ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເກັບກັກນ້ຳ ຂັ້ນທຳອິດ ຢູ່ເຂື່ອນຂະໜາດໃຫຍ່ ໃນແມ່ນໍ້າໄນລ໌ ບັນລຸຕາມເປົ້າໝາຍ


ຮູບຖ່າຍທາງດາວທຽມ ສະແດງໃຫ້ເຫັນເຂື່ອນໃຫຍ່ GERD ຂອງເອທິໂອເປຍ ທີ່ສ້າງໃສ່ແມ່ນ້ຳ Blue Nile ເມື່ອວັນທີ 25 ມິຖຸນາ 2020.
ຮູບຖ່າຍທາງດາວທຽມ ສະແດງໃຫ້ເຫັນເຂື່ອນໃຫຍ່ GERD ຂອງເອທິໂອເປຍ ທີ່ສ້າງໃສ່ແມ່ນ້ຳ Blue Nile ເມື່ອວັນທີ 25 ມິຖຸນາ 2020.

ໂຄງການສ້າງເຂື່ອນຂະໜາດໃຫຍ່ ທີ່ເປັນບັນຫາໂຕ້ແຍ້ງ ໃສ່ແມ່ນ້ຳໄນລ໌ ຂອງເອທິໂອເປຍ ເລີ້ມເກັບກັກນ້ຳໃນປີທຳອິດ ໄດ້ຕາມເປົ້າໝາຍທີ່ວາງໄວ້ແລ້ວ ອີງຕາມຄຳເວົ້າ ຂອງນາຍົກລັດຖະມົນຕີ ອາບີ ອາເໝັດ (Abiy Ahmed) ໃນວັນພຸດວານນີ້.

ໂຄງການສ້າງເຂື່ອນ Grand Ethiopia Renaissance (GERD) ມູນຄ່າ 4.6 ຕື້ໂດລາ ຈະເປັນເຂື່ອນທີ່ໃຫຍ່ທີ່ສຸດໃນອາຟຣິກາ ເວລາໃດທີ່ມັນສາມາດຜະລິດກະແສໄຟຟ້າໄດ້ເຕັມອັດຕາໃນປີ 2023 ຊຶ່ງຄາດວ່າຈະໄດ້ເຖິງ 6,000 ເມກາວັດ.

ນາຍົກລັດຖະມົນຕີອາເໝັດ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາໄດ້ເສັດສິ້ນ ການເກັບກັກນ້ຳໃສ່ເຂື່ອນຂັ້ນທຳອິດ ດ້ວຍຄວາມສຳເລັດຜົນ ໂດຍປາ ສະຈາກການສ້າງຄວາມລົບກວນແລະຄວາມເສຍຫາຍໃຫ້ແກ່ປະເທດໃດປະເທດນຶ່ງ. ເວລານີ້ເຂື່ອນມີນ້ຳໄຫຼລົ້ນລົງໄປໃສ່ທາງລຸ່ມແລ້ວ.”

ການປະກາດດັ່ງກ່າວມີຂຶ້ນນຶ່ງມື້ ຫຼັງຈາກຜູ້ນຳຂອງເອທິໂອເປຍ ອີຈິບ ແລະຊູດານ ໄດ້ພົບປະສຸດຍອດທາງອອນລາຍ ແລະໄດ້ຕົກລົງທີ່ຈະເລີ້ມເປີດການເຈລະຈາກັນຄືນໃໝ່ ກ່ຽວກັບເຂື່ອນທີ່ເປັນບັນຫາໂຕ້ແຍ້ງດັ່ງກ່າວ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເຂື່ອນແຫ່ງນີ້ບັນລຸເປົ້າໝາຍໃນການເກັບກັກນ້ຳເນື່ອງຈາກມີຝົນຕົກພຽງພໍຕາມລະດູການ ຫຼືມີການປະຕິບັດງານໃນການເກັບກັກນ້ຳຊ່ວຍຫຼືບໍ່.

ເອທິໂອເປຍເລີ້ມລົງມືກໍ່ສ້າງເຂື່ອນດັ່ງກ່າວ ສ່ສາຂາທີ່ໃຫຍ່ທີ່ສຸດຂອງແມ່ນ້ຳໄນລ໌ເມື່ອປີ 2011. ຫຼັງຈາກໄດ້ມີການເຈລະຈາກັນ ເປັນເວລາເກືອບນຶ່ງທົດສະວັດ ກໍບໍ່ມີຄວາມຄືບໜ້າຫຍັງຫຼາຍ ໃນການແກ້ໄຂຂໍ້ຂັດແຍ້ງ ລະຫວ່າງປະເທດທັງສາມ.

ເອທິໂອເປຍ ມີແຜນການທີ່ຈະຂາຍພະລັງງານລາຄາຖືກບາງສ່ວນຂອງຕົນໃຫ້ແກ່ປະເທດເພື່ອນບ້ານ ພ້ອມໆກັບຂໍ້ກຳນົດໃນການຂາຍໄຟຟ້າໃຫ້ແກ່ພາຍໃນປະເທດ ແລະມອງເບິ່ງເຂື່ອນດັ່ງກ່າວນີ້ວ່າ ເປັນກະແຈໄປສູ່ການເຕີບໂຕທາງດ້ານເສດຖະກິດ. ແຕ່ປະເທດທີ່ຢູ່ທາງລຸ່ມເຂື່ອນ ຄືອີຈິບ ແລະຊູດານມີຄວາມຢ້ານກົວວ່າ ເຂື່ອນດັ່ງກ່າວຈະຈຳກັດບໍ່ໃຫ້ປະເທດຕົນໄດ້ຮັບນ້ຳຈືດພຽງພໍຈາກແມ່ນ້ຳໄນລ໌.

ຢູ່ທີ່ອົງການສະຫະປະຊາຊາດໃນເດືອນມິຖຸນາຜ່ານມານີ້ ລັດຖະມົນຕີການຕ່າງ ປະເທດອີຈິບ ທ່ານຊາເມ ຊູກຣີ (Sameh Shoukry) ເອີ້ນເຂື່ອນນີ້ວ່າ “ເປັນໄພຂົ່ມຂູ່ຂະໜາດໃຫຍ່ທີ່ອາດມີຕໍ່ການດຳລົງຊີວິດ.” ແຕ່ແນວໃດກໍຕາມ ອີຈິບມີນ້ຳຈືດສຳຮອງ ໃນປະລິມານມະຫາສານ ຢູ່ທີ່ເຂື່ອນອາສວານຂອງຕົນ ຊຶ່ງໃນທີ່ສຸດກໍຕ້ອງກາງຕໍ່ນ້ຳ ຈາກແມ່ນ້ຳໄນລ໌ເກືອບ 90 ເປີເຊັນ.

ຖະແຫຼງຂ່າວທີ່ນຳອອກເຜີຍແຜ່ຂອງປະທານາທິບໍດີໃນວັນອັງຄານຜ່ານມາກ່າວວ່າ ອີຈິບຈະໃຫ້ບູລິມະສິດ “ໃນການບັນລຸຂໍ້ຕົກລົງທີ່ມີຜົນບັງຄັບທາງກົດໝາຍຕໍ່ກົດລະບຽບ ໃນການເກັບກັກນ້ຳ ແລະການປະຕິບັດງານຂອງເຂື່ອນ GERD.” ມາຈົນຮອດເວລານີ້ ເອທິໂອເປຍ ໄດ້ປະຕິເສດທີ່ຈະເຮັດຂໍ້ຕົກລົງ ທີ່ມີຜົນບັງຄັບໃນທາງກົດໝາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG