ຜູ້ມີສິດປ່ອນບັດຊາວໄຕ້ຫວັນ ໄດ້ພາກັນໄປລົງຄະແນນສຽງໃນຕອນເຊົ້າວັນເສົາມື້ນີ້ ເພື່ອເລືອກເອົາປະທານາທິບໍດີ ໃນການເລືອກຕັ້ງທີ່ຄອບງຳໂດຍຄຳຖາມທີ່ວ່າ ລັດຖະບານຄວນຮັບມືກັບຈີນແຜ່ນດິນໃຫຍ່ ຊຶ່ງເປັນຄູ່ແຂ່ງທາງການເມືອງແບບໃດ. ບາງຄົນແມ່ນພາກັນປ່ອນບັດເລືອກເອົາທ່ານນາງໄຊ ອິງ ເຫວິນ ທີ່ເອົາທ່າທີຢ່າງແຂງຂັນຕໍ່ປັກກິ່ງ ໃຫ້ເຂົ້າຮັບຕຳແໜ່ງຕື່ມອີກ. ແຕ່ຫຼາຍຄົນແມ່ນພາກັນເລືອກເອົາທ່ານ ຫານ ກວາ ຢູ ດາວຮຸ່ງໜ່ວຍໃໝ່ ທີ່ຕ້ອງການຢາກໃຫ້ມີຄວາມສຳພັນທາງດ້ານເສດຖະກິດ ທີ່ໃກ້ຊິດກັບຈີນ.
ບັນດາຜູ້ມີສິດປ່ອນບັດພາກັນເຂົ້າແຖວທີ່ຍາວຢຽດ ຢູ່ນອກໜ່ວຍປ່ອນບັດຕ່າງໆໃນຕອນເຊົ້າວັນເສົາມື້ນີ້ ຊຶ່ງເປັນຮ່ອງຮອຍໃນຂັ້ນຕົ້ນທີ່ສະແດງໃຫ້ເຫັນວ່າ ຈະມີຜູ້ໄປປ່ອນບັດເປັນຈຳນວນຫຼວງຫຼາຍໃນການເລືອກຕັ້ງປະທານາທິບໍດີ ຊຶ່ງຈະເປັນຜູ້ກຳນົດອະນາຄົດ ໃນຄວາມສຳພັນຂອງໄຕ້ຫວັນ ກັບຈີນແຜ່ນດິນໃຫຍ່.
ລັດຖະບານຢູ່ປັກກິ່ງຖືວ່າ ໄຕ້ຫວັນເປັນດິນແດນຂອງຕົນຊຶ່ງຈະຕ້ອງມີການເຕົ້າໂຮມເຂົ້າກັນກັບຈີນໃນທີ່ສຸດນັ້ນ. ແຕ່ປະຊາຊົນຊາວໄຕ້ຫວັນກ່າວຢູ່ໃນການສຳຫຼວດເມື່ອປີກາຍນີ້ວ່າ ພວກເຂົາເຈົ້າມັກການປົກຄອງຕົນເອງແບບປະຊາທິປະໄຕໃນທຸກມື້ນີ້ ຫຼາຍກວ່າການທ້ອນໂຮມເຂົ້າກັບຈີນ. ການປະທ້ວງຕໍ່ຕ້ານຈີນຢູ່ທີ່ຮົງກົງ ໃນຮອບຫຼາຍໆເດືອນຜ່ານມາ ໄດ້ພາໃຫ້ຜູ້ມີສິດປ່ອນບັດຊາວໄຕ້ຫວັນບາງຄົນມີຄວາມຢ້ານກົວ ກ່ຽວກັບວ່າ ການປົກຄອງພາຍໃຕ້ປັກກິ່ງຈະເຮັດໃຫ້
ຊີວິດການເປັນຢູ່ມີສະພາບແບບໃດ. ຈີນໄດ້ປົກຄອງຮົງກົງ ມາໄດ້ຊາວກວ່າປີແລ້ວ.
ການປ່ອນບັດຢູ່ໄຕ້ຫວັນໃນວັນເສົາມື້ນີ້ ແມ່ນເປັນທີ່ຄາດກັນຢ່າງກວ້າງຂວາງວ່າ ຈະສະທ້ອນໃຫ້ເຫັນຄວາມຮູ້ສຶກທີ່ມີຕໍ່ຈີນ.
ນາງເຈັນ ລີ ຈິນ ຜູ້ເປັນແມ່ທີ່ມີອາຍຸ 43 ປີ ຈາກເຂດຊານເມືອງຂອງນະຄອນຫຼວງໄທເປ ໄດ້ຕັດສິນໃຈປ່ອນບັດເອົາທ່ານນາງໄຊ ອິງ ເຫວິນ ໃຫ້ເຂົ້າຮັບຕຳແໜ່ງຄືນອີກ ຍ້ອນທ່ານນາງໄດ້ສະແດງອອກໃຫ້ເຫັນເຖິງຄວາມເຕັມໃຈໃນການທີ່ຈະຕ້ານຢັນຈີນ.
ນາງກ່າວວ່າ ສິ່ງທີ່ລັດຖະບານຄວນກະທຳ ກໍແມ່ນປົກປ້ອງລະບອບປະຊາທິປະໄຕຂອງໄຕ້ຫວັນແລະນັ້ນຄືສິ່ງທີ່ສຳຄັນສຸດ. ນາງເຈັນກ່າວຕື່ມວ່າ ເມື່ອປຽບທຽບລະຫວ່າງຜູ້ສະໝັກແລ້ວນາງມັກທ່ານນາງໄຊ ອິງ ເຫວິນ. ນາງກ່າວວ່າ ຄວາມສຳພັນແບບທີ່ມີການຮ່ວມມືກັບຈີນຂອງໄຕ້ຫວັນຄວນປະຕິບັດກັນແບບລັດຕໍ່ລັດຕາບໃດທີ່ຈີນຍັງບໍ່ທັນເອົາໄຕ້ຫວັນເຂົ້າເປັນດິນແດນຂອງຕົນ.
ທ່ານນາງໄຊ ອິງ ເຫວິນ ອາຍຸ 63 ປີ ຊຶ່ງເປັນນັກຊ່ຽວຊານດ້ານກົດໝາຍທີ່ຈົບການສຶກສາຈາກສະຫະລັດ ສະເໜີແນະໃຫ້ເປີດການເຈລະຈາກັບຈີນ ກໍຕໍ່ເມື່ອພວກຜູ້ນຳຄອມມູນິສຢູ່ປັກກິ່ງຍົກເລີກເງື່ອນໄຂທີ່ວ່າໄຕ້ຫວັນເປັນດິນແດນສ່ວນນຶ່ງຂອງຈີນ. ທ່ານນາງໄດ້ສະແດງການສະໜັບສະໜຸນຕໍ່ການປະທ້ວງຢູ່ຮົງກົງ ແລະກ່າວວ່າ ໄຕ້ຫວັນບໍ່ສາມາດຮັບເອົາ ການປົກຄອງແບບ “ນຶ່ງປະເທດ ສອງລະບອບ” ທີ່ປັກກິ່ງໃຊ້ໃນເວລານີ້ ເພື່ອປົກຄອງຮົງກົງນັ້ນ.
ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ສະເໜີແນະແຜນການແບບດຽວກັນນີ້ ສຳລັບໄຕ້ຫວັນໃນຄຳປາໄສເມື່ອນຶ່ງປີກ່ອນ ໃນເດືອນນີ້. ລັດຖະບານຂອງທ່ານບໍໄດ້ປະຕິເສດເຖິງຄວາມເປັນໄປໄດ້ໃນການທີ່ຈະໃຊ້ກຳລັງ ຖ້າຫາກວ່າຈຳເປັນເພື່ອເຂົ້າຍຶດເອົາໄຕ້ຫວັນ.