ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຄົນຫວ່າງງານ ຫຼາຍເປັນປະຫວັດການ 3 ລ້ານ 3 ແສນຄົນ ໄປຂໍເງິນຊ່ວຍເຫຼືອ


ພວກໄປຫາພະແນກແຮງງານ ຖືກແນະນຳ ໃຫ້ມາຍາມອື່ນ ທີ່ປະຕູທາງເຂົ້າ ໂດຍເຈົ້າໜ້າທີ່ ເມື່ອວັນພຸດ ທີ 18 ມີນາ 2020 ຢູ່ນະຄອນນິວຢອກ.
ພວກໄປຫາພະແນກແຮງງານ ຖືກແນະນຳ ໃຫ້ມາຍາມອື່ນ ທີ່ປະຕູທາງເຂົ້າ ໂດຍເຈົ້າໜ້າທີ່ ເມື່ອວັນພຸດ ທີ 18 ມີນາ 2020 ຢູ່ນະຄອນນິວຢອກ.

ພວກຄົນງານສະຫະລັດ ໄດ້ຍື່ນຄຳຮ້ອງຂໍເງິນຊົດເຊີຍຍ້ອນຕົກວຽກ ມີຈຳນວນສູງເປັນປະຫວັດການ 3 ລ້ານ 3 ແສນຄົນ ໃນອາທິດແລ້ວນີ້ ຍ້ອນຫ້າງຮ້ານທຸລະກິດຫຼາຍໆພັນແຫ່ງ ໄດ້ອັດກິດຈະການລົງ ຫຼືບໍ່ ກໍຫລຸດການປະຕິບັດງານທ່າມກາງການແຜ່ລະບາດຂອງໄວຣັສໂຄໂຣນາ ແລະກໍໄດ້ປົດພະນັກງານຂອງພວກເຂົາເຈົ້າ ອີງຕາມລາຍງານຂອງກະຊວງແຮງງານສະຫະລັດທີ່ອອກໃນວັນພະຫັດວານນີ້.

ຄື້ນຟອງຂອງພວກຄົນຫວ່າງງານໃໝ່ໄດ້ເຮັດໃຫ້ບັນດາຫ້ອງການທີ່ຮັບຜິດຊອບກ່ຽວກັບເລື້ອງເຈ້ຍສໍ ໃນການຍື່ນຄຳຮ້ອງ ຮັບມືນຳບໍ່ໄຫວ ໂດຍທີ່ພວກຕົກງານໄດ້ຖືກບັງຄັບໃຫ້ເຂົ້າແຖວລໍຖ້າເປັນເວລາຫຼາຍໆຊົ່ວໂມງ ຢູ່ຕາມຫ້ອງການແຫ່ງຕ່າງໆຫຼືພວກເຂົາເຈົ້າທີ່ຍື່ນທາງອີເລັກໂຕຣນິກ. ເວັບໄຊການຍື່ນໜັງສືຂອງພວກຄົນຫວ່າງງານຢູ່ໃນບາງລັດ ຄືນິວຢອກແລະອໍເຣກອນ ໄດ້ພັງຈົນໃຊ້ການບໍ່ໄດ້.

ສ່ວນໃຫຍ່ໃນການຍື່ນຄຳຮ້ອງຂໍເງິນຊົດເຊີຍ ແມ່ນໄດ້ກາຍໄລຍະນຶ່ງອາທິດທີ່ສູງເປັນປະຫວັດການ ຢູ່ໃນສະຫະລັດ ຄື 695,000 ຄົນ ໃນປີ 1982 ໃນຂະນະທີ່ສະຫະລັດ ຮັບມືກັບໄພເງິນເຟີ້ໃນເວລານັ້ນ.

ພວກນັກເສດຖະສາດ ກ່າວວ່າ ການຂໍເງິນຊ່ວຍເຫຼືອຂອງພວກຄົນຫວ່າງງານໃໝ່ເປັນຈຳນວນຫຼວງຫຼາຍແມ່ນຮ່ອງຮອຍອັນນຶ່ງໃນການໄດ້ຮັບຄວາມເສຍຫາຍຂອງເສດຖະກິດ ຈາກການລະບາດຂອງເຊື້ອໄວຣັສໂຄໂຣນາ. ບາງຄົນສະເໜີແນະວ່າ ສະຫະລັດອາດຕົກຢູ່ໃນພາວະເສດຖະກິດທົດຖອຍແລ້ວ ເຖິງແມ່ນວ່າ ຄວາມໝາຍທາງດ້ານເທັກນິກ ຂອງພາວະເສດຖະກິດທົດຖອຍນັ້ນ ແມ່ນການເຕີບໂຕໄດ້ຫລຸດລົງ ສອງໄຕມາດລຽນຕິດ ຍັງບໍ່ທັນມີຂຶ້ນເທື່ອ.

ໃນອາທິດແລ້ວນີ້ ການຂໍເງິນຫວ່າງງານອາດເປັນຮ່ອງຮອຍທີ່ສະແດງໃຫ້ເຫັນວ່າ ຈະມີຊາວອາເມຣິກັນອີກຫຼາຍໆລ້ານຄົນ ແລະທຸລະກິດຈຳນວນຫຼວງຫຼາຍ ພວມຊັ່ງຊາເບິ່ງແຜນການຂອງພວກເຂົາເຈົ້າຄືນໃໝ່ໃນແຕ່ລະມື້. ພວກເຂົາເຈົ້າພວມປະເຊີນກັບຄຳຖາມທີ່ວ່າ ຈະສືບຕໍ່ຈ່າຍເງິນໃຫ້ພວກພະນັກງານໃນເມື່ອວ່າເຂົາເຈົ້າມີວຽກພຽງເລັກນ້ອຍ ຫຼືວ່າບໍ່ມີເລີຍທີ່ຈະເຮັດ ໃນເມື່ອພວກທີ່ອາດຈະເປັນລູຸກຄ້າ ພາກັນຢູ່ເຮືອນ ໃນການໂດດດ່ຽວຕົນເອງ ຈາກສັງຄົມ ເພື່ອບໍ່ໃຫ້ມີການຕິດຕໍ່ກັບບຸກຄົນອື່ນໆ ທີ່ອາດຕິດເຊື້ອໄວຣັສໂຄໂຣນານັ້ນ.

ຕາມປົກກະຕິແລ້ວ ການຍື່ນຄຳຮ້ອງຂໍເງິນຊົດເຊີຍ ຂອງພວກຄົນງານທີ່ຖືກປົດອອກຈາກວຽກ ແມ່ນຈະໄດ້ຮັບເງິນສ່ວນນຶ່ງຂອງເງິນເດືອນເຂົາເຈົ້າ ເພື່ອມາທົດແທນເງິນເດືອນທີ່ເຂົາເຈົ້າບໍ່ໄດ້ຮັບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG