ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແອ​ສ​ເພີ ເວົ້າ​ວ່າ ສະ​ຫະລັດ ​ຈະ​ບໍ່​ຖອນ​ກຳ​ລັງ​​ ອອກ​ຈາກ​ອີ​ຣັກ


ທ່ານມາກ​ຄ໌ ແອ​ສ​ເພີ (Mark Esper), ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ທີ່​ທຳ​ນຽບ​ຫ້າ​ແຈ ໃນ​ເມືອງ​ອາ​ລິງ​ຕັນ​ ລັດເວີ​ຈີ​ເນຍ​ ໃນ​ວັນ​ທີ 20 ທັນ​ວາ, 2019.
ທ່ານມາກ​ຄ໌ ແອ​ສ​ເພີ (Mark Esper), ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ທີ່​ທຳ​ນຽບ​ຫ້າ​ແຈ ໃນ​ເມືອງ​ອາ​ລິງ​ຕັນ​ ລັດເວີ​ຈີ​ເນຍ​ ໃນ​ວັນ​ທີ 20 ທັນ​ວາ, 2019.

ສະ​ຫະ​ລັດ​ຈະ​ບໍ່​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ, ນັ້ນ​ຄື​ຄຳ​ເວົ້າ​ ຂອງ​ທ່ານມາກ​ຄ໌ ແອ​ສ​ເພີ (Mark Esper), ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທີ່​ກ່າວ​ໃນ​ວັນ​ຈັນ​ວານນີ້ ໂດຍທີ່​ຫົວ​ໜ້າຜູ້​ບັນ​ຊາ​ການກອງ​ທັບ​ຂອງສະ​ຫະ​ລັດທ່ານນີ້​ອະ​ທິ​ບາຍ​ວ່າ ຈົດ​ໝາຍ​ຂອງ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ທ່ານ​ນຶ່ງ​ທີ່ປາ​ກົດ​ສະ​ເໜີ​ວ່າ ໃຫ້​ຖອນ​ທະ​ຫານ​ນັ້ນ ເປັນການ​ຂຽນ​ຄຳ​ເວົ້າ​ທີ່ຜິດຫລາຍ.
ທ່ານ ແອ​ສ​ເພີ (Esper) ກ່າວ​ວ່າ "ບໍ່​ມີ​ການ​ຕັດ​ສິນ​ໃຈ​ໃດໆ ​ທີ່​ຈະ​ອອກ​ຈາກ​ອີ​ຣັກເລີຍ." ທ່ານ​ກ່າວຢ້ຳ​ອີກວ່າ "ບໍ່​ໄດ້​ມີ​ການ​ຕັດ​ສິນ​ໃຈທີ່​ຈະ​ອອກໄປ​ຈາກ​ອີ​ຣັກ ແລະ​ພວກ​ເຮົາ​ກໍ​ບໍ່​ໄດ້​ວາງ​ແຜນ​ອັນ​ໃດ​ອອກ​ມາ ​ວ່າ​ຈະ​ອອກ​ຈາກ​ຫັ້ນ​ເລີຍ."

ຈົດ​ໝາຍ​ທີ່ສົ່ງ​ໄປ​ຫາລັດ​ຖະ​ບານ​ອີ​ຣັກ ຈາກ​ຜູ້​ບັນ​ຊາ​ການທະ​ຫານ​ທ່ານ​ນຶ່ງ​ຢູ່​ໃນ​ອີ​ຣັກ​ ໄດ້ຖືກ​ນຳ​ເອົາໄປ​ລົງເຜີຍ​ແຜ່ຢູ່​ໃນ​ທວີດ​ເຕີໃນ​ວັນ​ຈັນ​ວານນີ້. ຢູ່​ໃນ​ນັ້ນ ຜູ້​ບັນ​ຊາ​ການທະ​ຫານທ່ານນັ້ນຂຽນ​ວ່າ ສະ​ຫະ​ລັດ​ນັບ​ຖື “ການ​ຕັດ​ສິນ​ໃຈຂອງ​ອີ​ຣັກທີ່​ສັ່ງ​ໃຫ້​ພວກ​ເຮົາ​ອອກ​ໄປ” ແລະ​ຂຽນ​ວ່າ ທະ​ຫານ​ສ​ະ​ຫະ​ລັດ​ຈະ "ຈະ​ປ່ຽນ​ບ່ອນປະ​ຈຳ​ການຢູ່​ໃນ​ບໍ່​ເທົ່າ​ໃດມື້ ແລະເທົ່າ​ໃດ​ອາ​ທິດ​ຕໍ່​ໜ້ານີ້ ເພື່ອ​ກະ​ກຽມໃຫ້​ແກ່​ການ​ເຄື່ອນໄຫວ​ໄປ​ຂ້າງ​ໜ້າ.”

