ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສັງເກດການ ກ່າວວ່າ ກົດໝາຍ ຄວາມໝັ້ນຄົງ ຢູ່ຮົງກົງ ຂອງຈີນ ສ່ຽງຕໍ່ການຂົ່ມຂູ່ ສຫລ 


ຮູບພາບໃນຍາມແລງຂອງຍ່ານການເງິນຮົງກົງ ເມື່ອວັນທີ 23 ພະຈິກ 2017.
ຮູບພາບໃນຍາມແລງຂອງຍ່ານການເງິນຮົງກົງ ເມື່ອວັນທີ 23 ພະຈິກ 2017.

ຈີນ ໄດ້ອັດກອງປະຊຸມປະຈຳປີທາງດ້ານການເມືອງ ຊຶ່ງເປັນທີ່ຮູ້ກັນໃນນາມສອງສະພາ ທີ່ໄດ້ດຳເນີນມາ ເປັນເວລານຶ່ງອາທິດ ໃນວັນພະຫັດວານນີ້ ໂດຍທີ່ສະພາປະຊາຊົນສູງສຸດ ໄດ້ໃຫ້ການອະນຸມັດ ຕໍ່ກົດໝາຍຄວາມໝັ້ນຄົງແຫ່ງຊາດ ໃນຮົງກົງ ຊຶ່ງເປັນມາດຕະການ ທີ່ອາດຈະອະນຸຍາດໃຫ້ປັກກິ່ງ ທຳການຄວບຄຸມ ທີ່ເຂັ້ມງວດຕື່ມຂຶ້ນຕໍ່ຮົງກົງ ຊຶ່ງເປັນດິນແດນເຄິ່ງປົກຄອງຕົນເອງນັ້ນ.

ມາດຕະການດັ່ງກ່າວ ບໍ່ຕ້ອງຜ່ານສະພານິຕິບັນຍັດຮົງກົງ ແລະບໍ່ເອົາຫົວຊາຕໍ່ການຄັດຄ້ານຢ່າງກວ້າງຂວາງ ທັງຢູ່ໃນແລະຢູ່ນອກຮົງກົງ. ການເຄື່ອນໄຫວນີ້ ມີທ່າທາງວ່າຈະເປັນການໃຫ້ສັນຍານ ໃນການປະທະກັນຮອບໃໝ່ ລະຫວ່າງສະຫະລັດກັບຈີນ ເຖິງແມ່ນຍັງຈະມີການລໍຖ້າເບິ່ງກັນອີກຕໍ່ໄປວ່າ ວໍຊິງຕັນ ແລະປັກກິ່ງ ຈະຫັນການປະເຊີນໜ້າ ທາງດ້ານຄາລົມ ກ່ຽວກັບອະດີດອານານິຄົມອັງກິດຂອງພວກເຂົາເຈົ້າ ໃຫ້ກາຍເປັນການຕອບໂຕ້ກັນໄປມາຫຼືບໍ່ ນັ້ນຄືຄຳເວົ້າຂອງພວກນັກວິເຄາະ.

ພວກເຂົາເຈົ້າກ່າວຕື່ມວ່າ ຖ້າຫາກກົດໝາຍສະບັບນີ້ ມີການປະກາດໃຊ້ພາຍໃນທ້າຍປີ ດັ່ງທີ່ຄາດກັນໄວ້ນັ້ນ ສະຖານະພາບຂອງຮົງກົງ ໃນຖານະສູນກາງການເງິນຂອງເອເຊຍກໍຈະຖືກບ່ອນທຳລາຍເຊັ່ນດຽວກັນ.

ທ່ານ ຫວູ ຣວາຍເຣັນ (Wu Ruei-ren) ນັກຄົ້ນຄວ້າທີ່ສະຖາບັນ Academia Sinica ຢູ່ນະຄອນຫຼວງໄທເປ ກ່າວວ່າ “ເບິ່ງຈາກມູມມອງ ທາງດ້ານພູມສາດການເມືອງແລ້ວ ການສູ້ລົບຮອບທຳອິດ ໃນສົງຄາມເຢັນຄັ້ງໃໝ່ລະຫວ່າງສະຫະລັດກັບຈີນ ໄດ້ເລີ້ມຂຶ້ນແລ້ວ.”

ທ່ານຫວູກ່າວຕື່ມວ່າ “ການລົງໂທດທີ່ຈະມີການບັງຄັບໃຊ້ໂດຍສະຫະລັດຈະເຮັດໃຫ້ສະຖານະ ພາບຂອງຮົງກົງ ທີ່ເປັນສູນກາງການເງິນຕົກ ຢູ່ໃນຄວາມສ່ຽງແລະໃນທີ່ສຸດຈີນ ຈະເປັນຜູ້ໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ. ແຕ່ບໍ່ເປັນຈັ່ງໂຊກຮົງກົງ ຊຶ່ງເປັນຕັ້ງຂອງສະໜາມລົບ ກໍຈະຖືກຈູດເຜົາ.”

ໂດຍມີສະມາຊິກ 6 ຄົນບໍ່ໄດ້ເຂົ້າຮ່ວມ ສະພາປະຊາຊົນແຫ່ງຊາດຂອງຈີນ ຫລື NPC ໄດ້ລົງຄະແນນສຽງ 2,878​ ຕໍ່ 1 ເຫັນພ້ອມກັບຂໍ້ສະເໜີນີ້. ສະພາດັ່ງກ່າວໄດ້ມອບໝາຍໃຫ້ ຄະນະກຳມະການຖາວອນ 175 ຄົນຂອງຕົນ ກຳໜົດມາດຕະການຄວາມໝັ້ນຄົງແຫ່ງຊາດ ຊຶ່ງຈະມີການປະກາດໃຊ້ໂດຍເປັນການສະເພາະສຳລັບຮົງກົງ.

ມາດຕະການດັ່ງກ່າວ ມີທ່າທາງວ່າ ຈະອຳນວຍໃຫ້ພວກເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງຂອງຈີນແຜ່ນດິນໃຫຍ່ ເຂົ້າໄປເຮັດວຽກຢູ່ໃນຮົງກົງໄດ້ ເພື່ອກຳຈັດການປະພຶດແລະກິດຈະກຳຕ່າງໆທີ່ປະກອບເປັນໃນອັນທີ່ປັກກິ່ງເອີ້ນວ່າການບ່ອນທຳລາຍ ການແບ່ງແຍກດິນແດນ ການກໍ່ການຮ້າຍແລະການແຊກແຊງຂອງຕ່າງປະເທດ.

ການເຄື່ອນໄຫວດັ່ງກ່າວ ແມ່ນຖືກເບິ່ງກັນຢ່າງກວ້າງຂວາງວ່າເປັນການປະຖິ້ມຂອບນະໂຍບາຍນຶ່ງປະເທດສອງລະບົບຂອງຕົນແລະເປັນການລະເມີດຢ່າງເປີດແປນຕໍ່ລັດຖະທຳມະນູນນ້ອຍໆຫຼືກົດໝາຍພື້ນຖານຂອງຮົງກົງ ໃນຂະນະທີ່ລ່ວງລະເມີດຕໍ່ຄຳໝັ້ນສັນຍາຂອງຕົ ນທີ່ໄດ້ໃຫ້ໄວ້ວ່າ ຈະໃຫ້ຮົງກົງມີສິດປົກຄອງຕົນເອງໃນລະດັບສູງ ກ່ອນປີ 2047 ຊຶ່ງເປັນການກ່າວຫາ ທີ່ນາຍົກລັດຖະມົນຕີຫຼີ ເກີຈຽງ ໄດ້ປະຕິເສດໃນລະຫວ່າງການອັດກອງປະຊຸມຂອງສະພາທັງສອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG