ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ພວມພິຈາລະນາ ເບິ່ງວ່າ ຈະຂະຫຍາຍ ການນຳໃຊ້ຂໍ້ມູນ ເພື່ອຕໍ່ສູ້ຕ້ານກັບ COVID-19


ພວກພະນັກງານ ອົງການເທັກໂນໂລຈີຂອງລັດຖະບານ ສະແດງໃຫ້ເຫັນແອັປໃໝ່ຂອງສິງກະໂປ ສຳລັບໂທລະສັບສະຫຼາດ ທີ່ຕິດຕາມເບິ່ງຜູ້ທີ່ສຳພັດກັບໄວຣັສ ເອີ້ນວ່າ TraceTogether, ອັນເປັນມາດຕະການຕ້ານການລະບາດຂອງໄວຣັສໂຄໂຣນາ ທີ່ນຳໃຊ້ໃນສິງກະໂປ, ວັນທີ 20 ມີນາ 2020.
ພວກພະນັກງານ ອົງການເທັກໂນໂລຈີຂອງລັດຖະບານ ສະແດງໃຫ້ເຫັນແອັປໃໝ່ຂອງສິງກະໂປ ສຳລັບໂທລະສັບສະຫຼາດ ທີ່ຕິດຕາມເບິ່ງຜູ້ທີ່ສຳພັດກັບໄວຣັສ ເອີ້ນວ່າ TraceTogether, ອັນເປັນມາດຕະການຕ້ານການລະບາດຂອງໄວຣັສໂຄໂຣນາ ທີ່ນຳໃຊ້ໃນສິງກະໂປ, ວັນທີ 20 ມີນາ 2020.

ບັນດາສະມາຊິກສະພາສະຫະລັດແລະກຸ່ມສິດທິມະນຸດທັງຫຼາຍ ກຳລັງຍົກເອົາເລື້ອງຄວາມເປັນຫ່ວງ ກ່ຽວກັບການປົກປ້ອງສິດທິສ່ວນບຸກຄົນ ແລະເສລີພາບຂອງພົນລະເມືອງຂຶ້ນມາຫາລືໃນຂະນະທີ່ທາງການສາທາລະນະສຸກຖອດຖອນບົດຮຽນຈາກຈີນ ເກົາຫຼີໃຕ້ ແລະປະເທດອື່ນ ເພື່ອວິໄສທັດໃນການນຳໃຊ້ຂໍ້ມູນທີ່ຫຼວງຫຼາຍໃນການຕໍ່ສູ້ຮັບມືກັບການແຜ່ລະບາດໄປທົ່ວໂລກ ຂອງໄວຣັສ ໂຄວິດ-19.

ມາເຖິງປັດຈຸບັນນີ້ ສະຫະລັດ ໄດ້ນຳໃຊ້ຂໍ້ມູນທີ່ມີຢູ່ແລ້ວນັ້ນຢ່າງຈຳກັດ ໃນການຕໍ່ສູ້ກັບການລະບາດຂອງໄວຣັສດັ່ງກ່າວ. ແທນທີ່ວ່າ ຈະນຳໃຊ້ຂໍ້ມູນດ້ານຈຸດທີ່ຕັ້ງຂອງໂທລະສັບມືຖື ເພື່ອຕິດຕາມເບິ່ງການເຄື່ອນໄຫວຂອງບຸກຄົນທັງຫຼາຍທີ່ອາດສຳພັດກັບໄວຣັສນັ້ນ ບັນດາເຈົ້າໜ້າທີ່ສາທາລະນະສຸກ ໄດ້ໄປອາໄສຂໍ້ມູນເຊັ່ນວ່າ ຕິດຕາມເບິ່ງແນວໂນ້ມຕ່າງໆ ແລະຈຸດຮ້ອນແຮງ ຂອງການລະບາດເປັນຕົ້ນ.

ແຕ່ເມື່ອຈຳນວນກໍລະນີິຕິດເຊື້ອໂຄວິດ-19 ໃໝ່ ຢູ່ໃນລະດັບທີ່ທຸ່ນທ່ຽງ ແລະລັດຖະບານທ່ານທຣຳ ແລະບັນດາຜູ້ປົກຄອງລັດ ພວມຈະຍົກເລີກມາດຕະການກັກໂຕ ແລະມາດຕະການຢູ່ຫ່າງຈາກກັນ ຢູ່ນັ້ນ ວິທີຕິດຕາມຜູ້ຕິດຕໍ່ໄວຣັສ ແມ່ນໄດ້ຖືກນຳໃຊ້ທີ່ໄດ້ຮັບຜົນສຳເລັດໃນຫຼາຍຮູບແບບ ຢູ່ໃນປະເທດອື່ນໆແລ້ວນັ້ນ ແມ່ນເປັນໄປໄດ້ສູງທີ່ຈະໄດ້ຮັບຄວາມສົນໃຈເປັນພິເສດຢູ່ໃນສະຫະລັດ.