ນາຍ​ພົນ ມາກ​ຄ໌ ມີ​ລ​ລີ (Mark Milley), ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ​ກ່າວ​ຕໍ່ ​ພ​ວກ​ນັກຂ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ຈົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ​ເປັນ​ພຽງ​ແຕ່​ຮ່າງຈົດ​ໝາຍ​ເທົ່າ​ນັ້ນ ທີ່​ສົ່ງ​ໃຫ້​ພັນ​ທະ​ມິດ​ອີ​ຣັກ​ ເພື່ອ​ໃຫ້​ເຂົາ​ເຈົ້າອອກ​ຄຳ​ຄິດເຫັນ ແລະ​ເພື່ອ​ໃຫ້ມີ​ການປະ​ສານ​ງານໃນການສື່​ສານ​ກັນ.

ທ່ານມີ​ລ​ລີ (Milley) ເວົ້າ​ວ່າ "ມັນ​ຜິດ, ເປັນ​ຄວາມ​ຜິດ​ທີ່​ຊື່​ສັດ​ຈິງ​ໃຈ, ເປັນ​ຮ່າງຈົດ​ໝາຍທີ່ບໍ່​ມີ​ລາຍ​ເຊັນ ເພາະ​ວ່າ ​ພວກ​ເຮົາ​ກຳ​ລັງ​ເຄື່ອນ​ກຳ​ລັງ​ໄປ​ມາ ແລະ ​ພວກ​ເຮົາ​ໄດ້​ເພີ້ມ​ການ​ເຄື່ອນ​ໄຫວ​ຂອງ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີຂຶ້ນ.”

ທ່ານ​ກ່າວ​ເພີ້ມ​ອີກວ່າ ຮ່າງ​ຈົດ​ໝາຍນັ້ນ "ຂຽນ​ໂດຍ​ໃຊ້​ຄວາມ​ເວົ້າ​ບໍ່​ຖືກ​ຕ້ອງ​ຫລາຍ" ແລະ "ມີ​ຄວາມ​ໝາຍທີ່​ຄ້າຍໆ​ວ່າ ເປັນ​ການ​ຖອນ​ທະ​ຫານ."

ທ່ານມີ​ລ​ລີ (Milley) ເວົ້າ​ອີກວ່າ "ສິ່ງ​ທີ່​ວ່ານັ້ນ ບໍ່​ແມ່ນ​ສິ່ງ​ທີ່​ກຳ​ລັງ​ທີ່ເປັນ​ຢູ່​ໃນເວ​ລານີ້​ເລີຍ.”

ເຢຍ​ຣະ​ມັນທີ່​ມີ​ທະ​ຫານ​ປະ​ມານ 120 ຄົນ​ ຢູ່​ໃນ​ອີ​ຣັກ ​ເພື່ອ​ຊ່ວຍ​ຝຶກ​ກຳ​ລັງ​ທະ​ຫານ​ອີ​ຣັກ ກ່າວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ ຕົນ​ມີ​ແຜນ​ທີ່​ຈະ​ເຄື່ອນ​ທະ​ຫານ​ປະ​ມານ 30 ຄົນ ​ອອກ​ຈາກ​ແບັກ​ແດດ ແລະຕາ​ຈີ ເພື່ອ​ໄປ​ຢູ່​ໃນ​ຈໍ​ແດນ ແລະ​ຄູ​ເວດ ຍ້ອນເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ ​ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້ມ​ທະ​ວີ​ຂຶ້ນຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ. ບັນ​ດາ​ເຈົ້າ​ໜ້າ​ທີ່​ເຢຍ​ຣະ​ມັນ​ເວົ້າ​ວ່າ ພວກທະ​ຫານສາ​ມາດ​ກັບ​ຄືນ​ມາ​ອີກ​ໄດ້ ຖ້າເມື່ອ​ໃດ​ຫາກ​ມີ​ການ​ຝຶກ​ທະ​ຫານ​ຄືນ​ອີກ.

ທ່ານ ແອ​ສ​ເພີ (Esper) ແລະ ທ່ານມີ​ລ​ລີ (Milley) ຍັງ​ໄດ້​ສົນ​ທະ​ນາ​ກັນ​ອີກ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ພວກ​ເພິ່ນ​ໃນ​ການ​ສັງ​ຫານທ່ານກາ​ສ​ເຊມ ຊູ​ເລ​ມາ​ນີ, ​ຜູ້​ນຳ​ກອງ​ກຳ​ລັງ​ໜ່ວຍອາ​ລ​ກຸດ​ຂອງ​ອີ​ຣ່ານ ຢູ່​ໃນ​ການ​ໂຈມ​ຕີ​ໃນ​ອາ​ທິດ​ແລ້ວນີ້ ຊຶ່ງ​ທັງ​ສອງ​ທ່ານ​ຢືນ​ຢັດ​ວ່າ ທ່ານຊູ​ເລ​ມາ​ນີໄດ້​ວາງ​ແຜນ ​ທີ່​ຈະໂຈມ​ຕີ​ຊາວ​ອາ​ເມ​ຣິ​ກັນ.


ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

The United States is not withdrawing troops from Iraq, Defense Secretary Mark Esper said Monday, with the top U.S. military officer explaining that a letter from a senior military officer that appeared to suggest withdrawal was a poorly worded mistake.

"There's been no decision whatsoever to leave Iraq," Esper said. "There's no decision to leave, nor did we issue any plans to leave."

A letter circulated Monday on Twitter had been sent to the Iraqi government from a commander in Iraq. In it, the commander said the U.S. respects Iraq's "decision to order our departure" and that U.S. troops would be "repositioning over the course of the coming days and weeks to prepare for onward movement."

FILE - U.S. Joint Chiefs Chairman Gen. Mark Milley addresses reporters at the Pentagon in Arlington, Va., Oct. 11, 2019.

General Mark Milley, the Chairman of the Joint Chiefs of Staff, told reporters Monday that the letter was merely a draft sent to Iraqi allies for input and in order to coordinate the language.

"It was a mistake, an honest mistake, a draft unsigned letter because we are moving forces around and we have increased helicopter movement," Milley said.

He added that the draft letter was "poorly worded" and "implies withdrawal."

"That is not what's happening," Milley said.

Milley added that he had just spoken on the phone with General Kenneth "Frank" McKenzie, who used "words that were a little more colorful than mistake'" to describe the letter while assuring the top general that "nobody's leaving" Iraq.

Esper and Milley also discussed their decision to kill Iranian Quds Force leader Qassem Soleimani in a strike last week, with both asserting that he was planning attacks on Americans.

"He was planning, coordinating and synchronizing significant combat operations against U.S. military forces in the region, and it was imminent," Milley said, adding that decision-makers would have been "culpably negligent to the American people" had they not struck Soleimani.

No evidence has been presented to reporters of the potential attacks.

Esper, when asked if he would target cultural sites in Iran, said that the U.S. military would "follow the laws of armed conflict," which prohibit such attacks.

XS
SM
MD
LG