ບັນດາໄອຍະການຂອງສະຫະລັດ ກຳລັງຕັ້ງຂໍ້ຫາຕໍ່ຊາຍຄົນນຶ່ງທີ່ສັງຫານຊີວິດຂອງ 22 ຄົນ ແລະເຮັດໃຫ້ຫລາຍສິບຄົນໄດ້ຮັບບາດເຈັບ ຢູ່ໃນເຫດການຍິງສັງຫານໝູ່ທີ່ແນໄປໃສ່ຊາວເມັກຊິໂກຢູ່ໃນເມືອງຊາຍແດນ ແອລ ພາໂຊ ໃນລັດເທັກຊັສນັ້ນ ວ່າມີຄວາມຜິດຖານກໍ່ອາຊະຍາກຳຍ້ອນຄວາມກຽດຊັງໃນລະ ດັບລັດຖະບານກາງ.
ຢູ່ໃນການກ່າວຫາທີ່ຖືກເປີດເຜີຍອອກມາໃນວັນພະຫັດວານນີ້ ແມ່ນໄດ້ກ່າວຫາທ້າວ ປາທຣິກ ຄູຊຽສ (Patrick Crusius), ອາຍຸ 21 ປີ ທີ່ໄດ້ມາປາກົດໂຕໃນທີ່ນັ້ນໃນໄລຍະທີ່ມີການປະກັນຕົວຂອງລາວຢູ່ ໃນເດືອນຕຸລາຜ່ານມາວ່າ ມີຄວາມຜິດຖານກໍ່ອາຊະຍາກຳຍ້ອນຄວາມກຽດຊັງໃນລະດັບລັດຖະບານກາງ ແລະມີຄວາມຜິດໃນການຄອບຄອງອາວຸດປືນຢູ່ໃນການໂຈມຕີໃນເດືອນສິງຫາຜ່ານມາທີ່ແນໃສ່ເຮັດໃຫ້ຄົນທີ່ເວົ້າພາສາສະເປນຫລົບໜີອອກຈາກສະຫະລັດໄປ.
ລາວບໍ່ຍອມຮັບຜິດວ່າ ໄດ້ທຳການຍິງດັ່ງກ່າວໃນປີກາຍນີ້ ເຖິງແມ່ນວ່າ ລາວໄດ້ຍອມຮັບຕາມການກ່າວຫາວ່າເປັນຄົນຍິງເມື່ອລາວຍອມຈຳນົນມອບຕົວໃຫ້ແກ່ຕຳຫລວດຢູ່ນັ້ນ.
ເຫດການຍິງປືນທີ່ວ່ານີ້ ແມ່ນເກີດຂຶ້ນໃນຕອນທີ່ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງກຳລັງພະຍາຍາມທີ່ຈະຈັດການກັບກຸ່ມຄົນເຂົ້າເມືອງຢູ່ຊາຍແດນລະຫວ່າງສະຫະລັດກັບເມັກຊິໂກ ແລະມີການສູ້ຢັນກັນທາງການເມືອງກ່ຽວກັບການປະຕິບັດຕໍ່ພວກເຄົນເຂົ້າເມືອງຢູ່.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້
U.S. prosecutors are charging the man accused of killing 22 people and wounding two dozen more in a shooting rampage targeting Mexicans in the border city of El Paso, Texas, with federal hate crimes.
An indictment unsealed Thursday charged 21-year-old Patrick Crusius, shown here during his arraignment in October, with federal hate and firearms crimes in the attack last August aimed at scaring Hispanics into leaving the United States.
He pleaded not guilty to the shootings last year, although he allegedly admitted to being the shooter when he surrendered to police.
The shooting occurred when immigration officials were trying to manage a crush of migrants at the U.S.-Mexico border and there was a political battle over the migrant's treatment.