ການຕິດຕາມຜູ້ຕິດຕໍ່ໄວຣັສ ເປັນຫຼັກການຂອງສາທາລະນະສຸກ ໃນການລະບຸຕົວບຸກຄົນຜູ້ທີ່ໄດ້ເຂົ້າໄປສຳພັດກັບຜູ້ທີ່ໄດ້ຕິດເຊື້ອໄວຣັສ ແລະລວບລວມເອົາຂໍ້ມູນຕື່ມອີກກ່ຽວກັບພວກຄົນເຫຼົ່ານີ້ຢ່າງສະມ່ຳສະເໝີ.

ທ່ານນາງເຈັນນີເຟີ ກຣານິກ ທີ່ປຶກສາດ້ານການຕິດຕາມສິ້ງຊອມ ແລະດ້ານຄວາມປອດໄພທາງໄຊເບີ ຢູ່ທີ່ສະຫະພັນເສລີພາບຂອງພົນລະເມືອງຊາວອາເມຣິກັນ ໄດ້ກ່າວວ່າ ການຕິດຕາມຜູ້ຕິດຕໍ່ນັ້ນ ອາດຖືກນຳໃຊ້ໃນເວລາທີ່ການກວດສຳລັບການໄດ້ສຳພັດກັບໄວຣັສ ມີອອກມານຳໃຊ້ຢ່າງກວ້າງຂວາງເສຍກ່ອນ.

ແຕ່ທ່ານນາງ ໄດ້ກ່າວເຕື່ອນວ່າ ການນຳໃຊ້ບັນທຶກໃດໆຂອງໂທລະສັບ ຕ້ອງທຳດ້ວຍຄວາມໂປ່ງໄສ ແລະດ້ວຍຄວາມສະໝັກໃຈ ແລະຂໍ້ມູນນັ້ນ ຕ້ອງຖືກທຳລາຍ ເມື່ອວິກິດການນີ້ໄດ້ສິ້ນສຸດລົງ.

“ເວລາໃດຂໍ້ມູນໄດ້ຖືກເກັບກໍາ ທີ່ເປັນການນໍາໃຊ້ສໍາລັໍບສິ່ງທີ່ດີແລະສໍາຄັນເພື່ອມະຫາຊົນແລ້ວ ພວກເຮົາກໍຕ້ອງຮັບປະກັນວ່າ ພວກເຮົາສາມາດປົກປ້ອງສິດທິສ່ວນບຸກຄົນໄດ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ ແລະນຳໃຊ້ເຄື່ອງມືແລະຂໍ້ມູນເຫຼົ່ານັ້ນຢ່າງມີປະສິດທິພາບ” ນັ້ນແມ່ນຄຳເວົ້າຂອງທ່ານນາງ ກຣານິກ ທີ່ໄດ້ກ່າວໄປໃນລະຫວ່າງກອງປະຊຸມຖະແຫລງຂ່າວຕໍ່ບັນດານັກຂ່າວເມື່ອອາທິດແລ້ວນີ້.

ໃນສອງປີ ນັບຕັ້ງແຕ່ສະຫະພາບຢູໂຣບ ໄດ້ຈັດຕັ້ງປະຕິບັດ ກົດລະບຽບດ້ານສິດທິສ່ວນບຸກຄົນທີ່ເປັນຂີດໝາຍສຳຄັນ ຊຶ່ງເປັນທີ່ຮູຸ້ກັນ ຄືກົດລະບຽບໃນການປົກປ້ອງຂໍ້ມູນທົ່ວໄປ ຫຼືເອີ້ນຫຍໍ້ວ່າ GDPR ນັ້ນ ບັນດາສະມາຊິກພັກທັງ ຣີພັບລບີກັນ ແລະເດໂມແຄຣັດ ຂອງສະຫະລັດ ໄດ້ຊຸກຍູ້ໃຫ້ອອກກົດໝາຍປົກປ້ອງສຳລັບພວກຜູ້ບໍລິໂພກຊາວອາເມຣິກັນ ແບບດຽວກັນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG