ໃນຂະນະທີ່ມຽນມາພວມກະກຽມການເລືອກຕັ້ງແຫ່ງຊາດໃນເດືອນພະຈິກທ້າຍປີນີ້ ປະເທດດັ່ງກ່າວກໍປະເຊີນໜ້າກັບຄວາມເຄັ່ງຕຶງເພີ້ມຂຶ້ນທັງທາງດ້ານຊົນຊາດຊົນເຜົ່າແລະດ້ານສາສະໜາ ຊຶ່ງພວກຜູ້ນຳຂອງສາສະໜາພຸດ ສາສະໜາຄຣິສ ແລະສາສະໜາອິສລາມ ໄດ້ພາກັນຮ້ອງຮຽນ ດ້ວຍການນຳສະເໜີ ຂໍ້ລິເລີ້ມສັນ ຕິພາບສະບັບໃໝ່ ກ່ອນທີ່ມັນຈະສວາຍເກີນໄປ.
ຢູ່ໃນໜັງສືຮ້ອງຮຽນນັ້ນ ພວກຜູ້ນຳທາງສາສະໜາ ແລະອົງການຈັດຕັ້ງ ທາງດ້ານຄວາມເຊື່ອເກືອບ 50 ທ່ານ ໄດ້ອອກມາຖະແຫຼງ ໃນວັນຈັນຜ່ານມານີ້ ກ່ຽວກັບຄວາມຮຸນແຮງໃນປະເທດມຽນມາ ທີ່ເພີ້ມທະວີຂຶ້ນ ແລະການ “ແບ່ງແຍກທີ່ໄຮ້ເຫດຜົນ.”
ນຶ່ງໃນຜູ້ຮ່ວມລົງນາມ ຢູ່ໃນໜັງຮ້ອງຮຽນ ທ່ານເບທາດາ ເຊນດີຕາ ກ່າວຕໍ່ວີໂອເອວ່າ ການຮຽກຮ້ອງໃຫ້ມີການຮຳບາດແຜຢູ່ໃນປະເທດແມ່ນ “ຄວນມີມາແຕ່ດົນແລ້ວ” ໂດຍກ່າວຢ້ຳວ່າ ບັນຫາຂັດແຍ້ງດັ່ງກ່າວໄດ້ສ້າງຄວາມທຸກທໍລະມານໃຫ້ແກ່ປະຊາຊົນຊາວມຽນມາ.
ທ່ານເຊນດີຕາ ຊຶ່ງເປັນຜູ້ນຳຂອງສະຖາບັນສົງ ແສງໄຟແຫ່ງເອເຊຍ ຫຼື Asia Light Monastery ທີ່ເມືອງພິນອູລວິນ (Pyin Oo Lwin) ກ່າວວ່າ “ຂ້າພະ ເຈົ້າບໍ່ເຂົ້າໃຈວ່າເປັນຫຍັງ ກຸ່ມກຳລັງປະກອບອາວຸດຕ່າງໆຈຶ່ງບໍ່ພາກັນໄຕ່ຕອງເພື່ອໃຫ້ມີການບັນລຸສັນຕິພາບ. ພວກເຮົາຂໍຮຽກຮ້ອງໃຫ້ພັກຝ່າຍທີ່ກ່ຽວຂ້ອງຈົ່ງຍຸຕິການເຮັດສົງຄາມໂດຍໄວເທົ່າທີ່ຈະໄວໄດ້.”
ນັບແຕ່ໄດ້ຮັບເອກກະລາດຈາກອັງກິດ ໃນປີ 1948 ເປັນຕົ້ນມາ ມຽນມາໄດ້ປະເຊີນກັບບັນຫາທາງດ້ານຊົນຊາດຊົນເຜົ່າແລະສາສະໜາເປັນລຳດັບມາ ໂດຍສະເພາະແລ້ວຢູ່ໃນລັດຣາໄຄນ໌ ແລະລັດຈິນ ທີ່ຕັ້ງຢູ່ໃນເຂດແຄມຝັ່ງທະເລກ້ຳຕາເວັນຕົກຂອງປະເທດ. ບັນຫາຂັດແຍ້ງນີ້ເປັນເຫດໃຫ້ທະຫານມຽນມາທຳການປຸກລະດົມກວດລ້າງຢ່າງຮ້າຍແຮງຕໍ່ຊາວມຸສລິມໂຣຮິງຢາ ໃນປີ 2017 ທີ່ອົງການສະຫະປະຊາຊາດເອີ້ນວ່າ “ເປັນຕົວຢ່າງຢູ່ໃນປື້ມຂອງການກວດລ້າງຊົນຊາດຊົນເຜົ່າ” ທີ່ເຮັດໃຫ້ປະຊາຊົນເກືອບ 1 ລ້ານຄົນຕ້ອງໄດ້ອົບພະຍົບຫລົບໄພເຂົ້າໄປໃນບັງ
ກລາແດັສທີ່ເປັນປະເທດເພື່ອນບ້ານ.