ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ລົງ​ໂທດ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຊູ​ດານ​ໃຕ້ ຍ້ອນ​ລະ​ເມີດ​ສິດ​ທິ​ມະ​ນຸດ


ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີນຶ່ງ ຂອງ​ຊູ​ດານ​ໃຕ້ ທ່ານຕາ​ບານ ເດັງ ກາຍ ກ່າວ​ຄຳ​ປາ​ໄສ ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 28 ກັ​ນ​ຍາ 2018.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີນຶ່ງ ຂອງ​ຊູ​ດານ​ໃຕ້ ທ່ານຕາ​ບານ ເດັງ ກາຍ ກ່າວ​ຄຳ​ປາ​ໄສ ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 28 ກັ​ນ​ຍາ 2018.

ລັດ​ຖ​ະ​ບານ​ສະ​ຫະ​ລັດ ໄດ້​ທຳ​ການ​ລົງ​ໂທດ​ຕໍ່​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ​ນຶ່ງ​ຂອງ​ຊູ​ດານ​ໃຕ້ ທ່ານ​ຕາ​ບານ ເດັງ ກາຍ ໂດຍ​ກ່າວ​ຫາ​ທ່ານ​ວ່າ ທຳ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ຮ້າຍ​ແຮງ ແລະ​ພະ​ຍາ​ຍາມ​ທັບ​ມ້າງ​ຂັ້ນ​ຕອນ​ສັນ​ຕິ​ພາບ​ຂອງ​ຊູ​ດານໃຕ້.

ໃນ​ຖະ​ແຫຼງກ​ານ​ທີ່​ອອກ​ໃນ​ວັນ​ພຸ​ດ​ວານນີ້ ຫ້ອງ​ການ​ຄວບ​ຄຸມ​ຊັບ​ສິນ​ຕ່າງ​ປະ​ເທດ​ຂອງ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ກ່າວ​ວ່າ ທ່ານ​ເດັງ​ໄດ້​ພະ​ຍາ​ຍາມ​ສ້າງ​ຄວາມ​ແຕກ​ແຍກ ແລະ​ປູກ​ຝັງ​ແນວ​ໃດ​ບໍ່​ໃຫ້​ໄວ້​ເນື້ອ​ເຊື່ອ​ໃຈຢູ່​ໃນ​ຂະ​ບວນ​ການ​ປົດ​ປ່ອຍຊາດ​ປະ​ຊາ​ຊົນ​ຊູ​ດານ​ທີ່​ຄັດ​ຄ້ານ ຫຼື SPLM-IO ຊຶ່ງ​ເປັນ​ກຸ່ມ​ຄູ່​ປໍ​ລ​ະ​ປັກກັບ​ພັກ​ຂອງ​ປະທາ​ນາ​ທິ​ບໍ​ດີ​ຊາ​ລ​ວາ​ ເກຍ. ຖະ​ແຫຼງ​ການ​ກ່າວ​ວ່າ ການ​ກະ​ທຳ​ຂອງ​ຜູ້​ກ່ຽວ​ໄດ້​ພາ​ໃຫ້​ເກີດ​ການ​ຂັດ​ແຍ້ງ​ຂຶ້ນ​ໃນ​ຊູ​ດານ​ໃຕ້ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ພະ​ຍາ​ຍາມ​ໃນ​ການ​ສ້າງ​ສັນ​ຕິ​ພາບ ແລ​ະ​ຄ​ວາມ​ປອງດອງ​ຊາດ ຫຼັງ​ຈາກ​ທີ່​ໄດ້​ເກີດ​ສົງ​ຄາມ​ກາງ​ເມືອງ​ມາ​ເປັນ​ເວ​ລາ 5 ປີ.

ຖະ​ແຫຼງ​ການ​ກ່າວ​ຕື່ມ​ວ່າ ນອກນັ້ນ​ຍັງ​ມີ​ລາຍ​ງານ​ວ່າ​ທ່ານ​ໄດ້​ຈັດ​ແຈງ​ແລະ​ອອກຄຳ​ສັ່ງ​ໃຫ້​ສັງ​ຫານ​ທະ​ນາຍ​ຄວາມ​ສິດ​ທິ​ມະ​ນຸດຊາ​ມູ​ແອ​ລ ດອງ ລູ​ອັກ ແລະ​ທ່ານອັກ​ກ​ຣີ ອີດ​ຣີ ສະມາ​ຊິກ​ຂອງ​ກຸ່ມ SPLM-IO ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຈະ​ກຳອຳ​ນາດ​ແບບ​ເດັດ​ຂາດ​ສຳ​ລັບ​ຕຳ​ແໜ່ງ​ຂອງ​ທ່ານໃນ​ລັດ​ຖະ​ບານ​ທ່ານ​ເກຍ ແລະຂົ່ມ​ຂູ່​ສະ​ມາ​ຊິກ​ຄົນ​ອື່ນໆ​ຂອງ​ພັກ SPLM-IO.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ທ່ານ​ຈັ​ສ​ຕິນ ມູ​ຊີ​ນິກ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ຄວາມ​ພະ​ຍາ​ຍາມ​ຂອງທ່ານ​ຕາ​ບານ ເດັງ ກາຍ ທີ່​ຈະ​ປິດ​ປາກ​ປິດສຽງ​ພັກ​ຝ່າຍ​ຄ້ານ ແມ່ນ​ການ​ທັບ​ມ້າງ​ຄວາມ​ສາ​ມາດ​ຂອງ​ປະ​ເທດ ທີ່​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ. ສະ​ຫະ​ລັດ​ຂໍ​ຮຽກ​ຮ້ອງ​ໃຫ້​ທຸກໆ​ປະ​ເທດ ໃຫ້​ຍົກເວັ້ນ​ຈາກ​ລະ​ບົບ​ການ​ເງິນ ສຳ​ລັບ​ພວກ​ທີ່​ເຮັດ​ໃຫ້​ອະ​ນາ​ຄົດ​ຂອງ​ຊູ​ດານ​ໃຕ້​ຕົກຢູ່​ໃນ​ອັນ​ຕະ​ລາຍ.”

ໃນ​ເດືອນ​ແລ້ວນີ້ ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ​ໄດ້​ລົງ​ໂທດ​ຕໍ່​ເຈົ້າ​ໜ້າ​ທີ່​ຊູ​ດານ​ໃຕ້ 5 ທ່ານ ຊຶ່ງ​ກ່າວ​ກັນ​ວ່າ ມີ​ສ່ວນ​ພົວ​ພັນ​ກັບ​ການ​ຫາຍ​ສາບ​ສູນ​ແລະ​ການ​ເສຍ​ຊີ​ວິດ ຂອງ​ທ່ານດອງ ແລະ​ທ່ານ​ອັກ​ກ​ຣີ.

The United States has imposed sanctions on South Sudan's Vice President Taban Deng Gai, citing his involvement in serious human rights abuses.

The statement Wednesday is one of the sharpest actions taken by the U.S. against the South Sudan government amid Washington's frustration over the country's failure to achieve a stable peace after its civil war.

The Treasury Department statement asserts that Deng has been involved in the disappearance and deaths of civilians. It also asserts that he has acted to divide the armed opposition in South Sudan, extending the country's five-year civil war that killed nearly 400,000 people.

The U.S. is among the countries pressuring South Sudan's rival leaders to form a coalition government. A deadline for that looms next month after the parties failed to make one in November.

The U.S., which backed the fight for South Sudan's independence from Sudan, achieved in 2011, has been increasingly frustrated by the inability of President Salva Kiir and rival Riek Machar to reach a lasting peace. Meanwhile, the government faces widespread accusations by critics of mismanagement and corruption.

XS
SM
MD
LG