ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະອີຣ່ານ ໃກ້ຈະບັນລຸ ຂໍ້ຕົກລົງທີ່ສຳຄັນ ທ່າມກາງການຊຸດໂຊມລົງ ໃນຄວາມສຳພັນ ລະຫວ່າງ ສຫລ ກັບ ປັກກິ່ງ


ລັດຖະມົນຕີການຕ່າງປະເທດຈີນ ທ່ານຫວັງ ຢີ ຈັບມື ກັບທ່ານໂມຮຳມັດ ຈາວາດ ຊາຣີຟ ລມຕ ການຕ່າງປະເທດອີຣ່ານ
ໃນລະຫວ່າງການພົບປະກັນ ທີ່ບ້ານພັກ Diaoyutai ຢູ່ປັກກິ່ງ ເມື່ອວັນທີ 31 ທັນວາ 2019.
ລັດຖະມົນຕີການຕ່າງປະເທດຈີນ ທ່ານຫວັງ ຢີ ຈັບມື ກັບທ່ານໂມຮຳມັດ ຈາວາດ ຊາຣີຟ ລມຕ ການຕ່າງປະເທດອີຣ່ານ ໃນລະຫວ່າງການພົບປະກັນ ທີ່ບ້ານພັກ Diaoyutai ຢູ່ປັກກິ່ງ ເມື່ອວັນທີ 31 ທັນວາ 2019.

ມີລາຍງານວ່າ ປັກກິ່ງພວມຢູ່ໃນຂັ້ນສຸດທ້າຍ ທີ່ຈະໃຫ້ການອະນຸມັດ ຕໍ່ຂໍ້ຕົກລົງທາງດ້ານເສດຖະກິດແລະຄວາມໝັ້ນຄົງ ມູນຄ່າ 400 ຕື້ໂດລາ ກັບເຕຫະຣ່ານ ຊຶ່ງພວກນັກວິເຄາະບາງຄົນກ່າວວ່າ ຈະອຳນວຍໃຫ້ຈີນມີຄວາມໝັ້ນຄົງໃນດ້ານແຫຼ່ງພະລັງງານຢ່າງກວ້າງຂວາງ ແລະມີທີ່ຕັ້ງທາງດ້ານຍຸດທະສາດ ຢູ່ໃນອ່າວເປີເຊຍ.

ກະຊວງການຕ່າງປະເທດອີຣ່ານໃຫ້ການຢືນຢັນວ່າ ຂໍ້ຕົກລົງທີ່ອາດມີຂຶ້ນນີ້ ຈະຮວມທັງການລົງທຶນທີ່ສຳຄັນໃນດ້ານພື້ນຖານໂຄງລ່າງແລະການຮ່ວມມືກັນຢ່່າງໃກ້ຊິດໃນດ້ານປ້ອງກັນປະເທດແລະແບ່ງປັນຂໍ້ມູນສືບລັບ. ນອກນັ້ນ ຍັງມີຂ່າວລືວ່າ ຈະຮວມທັງການຊື້ນ້ຳມັນຫລຸດລາຄາອີກດ້ວຍ.

ຂໍ້ຕົກລົງດັ່ງກ່າວ ແມ່ນບາດກ້າວອັນຫລ້າສຸດ ໃນຄວາມພະຍາຍາມຂອງປັກກິ່ງທິີ່ຈະຂະຫຍາຍ ການຄອງຄວາມເປັນເຈົ້າຢູ່ໃນຂົງເຂດ ເພື່ອກາຍເປັນມະຫາອຳ ນາດໂລກໂດຍຜ່ານຂໍ້ລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງຂອງຕົນ.

ຍັງບໍ່ທັນມີລາຍລະອຽດທີ່ຈະແຈ້ງເທື່ອກ່ຽວກັບຂໍ້ຕົກລົງດັ່ງກ່າວ ແຕ່ໃນເວລານີ້ກໍມີແຕ່ລາຍງານກ່ຽວກັບໄດ້ຫາລືກັນ ຊຶ່ງສະແດງໃຫ້ເຫັນວ່າ ເປັນການລົງທຶນຂະໜາດໃຫຍ່. ມີລາຍງານວ່າ ຈີນພວມພິຈາລະນາໃນການລົງທຶນມູນຄ່າ 280 ຕື້ໂດລາເພື່ອພັດທະນາພາກສ່ວນການນ້ຳມັນ ແກັສທຳມະຊາດ ແລະສານເຄມີທີ່ກ່ຽວກັບນ້ຳມັນຂອງອີຣ່ານ ແລະອີກ 120 ຕື້ໂດລາ ສຳລັບຍົກລະດັບພື້ນຖານໂຄງລ່າງດ້ານການຜະລິດຂອງເຕຫະຣ່ານ.

