ຕຳຫຼວດພວມຕາມລ່າຫາຕົວຄົນຮ້າຍໃສ່ໜ້າກາກ ທີ່ຖືກກ່າວຫາວ່າ ຍິງສັງຫານສາມຄົນ ຮວມທັງເດັກນ້ອຍຄົນນຶ່ງທີ່ກຳລັງຫັດຍ່າງ ໃນການຍິງຕໍ່ສູ້ກັນຢູ່ທີ່ຮ້ານຊັບພະສິນຄ້າແຫ່ງນຶ່ງ ໃນເຂດພາກກາງຂອງປະເທດໄທ ເມື່ອຕອນແລງວັນພະຫັດວານນີ້.
ເຈົ້າໜ້າທີ່ກ່າວວ່າ ນອກນັ້ນແລ້ວ ຍັງມີຜູ້ໄດ້ຮັບບາດເຈັບໃນການປຸ້ນທີ່ເມືອງລົບບຸຣີ ທີ່ຕັ້ງຢູ່ທາງເໜືອຂອງບາງກອກ.
ຕຳຫຼວດກ່າວວ່າ ມືປືນໄດ້ຍິງປືນເຂົ້າໃສ່ ຍາມຄົນນຶ່ງ ແມ່ຍິງທີ່ເປັນຜູ້ຊ່ວຍເຈົ້າຂອງຮ້ານ ແລະເດັກນ້ອຍຜູ້ຊາຍອາຍຸສອງປີ ທີ່ພວມຍ່າງຜ່ານໄປ ພ້ອມກັບແມ່ຂອງລາວ. ຜູ້ຕ້ອງສົງໄສມີລາຍງານວ່າ ສາມາດຫລົບໜີໄປໄດ້ພ້ອມກັບຖາດທີ່ ເຕັມໄປດ້ວຍສາຍສ້ອຍຄຳ.
ລາຍງານຂອງສື່ມວນຊົນໃນທ້ອງຖິ່ນກ່າວວ່າ ຕຳຫຼວດໄດ້ສະເໜີໃຫ້ເງິນລາງວັນ 3,300 ໂດລາ ສຳລັບຜູ້ໃດກໍຕາມທີ່ມີຂໍ້ມູນນຳໄປສູ່ການຈັບກຸມມືປືນຄົນນີ້.
Police are trying to track down amasked robber accused of shooting and killing three people, including a toddler, in a holdupat a mall gold shop in central Thailand Thursday night.
Authorities say four others were wounded in the robbery in Lopburi, north of Bangkok.
Police say the gunman opened fire killing a security guard, a female shop assistant, and a 2-year-old boy who was walking past with his mother.The suspect reportedly escapedwith trays ofgold necklaces.
Local media report that police are offering a rewardof about $3,300 for information leading to the killer's arrest.