ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ການສຶກສາ ຂອງ ສຫລ ພົບວ່າ ໄວຣັສໂຄໂຣນາ ສາຍພັນໃໝ່ ແຜ່ລະບາດໄວກວ່າເກົ່າ


ນີ້ແມ່ນຮູບເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ທີ່ຖືກລະບຸວ່າ ເປັນສາເຫດຂອງໂຣກປອດອັກເສບ ທີ່ເມືອງວູຮານ ປະເທດຈີນ ໂດຍສູນກາງປ້ອງກັນແລະຄວບຄຸມພະຍາດສະຫະລັດ ທີ່ນະຄອນແອັດແລນຕາ ລັດຈໍເຈຍ ເມື່ອວັນທີ 29 ມັງກອນ ປີ 2020.

ການສຶກສາຄັ້ງໃໝ່ໂດຍລັດຖະບານສະຫະລັດ ພົບວ່າ ສາຍພັນໃໝ່ຂອງໄວຣັສໂຄໂຣນາ ທີ່ພວມລະບາດຢູ່ໃນທົ່ວໂລກເວລານີ້ສາມາດແຜ່ລາມໄດ້ໄວກວ່າສາຍພັນເກົ່າທີ່ເຄີຍມີມາແລ້ວ.

ການສຶກສາ ພາຍໃຕ້ການນຳພາຂອງພວກນັກວິທະຍາສາດ ທີ່ຫ້ອງແລັບແຫ່ງຊາດ ຢູ່ ລັອສ ອາລາມົສ (Los Alamos) ກ່າວວ່າ ສາຍພັນໃໝ່ ທີ່ກາຍພັນມາຈາກເຊື້ອໄວຣັສໂຄໂຣນາສາຍພັນຕົ້ນຕໍ ໄດ້ຖືກພົບເຫັນເມື່ອ 3 ເດືອນກ່ອນທີ່ທະວີບຢູໂຣບ ແລະມັນໄດ້ແຜ່ລະບາດຢ່າງວ່ອງໄວ ມາຍັງພາກຕາເວັນອອກຂອງສະຫະລັດ ກ່ອນຈະແຜ່ລະບາດໄປໃນທົ່ວໂລກ ນັບແຕ່ກາງເດືອນມີນາເປັນຕົ້ນມາ.

ພວກນັກວິທະຍາສາດ ທີ່ຂຽນລາຍງານ ກ່າວວ່າ ການພົບເຫັນດັ່ງກ່າວ ໄດ້ພາໃຫ້ມີ “ຄວາມຈຳເປັນຢ່າງຮີບດ່ວນໃນການອອກຄຳເຕືອນແຕ່ຫົວທີ” ໄປຫາພວກພັດທະນາຢາວັກຊີນແລະຢາຕ່າງໆ ເພື່ອໃຫ້ຜະລິດຢາທີ່ມີປະສິດທິຜົນ ສຳລັບປ້ອງກັນໄວຣັສສາຍພັນໃໝ່ນີ້.

ລາຍງານກ່າວວ່າ ໄວຣັສສາຍພັນໃໝ່ໄດ້ຕິດແປດຢ່າງວ່ອງໄວໃສ່ຜູ້ຄົນເປັນຈຳ ນວນຫຼວງຫຼາຍ ກວ່າການລະບາດເທື່ອກ່ອນໆ ທີ່ໄດ້ແຜ່ລາມ ໄກອອກໄປກວ່າເມືອງວູຮານຂອງຈີນ. ພາຍໃນບໍ່ເທົ່າໃດອາທິດ ມັນກໍເປັນພຽງສາຍພັນດຽວເທົ່ານັ້ນຢູ່ໃນປະເທດຕ່າງໆທີ່ໄດ້ຮັບຜົນກະທົບຈາກໄວຣັສໂຄໂຣນາ.

ການສຶກສາພົບວ່າ ໄວຣັສສາຍພັນໃໝ່ນີ້ ມີການຕິດແປດໄດ້ຫຼາຍຂຶ້ນ ເຖິງແມ່ນຍັງບໍ່ທັນມີການລົງຄວາມເຫັນເທື່ອວ່າເປັນຍ້ອນຫຍັງ. ໄວຣັສສາຍພັນໃໝ່ເບິ່ງຊົງແລ້ວບໍ່ມີຄວາມຮ້າຍແຮງກວ່າສາຍພັນຕົ້ນຕໍ ແຕ່ແນວໃດກໍຕາມ ຜູ້ຄົນທີ່ຕິດເຊື້ອໄວຣັສ ທີ່ກາຍພັນໃໝ່ນີ້ ເບິ່ງຄືວ່າ ມີເຊື້ອໄວຣັສຢູ່ໃນເສັ້ນເລືອດ ໃນປະລິມານທີ່ສູງກວ່າ.

ການສຶກສາເຕືອນວ່າ ຖ້າການລະບາດຂອງໄວຣັສໂຄໂຣນາຍັງບໍ່ຫລຸດລົງໃນຂະນະ
ທີ່ອາກາດຮ້ອນເອົ້າຂຶ້ນ ເຊື້ອໄວຣັສນີ້ອາດຈະສືບຕໍ່ກາຍພັນໃນຂະນະທີ່ການພັດທະນາຢາວັກຊີນແລະຢາປົວຊະນິດອື່ນໆ ພວມດຳເນີນໄປຢູ່ນັ້ນ.

ພວກນັກວິທະຍາສາດທີ່ທຳການສຶກສາ ກ່າວວ່າ ປະສິດທິຜົນຂອງຢາປິ່ນປົວຊະນິດໃໝ່ອາດຈະຢູ່ໃນຂອບເຂດຈຳກັດ ຖ້າຫາກວ່າປະຊາຄົມນັກວິທະຍາສາດຂອງໂລກ ຫາກບໍ່ໄດ້ຮັບຄວາມກ້າວໜ້າເພື່ອຄວບຄຸມຄວາມສ່ຽງທີ່ມາຈາກເຊື້ອໄວຣັສສາຍພັນໃໝ່ນີ້.

ຫ້ອງແລັບຫຼືຫ້ອງທົດລອງແຫ່ງຊາດ ລັອສ ອາລາມົສ ທີ່ຕັ້ງຢູ່ທີ່ລັດນິວເມັກຊິໂກທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດແມ່ນເປັນສ່ວນນຶ່ງຂອງກະຊວງພະລັງງານສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG