ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

​​ຄົນ​ໂດຍ​ສານ ​ໃນກໍ​າປັ່ນ​ສຳ​ລານ ທີ່ລອຍ​ຢູ່​ທະ​ເລ​​ ໄດ້​ຫຼາຍມື້​ແລ້ວ ຍ້ອນ​ຄວາມຢ້ານ​ກົວ​ເຊື້ອ​ໄວ​ຣັ​ສ​ໃໝ່ ​ຖືກ​ຕ້ອນ​ຮັບ ຢູ່​ກຳ​ປູ​ເຈຍ​


ຄົນ​ໂດຍ​ສານຜູ້​ນຶ່ງ​ໂບກ​ມືຢູ່​ເທິງ​ລົດ​ເມ​ຂະ​ນະທີ່​ລາວ​ລົງ​ຈາກ​ກຳ​ປັ່ນ MS Westerdam ຂອງ​ບໍ​ລິ​ສັດ​ກຳ​ປັ່ນ​ຂອງອາ​ເມຣິ​ກັນ-​​​ເນ​ເທີ​ແລນ ເພື່ອມຸ້ງ​ໜ້າ​ໄປ​ຍັງ​ສະ​ໜາມ​ບິນ​ພະ​ນົມ​ເປັນ​ ໃນ​ວັນ​ທີ 14 ກຸມ​​ພາ 2020.
ຄົນ​ໂດຍ​ສານຜູ້​ນຶ່ງ​ໂບກ​ມືຢູ່​ເທິງ​ລົດ​ເມ​ຂະ​ນະທີ່​ລາວ​ລົງ​ຈາກ​ກຳ​ປັ່ນ MS Westerdam ຂອງ​ບໍ​ລິ​ສັດ​ກຳ​ປັ່ນ​ຂອງອາ​ເມຣິ​ກັນ-​​​ເນ​ເທີ​ແລນ ເພື່ອມຸ້ງ​ໜ້າ​ໄປ​ຍັງ​ສະ​ໜາມ​ບິນ​ພະ​ນົມ​ເປັນ​ ໃນ​ວັນ​ທີ 14 ກຸມ​​ພາ 2020.

ຄົນ​ໂດຍ​ສານ​ຫລາຍ​ຮ້ອຍ​ຄົນ​ທີ່​ຄ້າງ​ຢູ່​ໃນກໍ​າປັ່ນ​ສຳ​ລານ MS Westerdam ທີ່​ລ່ອງ​ລອຍ​ຢູ່​ກາງ​ທະ​ເລມ​າ​ໄດ້​ຫລາຍມື້​ແລ້ວຍ້ອນ​ຢ້ານກົວ​ວ່າ ຈະ​ມີເຊື້ອໄວ​ຣັ​ສໃໝ່​ນັ້ນ ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ລົງ​ຈາກ​ກຳ​ປັ່ນ​ໄປ​ ຢູ່​ໃນ​ກຳ​ປູ​ເຈຍໃນ​ວັນ​ສຸກມື້ນີ້.

ຄົນ​ໂດຍ​ສານເຫລົ່າ​ນັ້ນ​ໄດ້​ຖືກ​ຕ້ອນ​ຮັບ​ໂດຍຝູງ​ຄົນທີ່​ໄປ​ຮ້ອງ​ໂຮ​ສະ​ໜັບ​ສະ​ໜຸນ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຍ່າງ​ອອກ​ຈາກກໍ​າປັ່ນໄປ ຢູ່​ໃນ​ທ່າ​ເຮືອ​ເມືອງສີ​ຫາ​ນຸຂອງ​ກຳ​ປູ​ເຈຍ ແລະ​ຖືກ​ຕ້ອນ​ຮັບ​ໂດຍ​ນາຍົກ​ລັດ​ຖະ​ມົນ​ຕີ​ຮຸນ ເຊນ ຜູ້ທີ່​ໄດ້​ເອົາ​ດອກ​ໄມ້​ມອບ​ໃຫ້​ແກ່ ພວກຄົນ​ໂດຍ​ສານນີ້.

ມີຄົນ​ໂດຍ​ສານປະ​ມານ 20 ຄົນ ທີ່​ຖືກກວດ​ເບິ່ງ​ເຊື້ອ​ໄວ​ຣັ​ສ ພາຍ​ຫລັງ​ທີ່​ພວກ​ເຂົາ​ເຈົ້າ​ລາຍ​ງານ​ວ່າ ຮູ້​ສຶກ​ເຈັບ​ທ້ອງ ຫລື​ໄຂ້ ແຕ່​ວ່າ​ການກວດ​ພະ​ຍາດ​ທີ່​ສະ​ຖາ​ບັນ ​ປາ​ສ​ເຕີໃນ​ນະ​ຄອນ​ພະ​ນົມ​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ມີ​ຜູ້​ໃດ​ທີ່​ຕິດ​ເຊື້ອ​ໄວ​ຣັ​ສ ໂຄວິດ 19 ທີ່ເປັນ​ອັ​ຕະ​ລາຍ​ຮ້າຍ​ແຮງ ແລະ​ເປັນເຊື້ອໄວ​ຣັ​ສໂຄ​ໂຣ​ນາ​ທີ່​ແຜ່​ຜາຍ​ອອກ​ໄປ​ຢ່າງວ່ອງ​ໄວ ທີ່​ໄດ້​ຮັບ​ລາຍ​ງານ​ວ່າ​ມີ​ຂຶ້ນ​ທຳ​ອິດ​ຢູ່​ໃນ​ເມືອງວູ​ຫານຂອງ​ຈີນ ນັ້ນເລີຍ.

ລັດ​ຖະ​ບານ​ກຳ​ປູ​ເຈຍ, ທີີ່​ມີ​ສາຍ​ພົວ​ພັນ​ອັນ​ແໜ້ນ​ແກ່ນ​ກັບ​ປັກ​ກິ່ງນັ້ນ ໄດ້​ອະ​ນຸ​ຍາດ ໃຫ້​ກຳ​ປັ່ນ​ສຳ​ລານ​ລຳ​ນັ້ນ ເຂົ້າໄປ​ຈອດ​ຢູ່ນອກ​ຝັ່ງ​ທະ​ເລຂອງຕົນ​ໃນ​ວັນ​ພະ​ຫັດ​ວານ​ນີ້.

ກໍ​າປັ່ນ​ສຳ​ລານ MS Westerdam ໂດຍ​ມີ​ຄົນ​ໂດຍ​ສານ 1,455 ຄົນ ແລະ​ລູກ​ເຮືອ 802 ຄົນ​ນັ້ນ ໄດ້​ຖືກ​ປະ​ຕິດ​ເສດ ໃນ​ເມື່ອ​ກ່ອນ ໂດຍ​ຍີ່​ປຸ່ນ, ໄຕ​ຫວັນ, ຟີ​ລິບ​ປິນ, ໄທ ແລະເກາະ​ກວາມ ​ບໍ່​ໃຫ້​ເຂົ້າ​ຈອດໃນ​ຝັ່ງທ​ະ​ແລ​ຂອງ​ເຂົາ​ເຈົ້າ.

ເບິ່ງວີ​ດິ​ໂອ​ທີ່​ກ່ຽວ​ຂ້ອງ​ກັບ​ຂ່າວນີ້​ເພີ້ມ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້

Hundreds passengers stranded at sea on board the cruise ship MS Westerdam for days over fears of the new virus were allowed to disembark on Friday in Cambodia.

The passengers were greeted by cheers as they finally walked off the ship in the Cambodian port of Sihanoukville and were welcomed by Prime Minister Hun Sen, who handed flowers to the passengers.

Some 20 passengers were tested for the virus after they reported stomachaches or fever, but the tests done at the Pasteur Institute in Phnom Penh showed none had COVID-19, the deadly, fast-spreading coronavirus first reported in the Chinese city of Wuhan.

The government of Cambodia, which has strong ties to Beijing, allowed the stranded cruise liner to anchor off its coast Thursday morning.

The MS Westerdam, with 1,455 passengers and 802 crew on board, had previously been turned away by Japan, Taiwan, the Philippines, Thailand and Guam.

The line has given each passenger a 100% refund of their cruise fare, plus an additional 100% future cruise credit. Passengers and crew received complimentary onboard internet and phone access to stay in contact with loved ones, a statement from the cruise line said.

Another cruise ship, the Diamond Princess, has been off the coast of Yokohama, Japan, for the last 10 days, with at least 218 passengers infected by the coronavirus.

XS
SM
MD
LG