ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ກະຊວງການເງິນ ສຫລ ບໍ່ມີຄວາມເປັນຫ່ວງ ເລື້ອງໜີ້ສິນ ຈາກໄວຣັສໂຄໂຣນາ


ລັດຖະມົນຕີກະຊວງການເງິນ ສຫລ ທ່ານສຕີເວັນ ມນຸກຊິນ ຖະແຫຼງກ່ຽວກັບເລື້ອງໄວຣັສໂຄໂຣນາ ທີ່ທຳນຽບຂາວ ເມື່ອວັນທີ 13 ເມສາ 2020. (AP Photo/Alex Brandon)
ລັດຖະມົນຕີກະຊວງການເງິນ ສຫລ ທ່ານສຕີເວັນ ມນຸກຊິນ ຖະແຫຼງກ່ຽວກັບເລື້ອງໄວຣັສໂຄໂຣນາ ທີ່ທຳນຽບຂາວ ເມື່ອວັນທີ 13 ເມສາ 2020. (AP Photo/Alex Brandon)

ລັດຖະມົນຕີກະຊວງການເງິນ ທ່ານສຕີເວັນ ມນຸກຊິນ ກ່າວໃນວັນຈັນວານນີ້ວ່າມີການໃຊ້ຈ່າຍເງິນ 3 ພັນຕື້ໂດລາ ເພື່ອຊ່ວຍບັນເທົາວິກິດການໄວຣັສໂຄໂຣນາຍ້ອນສາມາດຊອກຫາເງິນມາໃຊ້ຈ່າຍໜີ້ຄືນດ້ວຍດອກເບ້ຍໃນອັດຕາທີ່ຕ່ຳຜິດປົກກະຕິ.

ໃນຂະນະທີ່ໂຣກລະບາດ ໄດ້ບັງຄັບໃຫ້ທຸລະກິດຂອງສະຫະລັດຫຼາຍໆພັນແຫ່ງຕ້ອງໄດ້ອັດລົງ ແລະປົດຄົນງານຫຼາຍກວ່າ 30 ລ້ານຄົນອອກຈາກວຽກ ລັດຖະສະພາແລະປະທານາທິບໍດີທຣຳໄດ້ຕົກລົງກັນທີ່ຈະສົ່ງເງິນດັ່ງກ່າວໄປໃຫ້ບໍລິສັດຕ່າງໆ ແລະຜູ້ເສຍພາສີຊາວອາເມຣິກັນ ເພື່ອໃຫ້ພວກເຂົາເຈົ້າໃຫ້ສາມາດຜ່ານຜ່າວິກິດນີ້ໄປໄດ້.

ດ້ວຍການແຜ່ລາມຢ່າງວ່ອງໄວຂອງໂຣກລະບາດນີ້ ເງິນທີ່ວ່ານີ້ແມ່ນພິມອອກມາໃໝ່ໆ ບໍ່ແມ່ນເງິນທີ່ໄດ້ມາຈາກການເກັບພາສີ. ແຕ່ທ່ານມນຸກຊິນ ກ່າວຕໍ່ໂທລະພາບ CNBC ວ່າ ທ່ານບໍ່ໄດ້ມີຄວາມເປັນຫ່ວງກັງວົນແຕ່ປະການໃດ.

ທ່ານກ່າວວ່າ “ເຫດຜົນນຶ່ງທີ່ພາໃຫ້ຂ້າພະເຈົ້າຮູ້ສຶກສະບາຍໃຈ ໃນການໃຊ້ຈ່າຍເງິນທັງໝົດນີ້ກໍເພາະວ່າ ອັດຕາດອກເບ້ຍແມ່ນຕ່ຳຫຼາຍ ແລະພວກເຮົາກໍສວຍໂອກາດ ໃຊ້ອັດຕາດອກເບ້ຍໄລຍະຍາວ ລະຫວ່າງ 10 ຫາ 20 ແລະ 30 ປີ ພວກເຮົາໄດ້ກູ້ຢືມເງິນໄລຍະຍາວ ເປັນຈຳນວນຫຼວງຫຼາຍ ເພື່ອໃຫ້ພວກເຮົາສາມາດກູ້ຢືມເງິນ 3 ພັນຕື້ໂດລານີ້ ເປັນໄລຍະເວລາທີ່ດົນຍາວຫຼາຍ.”

ອັດຕາດອກເບ້ຍ ໃນການກູ້ຢືມໄລຍະຍາວ ຂອງກະຊວງການເງິນ ແມ່ນຢູ່ໃນລະດັບເກືອບຕ່ຳສຸດເທົ່າທີ່ເຄີຍມີມາ. ພັນທະບັດໄລຍະ 10 ປີແມ່ນມີອັດຕາດອກເບ້ຍ 0.68 ເປີເຊັນ ໃນວັນຈັນວານນີ້ ຫລຸດລົງຈາກ 1.87 ເປີເຊັນ ໃນເດືອນທັນວາ ທີ່ຜ່ານມາ. ພັນທະບັດອາຍຸ 30 ປີແມ່ນຊື້ຂາຍກັນໃນອັດຕາ 1.38 ເປີເຊັນຫຼຸດລົງຈາກ 4.5 ເປີເຊັນ ໃນປີ 2011.

ລັດຖະມົນຕີກະຊວງການເງິນກ່າວວ່າ ແຕ່ແນວໃດກໍຕາມ ລັດຖະບານຈະບໍ່ກູ້ຢືມເງິນໃໝ່ເພື່ອມາໃຊ້ໜີ້ເກົ່າ. ທ່ານກ່າວວ່າ “ພວກເຮົາແມ່ນເປັນທີ່ຈະແຈ້ງ ບໍ່ຕ້ອງ ການທີ່ຈະລົບກວນຕະຫຼາດຫຼາຍເກີນໄປ. ຂ້າພະເຈົ້າບໍ່ຄິດວ່າ ພວກເຮົາຈຳເປັນທີ່ຈະຕ້ອງຊື້ໜີ້ເກົ່າຄືນ... ຂ້າພະເຈົ້າຄິດວ່າ ພວກເຮົາມີໂອກາດຢ່າງຫລວງຫຼາຍໂດຍປາສະຈາກການຊື້ໜີ້ເກົ່າຄືນ.”

ໃນມື້ວັນສຸກແລ້ວນີ້ ລັດຖະບານກ່າວວ່າ ອັດຕາຄົນຫວ່າງງານຢູ່ໃນທົ່ວປະເທດແມ່ນ 14.7 ເປີເຊັນ ຊຶ່ງເປັນອັດຕາທີ່ສູງສຸດນັບແຕ່ໄດ້ເກີດສະພາບເສດຖະກິດຕົກຕ່ຳໃນຊຸມປີ 1930.

ທ່ານມນຸກຊີນກ່າວໃນວັນອາທິດຜ່ານມານີ້ວ່າ ອັດຕາຄົນຫວ່າງງານອາດຈະສູງຂຶ້ນເຖິງ 25 ເປີເຊັນ ກ່ອນທີ່ຈະຫລຸດລົງໃນໄລຍະເຄິ່ງທີສອງຂອງປີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG