ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຢຍຣະມັນ ຊອກຫາທາງ ກຳນົດກົດລະບຽບ ກ່ຽວກັບໂຄວິດ-19 ຂະນະທີ່ໂຮງຮຽນ ເລີ້ມເປີດຄືນ


ຮູບຖ່າຍເມື່ອວັນທີ 5 ສິງຫາ 2020 ສະແດງໃຫ້ເຫັນວ່າ ພວກນັກຮຽນໃສ່ໜ້າກາກ ເພື່ອປ້ອງກັນການລະບາດຂອງໂຄວິດ-19 ໃນຂະນະທີ່ພາກັນຍ່າງໄປໂຮງຮຽນ ທີ່ເມືອງກອດລີ ໃນລັດເທັກຊັສ.
ຮູບຖ່າຍເມື່ອວັນທີ 5 ສິງຫາ 2020 ສະແດງໃຫ້ເຫັນວ່າ ພວກນັກຮຽນໃສ່ໜ້າກາກ ເພື່ອປ້ອງກັນການລະບາດຂອງໂຄວິດ-19 ໃນຂະນະທີ່ພາກັນຍ່າງໄປໂຮງຮຽນ ທີ່ເມືອງກອດລີ ໃນລັດເທັກຊັສ.

ພວກນັກຮຽນເຢຍຣະມັນ ພາກັນກັບຄືນໄປໂຮງຮຽນ ໃນວັນຈັນມື້ນີ້ ໃນຂະນະທີ່ພວກຜູ້ນຳຂອງລັດຖະບານກາງແລະລັດຖະບານທ້ອງຖິ່ນພວມຫາທາງວາງແຜນໃຫ້ພວກເດັກນ້ອຍຫ້າແສນຄົນ ນາຍຄູຂອງພວກເຂົາເຈົ້າແລະພະນັກງານອື່ນໆອີກມີຄວາມປອດໄພຈາກໄວຣັສໂຄໂຣນາ.

ທ່ານນາງ ແຊນດຣາ ຊີເຣັສ (Sandra Scheeres) ລັດຖະມົນຕີກະຊວງສຶກສາຂອງເຢຍຣະມັນກ່າວວ່າ “ມີບູລິມະສິດທີ່ຂັດແຍ້ງກັນ ການປ້ອງກັນດ້ານສາ ລະນະສຸກ ໃນດ້ານນຶ່ງແມ່ນມີຄວາມສຳຄັນຫຼາຍ ສຳລັບພວກເຮົາ ແລະໃນອີກດ້ານນຶ່ງນັ້ນ ພວກເຮົາຢາກຄ້ຳປະກັນສິດທິໃນການໄດ້ຮັບການສຶກສາຂອງພວກເດັກນ້ອຍທຸກໆຄົນ.”

ທ່ານນາງກ່າວຕື່ມວ່າ ການເຮັດໃຫ້ພວກເດັກນ້ອຍ ຢູ່ຫ່າງກັນ ນຶ່ງແມັດເຄິ່ງໃນ ຂະນະທີ່ຢູ່ໃນໂຮງຮຽນນັ້ນ ບາງຄັ້ງຄາວແມ່ນເປັນໄປບໍ່ໄດ້.

ທ່ານນາງຊີເຣັສໄດ້ສະເໜີແນະໃຫ້ໂຮງຮຽນຕ່າງໆແບ່ງພວກນັກຮຽນອອກເປັນກຸ່ມໆ ແລະໃຫ້ພວກເຂົາເຈົ້າຢູ່ຫ່າງກັນ. ຖ້າພົບວ່າບຸກຄົນໃດຫາກກວດພົບວ່າຕິດເຊື້ອໄວຣັສໂຄໂຣນາ ມີແຕ່ເດັກຄົນນັ້ນແລະກຸ່ມຂອງລາວຕ້ອງການທີ່ຈະຖືກແຍກໃຫ້ຢູ່ຫ່າງຈາກກຸ່ມອື່ນໆ ແທນທີ່ຈະແມ່ນທຸກໆຄົນ.

ລັດຖະບານກາງຈະບັງຄັບໃຫ້ພວກນັກຮຽນແລະນາຍຄູໃສ່ໜ້າກາກຢູ່ໃນບໍລິເວນທາງຍ່າງໃນໂຮງຮຽນ ແຕ່ຈະບໍ່ຖືກບັງຄັບໃຫ້ໃສ່ໜ້າກາກໃນລະຫວ່າງຢູ່ໃນຫ້ອງຮຽນ ຫຼືຢູ່ໃນບໍລິເວນບ່ອນຫລິ້ນ.

ປະທານາທິບໍດີດໍໂນລ ທຣຳ ພວມຊຸກຍູ້ໃຫ້ໂຮງຮຽນສະຫະລັດທັງໝົດເປີດພາກຮຽນຄືນ ແຕ່ຫຼາຍໆລັດກ່າວວ່າ ພວກເຂົາເຈົ້າຍັງບໍ່ທັນພ້ອມເທື່ອແລະວາງແຜນທີ່ຈະເລີ້ມເປີດສົກການສຶກສາພາຍໃນທ້າຍເດືອນນີ້ ແບບດຽວກັນກັບທີ່ພວກເຂົາເຈົ້າໄດ້ປິດໂຮງຮຽນລົງໃນເດືອນມິຖຸນາ ໂດຍໃຊ້ການສິດສອນທາງອອນລາຍນ໌.

ໃນອາທິດແລ້ວນີ້ຮູບຂອງທາງຍ່າງຢູ່ພາຍໃນໂຮງຮຽນແຫ່ງນຶ່ງທີ່ແອອັດໄປດ້ວຍພວກນັກຮຽນທີ່ລັດຈໍເຈຍ ສະແດງໃຫ້ເຫັນວ່າ ມີພວກນັກຮຽນພຽງບໍ່ເທົ່າໃດຄົນທໍ່ນັ້ນທີ່ໄດ້ໃສ່ໜ້າກາກ. ໂຮງຮຽນດັ່ງກ່າວໄດ້ຖືກສັ່ງປິດ ແລະສົ່ງພວກນັກຮຽນກັບບ້ານເພື່ອໄປຮຽນທາງອອນລາຍນ໌ຫຼັງຈາກພວກນັກຮຽນ 9 ຄົນຖືກກວດພົບວ່າຕິດເຊື້ອໄວຣັສໂຄໂຣນາ.

ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກິວເຕເຣັສໄດ້ເຕືອນໃນອາທິດແລ້ວນີ້ ກ່ຽວກັບຄວາມເປັນໄປໄດ້ ທີ່ຈະເກີດ “ຜົນກະທົບຢ່າງຮ້າຍແຮງ ຕໍ່ພວກເດັກນ້ອຍ ຮຸ້ນປັດຈຸບັນ” ໃນດ້ານການສຶກສາ ຍ້ອນການປິດໂຮງຮຽນ. ທ່ານຮຽກຮ້ອງໃຫ້ປະເທດຕ່າງໆຖືເອົາການເປີດໂຮງຮຽນຄືນ ເປັນບູລິມະສິດສຳຄັນສຸດ ເວລາໃດທີ່ການລະບາດ ຂອງໄວຣັສ ໂຄໂຣນາຍຸຕິລົງແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG