ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ສ​ະ​ໝັກ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ ​6 ທ່ານ ກຽ​ມຕົວ​ຂຶ້ນ​ໂຕ້​ວາ​ທີ ຄັ້ງ ​ສຸດ​ທ້າຍ ໃນ​ມື້ນີ້  


ກຳ​ມະ​ກອນກວດ​ຫິ​ມະ​ອ​ອກຢູ່​ເດີ່ນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ໃນ​ເມືອງ​ດີ​ມອຍ, ລັດ​ໄອ​ໂອ​ວາ ກ່ອນ​ຈະ​ມີ​ການໂຕ້​ວາ​ທີ ​ໃນ​ວັນ​ອັງ​ຄານມື້ນີ້
ກຳ​ມະ​ກອນກວດ​ຫິ​ມະ​ອ​ອກຢູ່​ເດີ່ນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ໃນ​ເມືອງ​ດີ​ມອຍ, ລັດ​ໄອ​ໂອ​ວາ ກ່ອນ​ຈະ​ມີ​ການໂຕ້​ວາ​ທີ ​ໃນ​ວັນ​ອັງ​ຄານມື້ນີ້

ບັນ​ດາ​ຜູ້​ສ​ະ​ໝັກ​ເລືອກ​ຕັ້ງ​ເປັນປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ ​6 ທ່ານ ກຳ​ລັງ​ກຽ​ມຕົວ​ຂຶ້ນ​ໂຕ້​ວາ​ທີ ​ທີ່​ມີ​ຄວາມ​ສຳ​ຄັນ​ສູງ​ ໃນ​ວັນ​ອັງ​ຄານມື້ນີ້ ຢູ່​ໃນງານ​ທີ່ເປັນ​ການ​ປະ​ຊັນ​ກັນ​ແບບ​ໜ້າ​ຕໍ່-ໜ້າໃຫ້​ບັນ​ດາ​ຜູ້​ປ່ອນ​ບັດ​ໄດ້ເຫັນເປັນ​ຄັ້ງ​ສຸດ​ທ້າຍ ຢູ່​ໃນ​ລັດ​ໄອ​ໂອ​ວາ ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ຕອນ​ກາງ​ຂອງ​ປະ​ເທດ ເພື່ອ​ຈະ ເລືອກ​ເອົາຜູ້​ຕາງ​ໜ້າ​ຈາກ​ພັກ​ໄປ​ແຂ່​ງ​ກັບປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ ທີ່​ມາ​ຈາກ​ພັກຣີ​ພັບ​ບ​ລິ​ກັນ ຢູ່​ໃນການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພະ​ຈິກປີນີ້.

ໂດຍ​ທີ່​ພັກ​ດັ່ງ​ກ່າວ​ໄດ້​ຍົກ​ມາດ​ຕະ​ຖານ​ຂອງ​ຄຸນ​ນະ​ວຸດ​ທິ​ເໝາະ​ສົມ​ຂອງຕົນ​ຂຶ້ນ ເລື້ອຍໆ ຢູ່​ໃນ​ການ​ໂຕ້​ວາ​ທີ​ໃນ​ແຕ່​ລະ​ຄັ້ງ​ທີ່​ຈັດ​ຂຶ້ນ​ເປັນ​ລຳ​ດັບ​ມາ, ການ​ໂຕ້​ວາ​ທີ ໃນ​ວັນ​ອັງ​ຄານມື້ນີ້ ຈະສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຜູ້​ສ​ະ​ໝັກ​ເລືອກ​ຕັ້ງໜ້ອຍກວ່າ​ເກົ່າ​ນັບຕັ້ງ​ແຕ່​ຂັ້ນ​ຕອນ​ດັ່ງ​ກ່າວ ​ໄດ້​ເລີ້ມ​ມີ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ກາຍນີ້ ເປັນ​ຕົ້ນ​ມາ.

ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ (Joe Biden), ສະ​ມາ​ຊິກ​ສະ​ພາ​ສູງ ​ເບີ​ນີ ແຊນ​ເດີສ໌ (Bernie Sanders), ສະ​ມາ​ຊິກ​ສະ​ພາ​ສູງເອ​ລີ​ຊາ​ເບັດ ວໍ​ເຣັນ (Elizabeth Warren), ອະ​ດີດ​ເຈົ້າ​ເມືອງ​ຊາວ​ເບນ (South Bend), ລັດ​ອິນ​ເດຍ​ນາ, ທ່ານ ພີດ ບູ​ດິ​ເຈດ (Pete Buttigieg), ສະ​ມາ​ຊິກ​ສະ​ພາ​ສູງເອມ​ມີ ໂຄ​ລ​ບູ​ຈາ (Amy Klobuchar) ແລະ​ເສດ​ຖີ​ເງິນ​ຕື້ ທອມ ສ​ເຕ​ເຢີ (Tom Steyer) ໄດ້​ເຂົ້າ​ຮ່ວມ​ເວ​ທີ​ແຂ່​ງ​ຂັນ​ດັ່ງ​ກ່າວ.

ລັດ​ໄອ​ໂອ​ວາທີ່ເນື້ອ​ທີ່​ສ່ວນ​ໃຫຍ່​ເປັນ​ເ​ຂ​ດ​ຊົນ​ນະ​ບົດ ແລະ​ມີ​ປະ​ຊາ​ຊົນ​ສ່ວນ​ຫລາຍ​ເປັນຄົນ​ຜິວ​ຂາວໃນ​ຈຳ​ນວນ​ປະ​ມານ 3 ລ້ານ​ຄົນ ແມ່ນບໍ່​ສາ​ມາດ​ສະ​ທ້ອນ​ໃຫ້​ເຫັນ​ສະ​ພາບ​ຕົວ​ຈິງ​ຂອງ​ທັງ​ໝົດ​ສະ​ຫະ​ລັດໄດ້​ດີ. ແຕ່​ວ່າ ໃນແຕ່​ລະ 4 ປີ​ໃດ ມັນ​ມີ​ຄວາມ​ສຳ​ຄັນ​ທີ່​ເກີນ​ຕົວ​ຂອງ​ມັນ ​ຢູ່ໃນ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນາມ​ທີ່​ເປັນ​ລັດ​ທຳ​ອິດທີ່ລົງ​ຄະ​ແນນ​ສຽງ​ຢູ່​ໃນ​ຂັ້ນ​ຕອນ​ການ​ເລືອກ​ເອົາ​ຜູ້​ຕາງ​ໜ້າ​ພັກ​ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາຫລາຍເດືອນ ສຳ​ລັບ​ທັງພັກຣີ​ພັບ​ບ​ລິ​ກັນ ແລະ​ພັກ​ເດ​ໂມ​ແຄ​ຣັດ. ໃນ​ຄັ້ງ​ນີ້ກອງ​ປະ​ຊຸມ​ເພື່ອ​ເລືອກ​ເອົາຜູ້​ຕາງ​ໜ້າ​ພັກ ຈະ​ຈັດ​ຂຶ້ນ ໃນ​ວັນ​ທີ 3 ກຸມ​ພາທີ່​ຈະ​ມາ​ເຖິງນີ້.

ເນື່ອງ​ຈາກວ່າທ່ານ​ທ​ຣຳໄດ້​ດຳ​ລົງ​ຕຳ​ແໜ່ງຢູ່ ກໍ​ໝາຍ​ຄວາມ​ວ່າ ພວກ​ສັງ​ກັດ​ພັກ ຣີ​ພັບ​ບ​ລິ​ກັນແນ່ນອນ ​ຈະ​ເລືອກ​ເອົາ​ທ່ານ​ເປັນ​ຜູ້​ຕາງ​ໜ້າ​ພັກ ເພື່ອ​ຫາ​ທາງ​ໃຫ້ໄດ້ ດຳ​ລົງ​ຕຳ​ແໜ່ງ​ຕໍ່​ໄປ​ຢູ່​ໃນ​ທຳ​ນຽບ​ຂາວເປັນ​ສະ​ໄໝ​ທີສອງ. ແຕ່​ວ່າ ການ​ແຂ່ງ​ຂັນ​ຂອງພັກ​ເດ​ໂມ​ແຄ​ຣັດ ແມ່ນ​ມີ​ຄວາມປ່ຽນແປງ​ໄດ້​ງ່າຍ​ທີ່​ສຸດ.

ທ່ານ​ໄບ​ເດັນ (Biden) ທີ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ເພື່ອໃຫ້​ຖືກເລືອກເປັນຜູ້​ຕາງ​ໜ້າ​ຈາກ​ພັກເປັນ​ຄັ້ງ​ທີ 3 ແລ້ວນັ້ນ ດຽວນີ້ໄດ້ເປັນ​ຜູ້ນຳ​ໜ້າໝູ່​ຢູ່​ໃນ​ການ​ຢັ່ງ​ຫາງ​ສຽງ​ແຫ່ງ​ຊາດ​ໃນ​ກຸ່ມ​ຜູ້​ປ່ອນ​ບັດ​ທີ່​ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ແຕ່ວ່າ ອາດ​ຈະ ລາກ​ຫລັງບັນ​ດາ​ຄູ່​ແຂ່ງ​ຂອງ​ທ່ານ​ຈາກພັກ​ເດ​ໂມ​ແຄ​ຣັດຢູ່​ໃນລັດ​ໄອ​ໂອ​ວາ ແລະ​ຢູ່​ໃນ​ລັດ​ອື່ນໆ ກໍ​ເປັນ​ໄດ້. ຖ້າ​ຫາກວ່າ​ທ່ານ​ມີ​ຄວາມ​ໄຂວ່​ເຂໄປ ​ໃນຕອນ​ຕົ້ນໆ ຂອງ​ຂັ້ນ​ຕອນການເລືອກເອົາຜູ້​ຕາງ​ໜ້າ​ຈາກ​ພັກ, ສະ​ພາບ​ການນັ້ນ ອາດ​ຈະ​ເຮັດ​ໃຫ້ການ​ອ້າງ​ເຫດ​ອ້າງ​ຜົນ​ຂອງ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານທີ່​ເວົ້າ​ວ່າ​ອີງ​ຕາມ​ການຢັ່ງ​ຫາງ​ສຽງ​ແຫ່ງ​ຊາດ ທ່ານ​ແມ່ນ​ຢືນ​ຢູ່​ໃນ​ຈຸດ​ທີ່​ມີ​ໂອ​ກາດ​ຫລາຍກວ່າ ໝູ່​ທີ່​ສຸດ​ທີ່​ຈະ​ເອົາ​ຊະ​ນະ​ທ່ານ​ທ​ຣຳ​ໄດ້​ນັ້ນ ບໍ່​ໄດ້​ຮັບ​ຄວາມສົນ​ໃຈ​ປານ​ໃດ.

ການຢັ່ງ​ຫາງ​ສຽງ​ແຫ່ງ​ຊາດ​ຢູ່ໃນລັດ​ໄອ​ໂອ​ວາ ໃນ​ອາ​ທິດ​ແລ້ວນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ແຊນ​ເດີສ໌ທີ່​ຂະ​ໜານ​ນາ​ມ​ຕົນ​ເອງວ່າ ເປັນ​ນັກ​ສັງ​ຄົມ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ​ນັ້ນ ໄດ້ພຸ້ງ​ຂຶ້ນ​ກາຍ​ໜ້າ​ໝູ່​ ໂດຍ​ມີ​ຄະ​ແນນ​ນຳ​ໜ້າ​ຄົນ​ອື່ນ​ເລັກ​ໜ້ອຍ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ 20 ເປີ​ເຊັນ​ຢູ່​ໃນ​ລັດ​ດັ່ງ​ກ່າວ. ທ່ານ​ນາງ ວໍ​ເຣນ ທີ່​ມີ​ຫົວ​ກ້າວ​ໜ້າ​ທີ່​ຕາງ​ໜ້າ​ໃຫ້​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ໄດ້​ທີ​ສອງໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ 17 ເປີ​ເຊັນ, ນຳ​ໜ້າ​ທ່ານ ບູ​ດິ​ເຈດທີ່​ໄດ້​ສະ​ແດງ​ໃຫ້​ຄົນ​ເຫັນ​ວ່າ ຕົນ​ເປັນ​ຄົນ​ນິ​ຍົມ​ການ​ເມືອງ​ແບບສາຍ​ກາງ ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ 16 ເປີ​ເຊັນ ແລະ​ທ່ານ​ໄບ​ເດັນ, ທີ່​ເປັນ​ນັກ​ການ​ເມືອງ​ນິ​ຍົມ​ສາຍ​ກາງ​ແບບ​ອຽງ​ຊ້າຍ ຕະ​ຫລອດ​ເວ​ລາ​ເກືອບຮອດ 5 ທົດ​ສະ​ວັດ​ທີ່​ເຮັດ​ວຽກ​ຢູ່​ໃນ​ວໍ​ຊິ​ງ​ຕັນນັ້ນ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ 15 ເປີ​ເຊັນ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG