ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການເລືອກຕັ້ງ ປະທານາທິບໍດີ ສຫລ ເວລານີ້ ແມ່ນແນ່ນອນແລ້ວ ລະຫວ່າງ ປ. ທຣຳ ແຂ່ງກັບ ທ່ານໄບເດັນ


ຜູ້ສະໝັກປະທານາທິບໍດີພັກເດໂມແຄຣັດ ສະມາຊິກສະພາສູງ ເບີນີ ແຊນເດີສ໌ ຖະແຫຼງຕໍ່ກອງປະຊຸມນັກຂ່າວ ຫຼັງຈາກໄດ້ເສຍໄຊ ໃນການເລືອກຕັ້ງສ່ວນໃຫຍ່ ໃນວັນອັງຄານພິເສດ ໃຫ້ແກ່ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ທີ່ເມືອງເບີລິງຕັນ ລັດເວີມອນ ເມື່ອວັນທີ 11 ມີນາ 2020.
ຜູ້ສະໝັກປະທານາທິບໍດີພັກເດໂມແຄຣັດ ສະມາຊິກສະພາສູງ ເບີນີ ແຊນເດີສ໌ ຖະແຫຼງຕໍ່ກອງປະຊຸມນັກຂ່າວ ຫຼັງຈາກໄດ້ເສຍໄຊ ໃນການເລືອກຕັ້ງສ່ວນໃຫຍ່ ໃນວັນອັງຄານພິເສດ ໃຫ້ແກ່ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ທີ່ເມືອງເບີລິງຕັນ ລັດເວີມອນ ເມື່ອວັນທີ 11 ມີນາ 2020.

ການເລືອກຕັ້ງປະທານາທິບໍດີແຫ່ງຊາດຂອງ ສະຫະລັດ ໃນເດືອນພະຈິກ ນີ້ແມ່ນໄດ້ມີກຳນົດອອກມາຢ່າງແນ່ນອນແລ້ວຄື ການແຂ່ງຂັນລະຫວ່າງ ປະທານາທິບໍດີ ດໍໂນລ ທຣຳ ກັບ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ.

ຄວາມແນ່ນອນທີ່ໄດ້ເກີດຂຶ້ນຢ່າງກະທັນຫັນ ແມ່ນໄດ້ປາກົດອອກມາໃນວັນພຸດ ວານນີ້ ໃນຂະນະທີ່ສະມາຊິກສະພາສູງຈາກລັດ ເວີມັອນ ທ່ານ ເບີນີ ແຊນເດີສ໌, ຜູ້ທີ່ເອີ້ນວ່າຕົນເອງເປັນນັກສັງຄົມນິຍົມປະຊາທິປະໄຕນັ້ນ, ໄດ້ໂຈະ ການໂຄສະນາຫາສຽງຂອງທ່ານ ສຳລັບການສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະ ທານາທິບໍດີສັງກັດພັກເດໂມແຄຣັດ. ທ່ານໄດ້ປະເຊີນກັບການສະໜັບສະໜູນທີ່ ໜ້ອຍລົງ ໃນການແຂ່ງຂັນກັບທ່ານ ໄບເດັນ, ຜູ້ທີ່ລົງແຂ່ງຂັນເອົາຕຳແໜ່ງປະ ທານາທິບໍດີ ເປັນຄັ້ງທີສາມໃນສາທົດສະວັດກວ່າ.

ໃນການກ່າວຄຳປາໄສຈາກບ້ານທ່ານໃນພາກຕາເວັນອອກສຽງເໜືອຂອງ ສະຫະລັດ ນັ້ນ,​ ທ່ານ ແຊນເດີສ໌ ໄດ້ເອີ້ນທ່ານ ໄບເດັນ ວ່າ “ເປັນຜູ້ຊາຍທີ່ດີຫຼາຍ“ ແລະ ໄດ້ກ່າວວ່າຈະເຮັດວຽກກັບທ່ານ ກ່ຽວກັບ “ຄວາມຄິດຫົວກ້າວໜ້າ.“

ທ່ານ ແຊນເດີສ໌ ໄດ້ກ່າວວ່າ ໃນຂະນະທີ່ທ່ານໄດ້ໂຈະການດຳເນີນການ ໂຄສະ ນາຫາສຽງຂອງທ່ານນັ້ນ, ທ່ານຈະຄົງຢູ່ໃນບັດເລືອກຕັ້ງໃນລັດຕ່າງໆ ທີ່ຍັງບໍ່ ໄດ້ຈັດການເລືອກຕັ້ງຂັ້ນຕົ້ນປະທານາທິບໍດີຂອງພັກເດໂມແຄຣັດເທື່ອ.

ທ່ານ ແຊນເດີສ໌ ຫວັງວ່າການຕັດສິນໃຈທີ່ຈະຢູ່ໃນບັດເລືອກຕັ້ງ ຈະຊ່ວຍໃຫ້ ທ່ານໄດ້ຮັບຄະແນນສຽງຈະຄະນະຜູ້ແທນ ໃນກອງປະຊຸມໃຫຍ່ແຫ່ງຊາດຂອງ ພັກໃນເດືອນສິງຫາ, ເຊິ່ງຈະໃຫ້ທ່ານມີສຽງໃນການຂຽນແຜນນະໂຍບາຍຂອງພັກ.

ທ່ານ ແຊນເດີສ໌ ໄດ້ສະໜັບສະໜູນໃຫ້ລັດຖະບານຄອບຄອງປະກັນສຸຂະພາບ ໃນ ສະຫະລັດ, ເຊິ່ງທ່ານ ໄບເດັນ ໄດ້ຄັດຄ້ານ, ແລະ ການໃຊ້ຈ່າຍອື່ນໆທີ່ຈະ ຂະຫຍາຍສະພາບຂອງສະຫວັດດີການໃນປະເທດ, ຄືທີ່ໄດ້ເຫັນໃນພາກພື້ນ ສແກນດີເນເວຍ.

ຫຼັງຈາກກອງປະຊຸມໃຫຍ່, ທ່ານ ແຊນເດີສ໌ ໄດ້ກ່າວວ່າ ທ່ານຈະເຮັດວຽກກັບ ທ່ານ ໄບເດັນ ເພື່ອເອົາຊະນະທ່ານ ທຣຳ, ຜູ້ທີ່ທ່ານ ແຊນເດີສ໌ ເອີ້ນວ່າ “ເປັນປະທານາທິບໍດີທີ່ອັນຕະລາຍທີ່ສຸດໃນປະຫວັດສາດຍຸກໃໝ່ຂອງ ອາເມຣິກາ.”

ທ່ານ ໄບເດັນ ໄດ້ອອກຖະແຫຼງການສະບັບນຶ່ງຍົກຍ້ອງທ່ານ ແຊນເດີສ໌ ວ່າ ທ່ານບໍ່ໄດ້ລົງໂຄສະນາຫາສຽງທາງການເມືອງເທົ່ານັ້ນແຕ່ “ໄດ້ສ້າງຂະບວນ ການນຶ່ງຂຶ້ນມາ” ພ້ອມກັບຜູ້ສະໜັບສະໜູນຂອງທ່ານທີ່ “ໄດ້ປ່ຽນແປງການສົນ ທະນາໃນ ອາເມຣິກາ.”

ທ່ານ ໄບເດັນ ໄດ້ກ່າວວ່າ “ການສະແດງຄວາມຄິດຄືທ່ານ ເບີນີ ທີ່ໄດ້ປະຕິ ເສດ ທີ່ຈະອະນຸຍາດພວກເຮົາຍອມຮັບ, ທີ່ປະຕິເສດຈະຍອມຮັບວ່າພວກເຮົາ ບໍ່ສາມາດປ່ຽນແປງສິ່ງທີ່ຜິດໃນປະເທດຂອງພວກເຮົາ, ທີ່ປະຕິເສດທີ່ຈະຮັບ ສຸຂະພາບ ແລະ ຄວາມຢູ່ດີຂອງພີ່ນ້ອງຮ່ວມຊາດຂອງພວກເຮົາ ແລະ ໂລກ ຂອງພວກເຮົາ ບໍ່ໄດ້ແມ່ນຄວາມຮັບຜິດຊອບຂອງພວກເຮົາເຊັ່ນກັນ. ທ່ານ ເບີນີ ໄດ້ຮັບຄວາມ ໄວ້ວາງໃຈສຳລັບການສະໜັບສະໜູນທີກະຕືລືລົ້ນຂອງທ່ານ ສຳລັບບັນຫາຕ່າງໆ ທີ່ທ່ານເປັນຫ່ວງ. ແຕ່ທ່ານບໍ່ໄດ້ຮັບຄວາມໄວ້ວາງໃຈຫຼາຍ ພໍ ສຳລັບການສະແດງຄວາມຄິດທີ່ບັງຄັບໃຫ້ພວກເຮົາທຸກຄົນ ຕ້ອງພິຈາລະນາ ບາງສິ່ງຢ່າງຮອບຄອບ ແລະ ຖາມວ່າພວກເຮົາໄດ້ເຮັດຫຼາຍພໍແລ້ວຫຼືບໍ່.”

ທ່ານ ໄບເດັນ ຍັງໄດ້ພະຍາຍາມຊັກຈູງຜູ້ສະໜັບສະໜູນຂອງທ່ານ ແຊນເດີສ໌ ວ່າ ທ່ານຫວັງວ່າເຂົາເຈົ້າຈະເຂົ້າຮ່ວມຜູ້ທີ່ສະໜັບສະໜູນທ່ານຮອງປະທານາທິ ບໍດີນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG