ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີຣ່ານ ກ່າວວ່າ ຕົນໄດ້ສົ່ງ ດາວທຽມທະຫານ ຂຶ້ນສູ່ວົງໂຄຈອນ


ຮູບຈາກວີດີໂອ ໃນການສົ່ງດາວທຽມຂອງອີຣານ ຈາກຖານຍິງ ໂຄເມນີ ໃນແຂວງເຊັມນັນ ປະມານ 230 ກິໂລແມັດ ຢູ່ທາງຕາເວັນອອກສຽງໃຕ້ ຂອງນະຄອນຫຼວງເຕຫະຣ່ານ ເມື່ອວັນທີ
9 ກຸມພາ 2020.
ຮູບຈາກວີດີໂອ ໃນການສົ່ງດາວທຽມຂອງອີຣານ ຈາກຖານຍິງ ໂຄເມນີ ໃນແຂວງເຊັມນັນ ປະມານ 230 ກິໂລແມັດ ຢູ່ທາງຕາເວັນອອກສຽງໃຕ້ ຂອງນະຄອນຫຼວງເຕຫະຣ່ານ ເມື່ອວັນທີ 9 ກຸມພາ 2020.

ກຳລັງພິທັກປະຕິວັດອີຣ່ານ ກ່າວໃນວັນພຸດມື້ນີ້ວ່າ ຕົນໄດ້ສົ່ງດາວທຽມທະຫານໜ່ວຍທຳອິດຂອງປະເທດ ຂຶ້ນສູ່ວົງໂຄຈອນຢ່າງສຳເລັດຜົນ.

ລາຍງານການສົ່ງດາວທຽມດັ່ງກ່າວນີ້ ຍັງບໍ່ທັນໄດ້ຮັບການຢືນຢັນຢ່າງເປັນອິດ ສະຫຼະໃນທັນທີເທື່ອ ຊຶ່ງອີຣ່ານໄດ້ພະຍາຍາມມາແລ້ວຫຼາຍໆເທື່ອ ແຕ່ບໍ່ປະສົບຜົນສຳເລັດ.

ກຳລັງພິທັກປະຕິວັດອີຣ່ານກ່າວວ່າ ຕົນໄດ້ສົ່ງດາວທຽມນໍ ໂດຍໃຊ້ລູກສອນໄຟ ສອງທ່ອນ ຈາກທະລາຍຊາຍໃນພາກກາງຂອງປະເທດ.

ສະຫະລັດໄດ້ສະແດງການຄັດຄ້ານຕໍ່ໂຄງການດາວທຽມອີຣ່ານ ຊຶ່ງມີການກ່າວຫາວ່າ ໄດ້ຖືກນຳໃຊ້ ເພື່ອພັດທະນາລູກສອນໄຟຂີປະນາວຸດ ຊຶ່ງວັນໃດວັນນຶ່ງອາດສາບັນທຸກຫົວລະເບີດນິວເຄລຍນັ້ນ.

ອີຣ່ານໄດ້ປະຕິເສດຕໍ່ການກ່າວຫາເຫຼົ່ານີ້ ແລະເວົ້າວ່າ ໂຄງການນິວເຄລຍຂອງ
ຕົນແມ່ນມີຈຸດປະສົງໃນດ້ານພົນລະເຮືອນເທົ່ານັ້ນ.

Iran’s Revolutionary Guard said Wednesday it successfully launched the country’s first military satellite into orbit.

The was no immediate independent confirmation of the launch, which followed several failed attempts.

The Guard said it launched the two-stage Noor satellite from the country’s central desert.

The United States has raised objections to Iran’s satellite program, alleging it is being used to develop ballistic missiles that could one day carry nuclear warheads.

Iran has rejected the allegations and said its nuclear program was only for civilian purposes.

XS
SM
MD
LG