ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານສູງສຸດ ກ່າວວ່າ ໄອຍະການ ໃນນະຄອນນິວຢອກ ສາມາດໄດ້ຮັບ ປະຫວັດການເງິນ ຂອງທ່ານທຣຳ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ກ່ອນຮັບປະທານອາຫານຄ່ຳ ທີ່ທຳນຽບຂາວ ໃນວັນທີ 8 ກໍລະກົດ 2020. (AP Photo/Evan Vucci)
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ກ່ອນຮັບປະທານອາຫານຄ່ຳ ທີ່ທຳນຽບຂາວ ໃນວັນທີ 8 ກໍລະກົດ 2020. (AP Photo/Evan Vucci)

ສານສູງສຸດຂອງສະຫະລັດ ໄດ້ຕັດສິນໃນວັນພະຫັດວານີ້ ດ້ວຍການລົງຄະແນນສຽງ 7 ຕໍ່ 2 ທີ່ວ່າປະທານາທິບໍດີດໍໂນລ ທຣຳ ແມ່ນບໍ່ໄດ້ຮັບການຍົກເວັ້ນ ຈາກການຖືກຮຽກຕົວ ໂດຍຄະນະຕຸລາການໃຫຍ່ ທີ່ນະຄອນນິວຢອກ ໃຫ້ມອບການເສຍພາສີ ແລະປະຫວັດ ການເງິນຂອງທ່ານ ທີ່ມີການເກັບຮັກສາໄວ້ ບໍ່ໃຫ້ມີການເປີດເຜີຍ.

ແຕ່ໃນອີກຄະດີນຶ່ງນັ້ນ ໄດ້ມີການກ່າວອ້າງ ໂດຍທຳນຽບຂາວ ວ່າເປັນໄຊຊະນະ ທີ່ສານສູງສຸດໄດ້ສັ່ງໃຫ້ຢຸດ ໃນການດຳເນີນຄວາມພະຍາຍາມໂດຍສະມາຊິກລັດຖະສະພາພັກເດໂມແຄຣັດ ທີ່ສັ່ງໃຫ້ນຳເອົາປະຫວັດ ໃນການເຮັດທຸລະກິດ ຂອງປະທານາ ທິບໍດີ ແລະຄອບຄົວຂອງທ່ານ ໄປມອບໃຫ້ແກ່ສະພາ ຊຶ່ງໄດ້ສົ່ງຄະດີທີ່ເປັນບັນຫາໂຕ້ແຍ້ງດັ່ງກ່າວ ກັບຄືນໄປຫາສານຊັ້ນຕົ້ນ ເພື່ອທຳການແກ້ໄຂ.

ການຕັດສິນຄັ້ງສຳຄັນ ທີ່ເຫັນພ້ອມກັບຄຳສັ່ງຂອງຄະນະຕຸລາການໃຫຍ່ ກໍເທົ່າກັບເປັນການປະລາໄຊຂອງທ່ານທຣຳ ຜູ້ຊຶ່ງນັບເປັນເວລາຫຼາຍປີມາແລ້ວໄດ້ປົກປ້ອງປະຫວັດ ການເງິນຂອງທ່ານ ຈາກການກວດສອບຢ່າງລະອຽດ ຂອງລັດຖະສະພາແລະປະຊາຊົນ. ທ່ານໄດ້ທຣຳຈົ່ມໂດຍຂຽນລົງໃນທວີດເຕີ້ວ່າ ທ່ານໄດ້ຖືກປະຕິບັດຕໍ່ ບໍ່ຄືກັນກັບປະທານາທິບໍດີຄົນກ່ອນໆ ແລະເວົ້າວ່າ ທ່ານເປັນຜູ້ເຄາະຮ້າຍ ໃນການ “ຟ້ອງຮ້ອງດຳເນີນຄະດີທາງການເມືອງ” ຢູ່ນະຄອນນິວຢອກ.

ແຕ່ແນວໃດກໍຕາມ ທຳນຽບຂາວຖືວ່າການຕັດສິນທັງສອງ ເປັນແສງສະຫວ່າງໃນທາງບວກ ຊຶ່ງທ່ານນາງເຄເລ ແມັກອີນານີ ໂຄສົກຂອງປະທານາທິບໍດີກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ສານໄດ້ໃຫ້ການຢືນຢັນ “ໃນການທີ່ລັດຖະສະພາມີອຳນາດແບບຈຳກັດ ເພື່ອທຳການກວດກາຫາຄວາມຈິງ ໂດຍໃຊ້ໝາຍຮຽກຂອງສານ “ໃນຂະນະທີ່ໃຫ້ການປົກປ້ອງ ແກ່ປະຫວັດການເງິນ ຂອງປະທານາທິບໍດີຈາກໝາຍຮຽກແບບກ້າວກ່າຍ ໂດຍໄອຍະການທີ່ມາຈາກພັກການເມືອງພຽງພັກດຽວ” ໃນການໂຕ້ແຍ້ງ ກ່ຽວກັບການອອກໝາຍຮຽກ ຂອງຄະນະຕຸລາການໃຫຍ່ໃນນະຄອນນິວຢອກນັ້ນ.

ສ່ວນການຕັດສິນອັນຕໍ່ມານັ້ນ ແມ່ນສອດຄ່ອງກັບການຕັດສິນ ທີ່ຄ້າຍຄືກັນຂອງສານ ທີ່ມີຕໍ່ອະດີດປະທານາທິບໍດີຣິເຈີດ ນິກສັນ ໃນປີ 1974 ແລະທ່ານບິລ ຄລິນຕັນໃນປີ 1997. ທ່ານນິກສັນ ໄດ້ຖືກບັງຄັບ ໃຫ້ມອບເທັບບັນທຶກສຽງໃນການໂອ້ລົມສ່ວນຕົວ ໃຫ້ແກ່ໄອຍະການພິເສດ ແລະທ່ານຄລິນຕັນກໍໄດ້ຖືກບັງຄັບ ໃຫ້ໄປໃຫ້ການຢູ່ໃນຄະດີການລວນລາມທາງເພດ.

ການຕັດສິນ ທີ່ເຫັນພ້ອມກັບການອອກໝາຍຮຽກ ຂອງຄະນະຕຸລາການໃຫຍ່ນີ້ບໍ່ໄດ້ໝາຍຄວາມວ່າ ທ່ານທຣຳ ຈະນຳເອົາປະຫວັດການເສຍພາສີຂອງທ່ານ ໄປມອບໃຫ້ ໃນໄວໆນີ້ແຕ່ຢ່າງໃດເລີຍ. ຫົວໜ້າຜູ້ພິພາກສາ ທ່ານຈອນ ໂຣເບີດສ໌ ຜູ້ທີ່ໄດ້ຂຽນບົດຄວາມເຫັນ ໃນການຕັດສິນທັງສອງຄະດີນັ້ນ ກ່າວວ່າ ຄືກັນກັບປະຊາຊົນທົ່ວໄປທັງຫຼາຍ ທ່ານທຣຳ ອາດຍັງສາມາດ “ທ້າທາຍຕໍ່ໝາຍຮຽກໄດ້ຢູ່ ບົນພື້ນຖານ ທີ່ໄດ້ຮັບການອະນຸຍາດ ໂດຍກົດໝາຍຂອງລັດ.” ທ່ານນາງແມັກອີນານີ ສະເໜີແນະວ່າ ພວກທະນາຍຄວາມຂອງທ່ານທຣຳ ເບິ່ງຊົງແລ້ວຄືຈະໃຊ້ທາງເລືອກດັ່ງກ່າວ.

ການຕັດສິນຕໍ່ຄະດີທັງສອງຄະດີນີ້ ມີຜູ້ພິພາກສາສອງຄົນ ທີ່ໄດ້ຮັບການແຕ່ງຕັ້ງໂດຍທ່ານທຣຳ ຄືຜູ້ພິພາກສານຽລ ກໍຊັສ ແລະແບຣັດ ຄາວານໍ ເຂົ້າຮ່ວມກັບທ່ານໂຣເບີດສ໌ ແລະສ່ວນໃຫຍ່ຂອງຜູ້ພິພາກສາ ໃນທັງສອງການຕັດສິນ. ຜູ້ພິພາກສາ ທີ່ມີຫົວນິຍົມແນວທາງເດີມສຸດ ຂອງສານ ຄືຜູ້ພິພາກສາ ຊາມູແດລ ອາລີໂຕ ແລະຄລາເຣັນສ໌ ທໍມັສ ໄດ້ສະແດງການຄັດຄ້ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG