ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕະ​ຫຼາດ​ຮຸ້ນ​ໂລກ ຍັງ​ສືບ​ຕໍ່​ຕົກ​ລາ​ຄາ ທ່າມ​ກາງ​ຄວາມ​ຢ້ານ​ກົວ ຕໍ່​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ


ນັກ​ຄ້າ​ຮຸ້ນ ປີ​ເຕີ ທັ​ສ​ແມນ ພວມ​ເຮັດ​ວຽກ ຢູ່​ທີ່​ຕະ​ຫຼາດ​ຮຸ້ນ​ນິວຢອກ ເມື່ອ​ວັນ​ທີ 27 ກຸມ​ພາ 2020.
ນັກ​ຄ້າ​ຮຸ້ນ ປີ​ເຕີ ທັ​ສ​ແມນ ພວມ​ເຮັດ​ວຽກ ຢູ່​ທີ່​ຕະ​ຫຼາດ​ຮຸ້ນ​ນິວຢອກ ເມື່ອ​ວັນ​ທີ 27 ກຸມ​ພາ 2020.

ຕະ​ຫຼາດ​ຮຸ້ນ​ຂອງ​ໂລກ​ຍັງ​ສືບ​ຕໍ່​ຕົກ​ລາ​ຄາ​ໃນ​ວັນ​ສຸກມື້ນີ້ ທ່າມ​ກາງ​ທີ່​ມີ​ຄວາມ​ຢ້ານ​ກົວ​ ທີ່​ແຜ່​ອອກ​ໄປ ໄວ​ກວ່າ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ອີກ.

ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຫຼື COVID-19 ໄດ້​ລົບ​ກວນ​ຕ່ອງ​ໂສ້​ອຸບ​ປະ​ທານ ຊຶ່ງ​ໄດ້​ພາ​ໃຫ້​ເກີດ​ການ​ຫ້າ​ມ​ ໃນ​ການ​ເດີນ​ທາງ ແລະ​ໃນ​ຄວາມ​ເປັນ​ຈິງ​ແລ້ວ ແມ່ນ​ໄດ້ທຳ​ລາຍ​ທຸ​ລະ​ກິດ​ແລະ​ການ​ຄ້າ​ຢູ່​ໃນ​ທົ່ວ​ໂລກ.

ພວກ​ນັກ​ວິ​ເຄາະ​ທຳ​ນາຍວ່າ ອາ​ທິດນີ້​ຈະ​ເປັນ​ອາ​ທິດ​ທີ່​ຂີ້​ຮ້າຍ​ທີ່​ສຸດ ນັບ​ແຕ່ໄດ້​ເກີດ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ຂອງ​ໂລກ ​ໃນ​ປີ 2008.

ທ່ານ​ຈອນ ລາວ ຫົວ​ໜ້າ​ການ​ລົງ​ທຶນ​ໃນ​ຕະ​ຫຼາດ​ຫຼັກ​ຊັບ​ເອ​ເຊຍ SEI ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້​ວ່າ “​ສິ່ງ​ເຫຼົ່ານີ້​ແມ່ນໄລ​ຍະ​ເວ​ລາ​ທີ່​ບໍ່​ແນ່ນອນ​ໃນ​ລະ​ດັບ​ສູງ ບໍ່​ມີ​ຜູ້​ໃດ​ຮູ້​ຄຳ​ຕອບ​ຢ່າງ​ແທ້​ຈິງ ແລະ​ຕະ​ຫຼາດ​ແມ່ນ​ພາ​ກັນ​ຕື່ນ​ຕົກ​ໃຈ.”

ຕະ​ຫຼາດ​ຮຸ້ນ​ທີ່​ໂຕ​ກຽວ ແລະ​ຊຽງ​ໄຮ້ ໄດ້​ຕົກ​ລາ​ຄາ 3.7 ເປີ​ເຊັນ ຂະ​ນະ​ທີ່​ຮຸ້ນ ​ຢູ່​ນະ​ຄອນໂຊ​ລ ແລະ​ຊິດ​ນີ ຕົກ​ລາ​ຄາ 3 ເປີ​ເຊັນ. ສ່ວນ​ຕະ​ຫຼາດ​ຮຸ້ນຢູ​ໂຣບ ​ກໍ​ຕົກລາ​ຄາ 2 ຫາ 3 ເປີ​ເຊັນ​ໃນການ​ຊື້​ຂາຍ ​ຕອ​ນ​ເຊົ້າ​ມື້ນີ້.

ຄວາມ​ຢ້ານ​ກົວ​ກ່ຽວ​ກັບ​ເຊື້ອ​ໄວ​ຣັ​ສ ແລະ​ຜົນ​ກະ​ທົບ​ຕໍ່​ການ​ຄ້າ ແລະ​ການ​ຜະ​ລິດ​ຂອງ​ໂລກ ໄດ້​ເຮັດ​ໃຫ້​ຮຸ້ນ​ດາວ​ໂຈນ​ສ໌ ຕົກ​ລາ​ຄາ 1,191 ພອຍ​ທ໌ໃນ​ວັນ​ພະ​ຫັດ​ວານນີ້ ຊຶ່ງ​ເປັນການ​ຕົກ​ລາ​ຄາ​ຫຼາຍ​ທີ່​ສຸດເປັນ​ປະ​ຫວັດ​ການ​ພາຍ​ໃນ​ເວ​ລາ​ນຶ່ງມື້. ມັນເປັນ​ຂີດ​ໝາຍ​ຂອງ​ການ​ຕົກ​ລາ​ຄາ 4 ເປີ​ເຊັນ​ຂອງ​ຮຸ້ນ​ຢູ່​ໃນ​ລາຍ​ຊື່ ແລະ​ເຮັດ​ໃຫ້ຮຸ້ນ​ດາວ ​ຕົກ​ລາ​ຄາ 10 ເປີ​ເຊັນ ຈາກ​ລາ​ຄາສູງ​ເປັນ​ປະ​ຫວັດ​ການ​ ເມື່ອ​ສອງ​ອາ​ທິດ​ກ່ອນ. ​ສ່ວນ​ຮຸ້ນ S&P 500 ກໍ​ຕົກ​ລາ​ຄາ 12 ເປີ​ເຊັນ ຈາກ​ລາ​ຄາ​ທີ່​ຮຸ້ນ​ດັ່ງ​ກ່າວ ທີ່​ສູງ​ທີ່​ສຸດ ​ຊື້​ຂາຍ​ກັນ ​ເມື່ອນຶ່ງ​ອາ​ທິດ​ກ່ອນ.

ຮຸ້ນ​ເທັກ​ໂນ​ໂລ​ຈີ ຕ່າງ​ກໍ​ພາ​ກັນ​ຕົກ​ລາ​ຄາ​ໃນ​ວັນ​ພະ​ຫັດ​ວານນີ້ ເຊັ່ນ​ບໍ​ລິ​ສັດ​ຍັກ​ໃຫຍ່​ແອບ​ໂປ້ ແລະ​ໄມ​ໂຄ​ຣ​ຊອ​ຟ​ທ໌ ເຕືອນ​ວ່າ ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ ມີ​ຜົນ​ກະທົບ​ຕໍ່​ຕ່ອງ​ໂສ້​ອຸບ​ປະ​ທານ​ຂອງ​ຕົນ​ຈາກ​ເອ​ເຊຍ.

ຮຸ້ນ​ພະ​ລັງ​ງານ​ກໍ​ຕົກ​ລາ​ຄາ​ລົງ​ເຊັ່ນ​ດຽວ​ກັນ ສ່ວນ​ນຶ່ງ​ກໍ​ເປັນ​ຍ້ອນ​ການ​ຫລຸດ​ລາ​ຄາ​ລົງ​ຂອງ​ນ້ຳ​ມັນ​ເມື່ອ​ໄວໆ​ມານີ້ ແລະ​ການ​ຄາດ​ຄະ​ເນ​ວ່າ ຈະ​ມີ​ຜູ້​ຄົນ​ໜ້ອຍ​ລົງ​ພາ​ກັນ​ເດີນ​ທາງໄປ​ມາ ຍ້ອນ​ເຊື້ອ​ໄວ​ຣັ​ສນີ້.

ອ່ານ​ຂ​່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG