ກຸ່ມກໍ່ການຮ້າຍໃນອາຟຣິກາ ພວມມີຄວາມທະເຍີທະຍານຫຼາຍຂຶ້ນ ໂດຍຮວບຮວມການກະກຽມໃນດ້ານຊັບພະຍາກອນແລະຄວາມຊ່ຽວຊານຫຼາຍຂຶ້ນ ເພື່ອເຮັດໃຫ້ການມີໜ້າຂອງພວກເຂົາເຈົ້າໄດ້ເປັນທີ່ຮູ້ກັນໃນທົ່ວຂົງເຂດໂດຍແນໃສ່ເພື່ອສ້າງຄວາມຕື່ນຕົກໃຈຫຼາຍຂຶ້ນອອກໄປໄກຕື່ມອີກ.
ການຊັ່ງຊາໃນດ້ານສືບລັບຂອງສະຫະລັດ ປະເທດຕາເວັນຕົກ ແລະສະມາຊິກອື່ນໆຂອງອົງການສະຫະປະຊາຊາດ ຊີ້ໃຫ້ເຫັນເຖິງພາກຫຼາຍໆສ່ວນ ນັບແຕ່ການຫຼັ່ງໄຫຼ ເຖິງແມ່ນຈຳນວນນ້ອຍໆ ແຕ່ກໍມີຄວາມສຳຄັນ ຂອງພວກນັກລົບຕ່າງປະເທດ ຈາກອີຣັກແລະຊີເຣຍ ຕະຫລອດທັງການຄ້າຢາເສບຕິດແລະການຄ້າອາວຸດທີ່ມີກຳໄລງາມໆເພີ້ມຂຶ້ນ.
ແຕ່ຄວາມແຕກຕ່າງຫຼືບໍ່ເຫັນພ້ອມຢ່າງແຮງພວມປາກົດອອກມາໃຫ້ເຫັນ ກ່ຽວກັບຂອບເຂດແລະທາດແທ້ຂອງໄພຂົ່ມຂູ່ ໂດຍທີ່ເຈົ້າໜ້າທີ່ສະຫະລັດພຽງຈຸດຽວ ທີ່ໄດ້ສະແດງໃຫ້ເຫັນເຖິງຄວາມເຫັນຫ່ວງຢ່າງເປີດເຜີຍວ່າ ພວກກໍ່ການຮ້າຍທີ່ມີຖານປະຕິບັດງານຢູ່ໃນອາຟຣິກາຈຳນວນນຶ່ງ ອາດເປັນໄພໄປເຖິງຢູໂຣບ ແລະສະຫະລັດໄດ້.
ນາຍພົນສຕີເວັນ ທາວເຊັນ ຜູ້ບັນຊາການກຳລັງສະຫະລັດໃນອາຟຣິກາ ກ່າວຕໍ່ສະມາຊິກສະພາໃນການໃຫ້ການເມື່ອໄວໆມານີ້ວ່າ "ພວກກຸ່ມຫົວຮຸນແຮງ ທີ່ຢູ່ໃນທະວີບດັ່ງກ່າວ ທັງໃນເຂດພາກຕາເວັນອອກ ແລະຕາເວັນຕົກ ຈຳນວນນຶ່ງຂອງກຸ່ມເຫຼົ່ານັ້ນ ແມ່ນເປັນໄພຂົ່ມຂູ່ຕໍ່ປະເທດອາເມຣິກາໃນທຸກມື້ນີ້."
ທ່ານກ່າວຕື່ມວ່າ "ຈຳນວນນຶ່ງຂອງພວກເຂົາ ບາງທີອາດເປັນໄພຂົ່ມຂູ່ໃນອະນາຄົດ ພວກເຮົາບໍ່ສາມາດຢຸດເຊົາການກົດດັນ."
Terror groups in Africa are getting more ambitious, increasingly mustering the resources and expertise to make their presence felt across the region with an eye toward wreaking havoc even further afield.
Intelligence assessments from the United States, Western nations and other United Nations member states point to a variety of factors, ranging from a small but critical influx of foreign fighters from Iraq and Syria to the growing profitability of drugs and weapons trafficking.
But sharp differences are emerging about the scope and nature of the threat, with U.S. officials alone publicly raising concerns that some of the African-based terrorists may be able to reach into Europe and the U.S. itself.
"The violent extremist organizations that are on the continent, both in the east and in the west, some of those groups threaten the American homeland today," General Stephen Townsend, the commander of U.S. Africa Command, told U.S. lawmakers during a recent hearing.
"Some of them will potentially be a threat in future," he added, warning, "we cannot take pressure off."