ຂອບເຂດຂອງຂໍ້ຕົກລົງສະບັບນີ້ ຍັງໄດ້ສະແດງໃຫ້ເຫັນຕື່ມອີກ ເວລາລັດຖະມົນການຕ່າງປະເທດ ຂອງອີຣ່ານ ທ່ານໂມຣຳມັດ ຈາວາດ ຊາຣີຟ ກ່າວຕໍ່ສະພາແຫ່ງຊາດເມື່ອວັນທີ 5 ກໍລະກົດທີ່ຜ່ານມານີ້ວ່າ ອີຣ່ານພວມເຈລະຈາຂໍ້ຕົກລົງ 25 ປີກັບຈີນດ້ວຍ “ຄວາມເຊື່ອໝັ້ນແລະຄວາມໝັ້ນໃຈ.”

ລາຍງານຂອງ Pretoleum Economist ສະເໜີແນະວ່າ ຂໍ້ຕົກລົງດັ່ງກ່າວນີ້ ອາດຈະກໍ່ໃຫ້ເກີດມີການປ່ຽນແປງຕໍ່ຄວາມກ້ຳເກິ່ງໃນພາກສ່ວນນ້ຳມັນແລະແກັສທຳມະຊາດຂອງໂລກ ໃນຂະນະທີ່ອີຣ່ານ ໄດ້ໃຫ້ການຄ້ຳປະກັນ ຕໍ່ຈີນ ໃນການຂາຍນ້ຳມັນແລະແກັສທຳມະຊາດແບບຫລຸດລາຄາ ແລະສິດທິໃນການຈ່າຍເງິນແບບຊັກຊ້າສຳລັບການຜະລິດຂອງອີຣ່ານໄດ້ເຖິງ 2 ປີ.

ຈີນແມ່ນຄູ່ການຄ້າທີ່ໃຫຍ່ທີ່ສຸດ ຂອງອີຣ່ານ ແລະລູກຄ້າທີ່ສຳຄັນ ໃນຕະຫຼາດການສົ່ງອອກນ້ຳມັນດິບຂອງອີຣ່ານ ທີ່ໄດ້ຮັບຜົນກະທົບຢ່າງໜັກ ຈາກການລົງໂທດຂອງສະຫະລັດ.

ການປະກາດ ກ່ຽວກັບຄວາມກ້າວໜ້າຂອງຂໍ້ຕົກລົງດັ່ງກ່າວນີ້ ມີຂຶ້ນໃນເວລາທີ່ຄວາມສຳພັນລະຫວ່າງສະຫະລັດແລະຈີນພວມຊຸດໂຊມລົງຢ່າງໄວ ຊຶ່ງພາໃຫ້ມີຄຳຖາມວ່າອີຣ່ານຈະເຂົ້າຮ່ວມສົມທົບກຳລັງກັບປັກກິ່ງຫຼືບໍ່ ເພື່ອເປັນສ່ວນນຶ່ງໃນຄວາມພະຍາຍາມ ໃນຂອບເຂດທີ່ກວ້າງຂວາງ ສຳລັບຕໍ່ຕ້ານການມີທີ່ໝັ້ນຂອງວໍຊິງຕັນຢູ່ໃນພາກຕາເວັນອອກກາງ.

ຂໍ້ຕົກລົງນີ້ປາກົດວ່າ ໄດ້ເລີ້ມຕົ້ນມາແຕ່ປີ 2016 ເວລາຈີນແລະອີຣ່ານປະກາດ“ການເປັນພາຄີຍຸດທະສາດຮອບດ້ານ” 25 ປີ ໃນລະຫວ່າງປະທານປະເທດຈີນ ທ່ານສີ ຈິ້ນຜິງ ຢ້ຽມຢາມເຕຫະຣ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG