມຕີຢ່າງແຮງ ຕໍ່ຄູ່ແຂ່ງຈາກພັກໂມແຄຣັດ ໂດຍປະນາມທ່ານ ໃນຈຸດນຶ່ງວ່າ “ເປັນບຸກຄົນທີ່ປົກປິດຈຸດປະສົງອັນແທ້ຈິງ” ຂອງພວກຝ່າຍຊ້າຍຫົວຮຸນແຮງຈັດ ແລະພວກອະນາທິປະໄຕທີ່ຕ້ອງການທຳລາຍປະເທດຊາດ.

ຈາກສຽງຮ້ອງເຊຍທີ່ຕື່ນເຕັ້ນ ໂດຍພວກແຂກທີ່ໄປຮ່ວມ ທ່ານທຣຳ ກ່າວວ່າ ອະດີດຮອງປະທານາທິບໍດີ “ບໍ່ແມ່ນບຸກຄົນທີ່ຈະມາຊ່ອຍກອບກູ້ຈິດວິນຍານຂອງອາເມຣິກາ. ລາວເປັນບຸກຄົນທີ່ທຳລາຍວຽກເຮັດງານທຳຂອງອາເມຣິກາແລະຖ້າໄດ້ຮັບໂອກາດ ລາວຈະທຳລາຍຄວາມຍິ່ງໃຫຍ່ຂອງອາເມຣິກາ.”

ທ່ານທຣຳກ່າວວ່າ “ນັບເປັນເວລາ 47 ປີມາແລ້ວ ທ່ານໂຈ ໄບເດັນໄດ້ຮັບເອົາເງິນບໍລິຈາກຂອງພວກຄົນງານໃນສະຫະພັນກຳມະບານ ກອດແລະແມ່ນກະທັງຈູບພວກເຂົາເຈົ້ານຳດ້ວຍແລະບອກພວກເຂົາເຈົ້າວ່າ ລາວຮູ້ສຶກເຖິງຄວາມເຈັບປວດຂອງພວກເຂົາເຈົ້າ ແລະຫຼັງຈາກນັ້ນກໍບິນກັບຄືນວໍຊິງຕັນແລະລົງຄະແນນສຽງເພື່ອເພື່ອສົ່ງວຽກເຮັດງານທຳໄປປະເທດຈີນ ແລະດິນແດນທີ່ຢູ່ຫ່າງໄກອື່ນໆ.”

ປະທານາທິບໍດີທຣຳ ໃນຄຳປາໄສທີ່ຍາວ 70 ນາທີຂອງທ່ານນັ້ນ ໄດ້ກ່າວຢໍ້າໃນອັນທີ່ທ່ານເອີ້ນວ່າ ວິທີການທີ່ແຂງຂັນກັບຈີນ ເມື່ອເວົ້າເຖິງເລື້ອງເສດຖະກິດ ແລະໄດ້ຖິ້ມໂທດໃສ່ປັກກິ່ງທີ່ໄດ້ປ່ອຍໃຫ້ໄວຣັສໂຄໂຣນາເລັດລອດອອກມາຈາກຊາຍແດນຂອງຕົນ.

ຄວາມຈິງແລ້ວ ທ່ານທຣຳແມ່ນມີຄວາມສຳພັນທີ່ດີ ກັບຜູ້ນຳຂອງທ່ານ ທ່ານສີ ຈິ້ນຜິງ ໃນຕອນເຂົ້າຮັບຕຳແໜ່ງຕອນຕົ້ນໆຂອງລັດຖະບານທ່ານ ໃນຂະນະທີ່ພວກຜູ້ນຳທັງສອງ ພົວພັນໃນການເຈລະຈາເລື້ອງການຄ້າ ແລະຕໍ່ມາຫຼັງຈາກໄວຣັສໂຄໂຣນາເລີ້ມແຜ່ລະບາດ ທ່ານທຣຳຍັງໄດ້ກ່າວຊົມເຊີນທ່ານສີ ໃນການຮັບມືກັບວິກິດການຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG