ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ພົບປະກັບປະທານາທິບໍດີ ອູຮູຣູ ເຄັນຢັດຕາຂອງປະເທດເຄັນຢາໃນວັນພະຫັດວານນີ້ ຢູ່ທີ່ທຳນຽບຂາວ ແລະໄດ້ປະກາດວ່າ ສະຫະລັດມີແຜນທີ່ຈະລິເລີ້ມການເຈລະຈາທາງການຄ້າກັບສາທາລະນະລັດເຄັນຢາ.
“ເຄັນຢາເປັນທີ່ຍອມຮັບວ່າ ເປັນຜູ້ນຳໝູ່ປະເທດນຶ່ງຢູ່ໃນທະວີບນັ້ນ, ເປັນຄູ່ພາຄີທາງຍຸດທະສາດທີ່ສຳຄັນຂອງສະຫະລັດ ແລະມີຄວາມສາມາດທີ່ບົ່ມຊ້ອນຢູ່ຢ່າງຫລວງຫລາຍເພື່ອໃຫ້ພວກເຮົາຮັດແໜ້ນສາຍພົວພັນທາງເສດຖະກິດ ແລະການຄ້າໃຫ້ເລິກເຊິ່ງຂຶ້ນ,” ນັ້ນຄືຄຳເວົ້າຂອງຜູ້ຕາງໜ້າທາງການຄ້າສະຫະລັດ, ທ່ານ ໂຣເບີດ ໄລໄທເຊີ. ທ່ານກ່າວຕໍ່ໄປວ່າ “ຢູ່ພາຍໃຕ້ການນຳພາຂອງປະທານາທິບໍດີທຣຳ ພວກເຮົາມີຄວາມຫວັງທີ່ຈະໄດ້ມີການເຈລະຈາ ແລະບັນລຸຂໍ້ຕົກລົງແບບຮອບດ້ານ, ມີມາດຕະຖານສູງກັບເຄັນຢາທີ່ສາມາດຖືກໃຊ້ໃຫ້ເປັນຕົວແບບໃຫ້ແກ່ການເຮັດຂໍ້ຕົກລົງເພີ້ມອີກຢູ່ທົ່ວທະວີບອາຟຣິກາ.”
ເຄັນຢາມີຄວາມສຳຄັນທາງຍຸດທະສາດສຳລັບສະຫະລັດ ໃນຂະນະທີ່ສະຫະລັດ ພະຍາຍາມທີ່ຈະເຂົ້າໄປລົບລ້າງອິດທິພົນຂອງຈີນໃຫ້ໝົດໄປ. ຈີນໄດ້ເຮັດໃຫ້ສະຫະລັດທີ່ເຄີຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງທະວີບອາຟຣິກາໃນຮອບຫລາຍກວ່າທົດສະວັດຜ່ານມານັ້ນ ໝົດຄວາມສຳຄັນລົງ.
ການຢ້ຽມຢາມທ່ານທຣຳໃນທຳນຽບຂາວຂອງທ່ານເຄັນຢັດຕາ ເປັນສິ່ງທີ່ບໍ່ຄ່ອຍມີ ສຳລັບຜູ້ນຳຂອງປະເທດໃນທະວີບອາຟຣິກາຄົນນຶ່ງ. ທ່ານເຄັນຢັດຕາ ເຄີຍພົບກັບທ່ານທຣຳຄັ້ງນຶ່ງໃນປີ 2018 ຊຶ່ງເປັນສິ່ງທີ່ທຳນຽບຂາວກ່າວໃນວັນພະຫັດວານນີ້ວ່າ ໃນຕອນນັ້ນ “ຜູ້ນຳຂອງທັງສອງປະເທດໄດ້ສ້າງຕັ້ງການປຶກສາຫາລືສອງຝ່າຍດ້ານຍຸດທະສາດລະຫວ່າງສະຫະລັດກັບເຄັນຢາຂຶ້ນ.”
ທ່ານທຣຳບໍ່ໄດ້ສະແດງຄວາມສົນໃຈຕໍ່ຂົງເຂດອາຟຣິກາຫລາຍປານໃດນັບຕັ້ງແຕ່ທ່ານຂຶ້ນກຳຕຳແໜ່ງເປັນຕົ້ນມາ. ສະຫະລັດມີສັນຍາທາງການຄ້າກັບ 20 ປະເທດ ແຕ່ວ່າບໍ່ມີສັນຍາສະບັບໃດທີ່ເຊັນກັບປະເທດໃນທະວີບອາຟຣິກາເລີຍ.
ແຕ່ວ່າ ກະຊວງການຕ່າງປະເທດສະຫະລັດປະກາດໃນວັນພຸດຜ່ານມາວ່າ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໄມຄ໌ ພອມພຽວ ຈະໄປຢ້ຽມຢາມອາຟຣິກາເປັນຄັ້ງທຳອິດ ໃນວັນທີ 15 ຫາ 19 ກຸມພາ ໂດຍມີກຳນົດຈະຢຸດແຫວ່ຢູ່ອັງໂກລາ, ເອທິໂອເປຍ, ແລະເຊເນການ.
ການຄ້າລະຫວ່າງສະຫະລັດກັບເຄັນຢາມີຢູ່ປະມານ 1 ຕື້ ໂດລາຕໍ່ປີ. 70 ເປີເຊັນຂອງສິນຄ້າຂາອອກຂອງເຄັນຢາ ແມ່ສົ່ງມາຍັງສະຫະລັດ ພາຍໃຕ້ໂຄງການເຄື່ອນໄຫວເພື່ອການຂະຫຍາຍໂຕ ແລະໃຫ້ໂອກາດແກ່ອາຟຣິກາ ຫລື AGOA.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້
U.S. President Donald Trump meets Thursday with Kenyan President Uhuru Kenyatta at the White House.
The two leaders are expected to discuss a possible free trade deal, which would be a first between the U.S. and an African country.
Kenya is strategically important to the U.S., as America tries to offset the influence of China. China eclipsed the U.S. as Africa’s trading partner more than a decade ago.
Kenyatta’s visit to Trump’s White House is a rare for an African head of state. Kenyatta met with Trump once before in August 2018, when the White House said Thursday “the two leaders established the United States-Kenya Bilateral Strategic Dialogue.”“
President Trump looks forward to building on this momentum and discussing new opportunities to advance cooperation and trade,” the White House said.
Trump has not shown much interest in African countries since he has been in office. The U.S. has free-trade pacts with 20 countries, but none in Africa.
The U.S. State Department announced Wednesday, however, that Secretary of State Mike Pompeo would visit Africa for the first time from February 15 to 19, with stops scheduled in Angola, Ethiopia and Senegal.