ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນ​ດາພັກ​ຝ່າຍ​ຊ້າຍ ​ຂອງ​​ປະ​ເທດຢູ​ໂຣບ ກຳ​ລັງ​ດີ້ນ​ຮົນ​ ເຮັດ​ໃຫ້ເກີດ​ການປ່ຽນ​ແປງ


ທ່ານ Boris Johnson, ນາ​ຍົກ​ຂອງ​ອັງ​ກິດ (ກາງ​ຂວາ) ແລະ ທ່ານ Jeremy Corbyn, ຫົວ​ໜ້າ​ພັກ​ແຮງ​ງານ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ ກຳ​ລັງ​ພາ​ກັນຍ່າງ​ຜ່ານ​ຫ້ອງ​ໂຖງຂອງ​ສະ​ພາ​ຕ່ຳ ໃນ​ໄລ​ຍະ​ທີ່​ມີ​ການ​ເປີດກອງ​ປະ​ຊຸມ​ຫລວງ​ຂອງ​ສະ​ພາ​ໃນນະຄອນ​ຫລວງ​ລອນດອນ, ວັນ​ທີ 19 ທັນ​ວາ, 2019
ທ່ານ Boris Johnson, ນາ​ຍົກ​ຂອງ​ອັງ​ກິດ (ກາງ​ຂວາ) ແລະ ທ່ານ Jeremy Corbyn, ຫົວ​ໜ້າ​ພັກ​ແຮງ​ງານ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ ກຳ​ລັງ​ພາ​ກັນຍ່າງ​ຜ່ານ​ຫ້ອງ​ໂຖງຂອງ​ສະ​ພາ​ຕ່ຳ ໃນ​ໄລ​ຍະ​ທີ່​ມີ​ການ​ເປີດກອງ​ປະ​ຊຸມ​ຫລວງ​ຂອງ​ສະ​ພາ​ໃນນະຄອນ​ຫລວງ​ລອນດອນ, ວັນ​ທີ 19 ທັນ​ວາ, 2019

ບັນ​ດາ​ພັກ​ຝ່າຍ​ຊ້າຍ​ແບບ​ດັ້ງ​ເດີມ​ຂອງປະ​ເທດຢູ​ໂຣບທັງ​ຫລາຍ ໄດ້​ມ້ວນ​ທ້າຍ​ປີ​ເກົ່າລົງ​ດ້ວຍ​ຄວາມ​ສັບ​ສົນ. ໂດຍ​ທີ່​ມີ​ການຕໍ່​ສູ້​ຕ້ານ​ກັບ​ກະ​ແສລົມ​ແຫ່ງ​ການເສຍ​ຄວາມ​ເຫັນ​ພ້ອມ ຈາກ​ພວກ​ສະ​ໜັບ​ສະ​ໜຸນ ​ທີ່​ເປັນ​ຊົນ​ຊັ້ນກຳ​ມະ​ກອນແບບ​ດັ້ງ ເດີມ ແລະ​ປະ​ສົບ​ກັບຄວາມ​ຜ່າຍ​ແພ້ໃນ​ເລືອກ​ຕັ້ງ​ຫລາຍ​ຄັ້ງ​ຢູ່​ໃນເກືອບ​ໝົດທຸກ​ປະ​ເທດ ຍົກ​ເວັ້ນສະ​ເປນ ແມ່ນ​ປາ​ກົດ​ວ່າພວກ​ເຂົາ​ເຈົ້າພາ​ກັນ​ບໍ່​ຮູ້​ວ່າ ​ຈະ​ສ້າງ ແນວ​ໂຮມທີ່​ສ​າມາດ​ເອົາ​ໄຊຊະ​ນະ​ຄືນ​ມາອີກໄດ້​ແນວ​ໃດ.

ໃນ​ເດືອນ​ແລ້ວນີ້ ພັກ​ແຮງ​ງານ​ທີ່​ຢູ່​ໃນ​ເລື້ອງ​ຂອງ​ອັງ​ກິດມີ​ຜົນ​ງານ​ໃນ​ການ​ເລືອກ​ຕັ້ງທີ່​ບໍ່​ດີ​ທີ່​ສຸດ ໃນປະ​ຫວັດຢູ່ໃນ​ຮອບ​ນານກວ່າ 80 ປີ ຜ່ານ​ມາ ໂດຍ​ໄດ້​ເສຍ​ບ່ອນນັ່ງ​ທີ່​ຕົນ​ເຄີຍ​ມີ​ມາ ແມ່ນ​ກະ​ທັ້ງເປັນ​ເວ​ລາ​ຍາວ​ນານ​ຢູ່​ໃນຄວາມສົນ​ລະ​ວົນ ທາງ​ການ​ເລືອກ​ຕັ້ງທີ່​ພາ​ໃຫ້​ເກີດການສູ້​ຢັນກັນ​ຢູ່ພາຍ​ໃນ​ພັກ​ເອງ. ບັນ​ດາ​ພັກ​ທີ່​ເປັນ​ເອື້ອຍ​ນ້ອງ​ກັນ ຢູ່​ໃນ​ອອ​ສ​ເຕ​ຣ​ເລຍ, ຝ​ຣັ່ງ, ເຢຍ​ຣະ​ມັນ, ກ​ຣິ​ສ, ອີ​ຕາ​ລີ ແລະໂຮນ​ລັງ ກໍລ້ວນ​ແຕ່​ໄດ້​ປະ​ສົບ​ກັບ​ສະ​ພາບ​ຕົກຕ່ຳ ​ຢ່າງບໍ່​ເຄີຍ​ມີ​ມາ​ກ່ອນ.

ແລະຄຳ​ຖາມ​ທີ່​ບັນ​ດາ​ນັກ​ວິ​ເຄາະ​ຈຳ​ນວນ​ນຶ່ງ​ກຳ​ລັງ​ຖາມຢູ່​ກໍ​ຄື ພວກ​ເຂົາ​ເຈົ້າ​ຍັງ ມີ​ອະ​ນາ​ຄົດຕໍ່​ໄປ​ຢູ່ບໍ່ ຖ້​າ​ຫາກ​ພວກ​ເຂົາ​ເຈົ້າ​ບໍ່ພາ​ກັນ​ປັບ​ຕົວ ເພາະ​ພວກ​ທີ່​ເປັນ​ຂູ່​ແຂ່ງ​ຈຳ​ນວນ​ນຶ່ງຂອງ​ເຂົາ​ເຈົ້າ​ທີ່​ມີ​ຫົວ​ອະ​ນຸ​ລັກ​ນິ​ຍົມສາ​ມາດ​ທີ່​ຈະທຳ​ການ​ດັດ​ປັບ​ຄືນ​ໃໝ່​ ຢ່າງເຖິງ​ກົກ​ເຖິງ​ຮາກ​ຢູ່​ໃນ​ບັນ​ດາ​ວົງ​ການ​ເມືອງ​ຝ່າຍ​ຕາ​ເວັນ​ຕົກ.

"ປະ​ຊາ​ທິ​ປະ​ໄຕ​ທທີ່​ເປັນ​ກາງ​ອຽງ​ຊ້າຍທາງ​ສັງ​ຄົມໃນ​ລະ​ດັບ​ປານ​ກາງ ແລະ​ພັກ​ທີ່​ເປັນພີ່​ນ້ອງ​ກັນ ຈາກ​ຝ່າຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ຫົວ​ແຮງ​ຈັດ​ກວ່າ ໃນ​ເມື່ອ​ກ່ອນ​ຖືກ ບັງ​ຄັບ​ໃຫ້​ຕອບ​ຄຳ​ຖາມ​ກ່ຽວ​ກັບເສດ​ຖະ​ກິດ ແຕ່​ວ່າ ໃນ​ທຸກມື້ນີ້ ຄຳ​ຖາມ​ຕົ້ນ​ຕໍ​ຢູ່​ໃນ​ດ້ານ​ການ​ເມືອງແມ່ນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳແລະຄວາມ​ເໝືອນ​ກັນກັບຄົນໃດ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານແມັດ​ທີວ ກູດ​ວີນ (Matthew Goodwin) ນັກ​ປັນ​ຍາ​ຊົນ​ຊາວ​ອັງ​ກິດຊຶ່ງ​ເປັນ​ນັກ​ຂຽນ​ຮ່ວມຂອງ​ປຶ້ມທີ່​ຊື່​ວ່າ National Populism: The Revolt Against Liberal Democracy, ​ຊຶ່ງໃນ​ນັ້ນ​ທ່ານ​ໄດ້​ໃຫ້​ເຫດ​ຜົນ​ວ່າ ພວກ​ປະ​ຕິ​ວັດ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຢູ່​ໃນ​ຢູ​ໂຣບ "ແມ່ນ​ໄດ້​ສ້າງ​ຕົນ​ເອງ​ຂຶ້ນມາ​ໄດ້​ເປັນ​ເວ​ລາ​ຍາວ​ນານ​ແລ້ວ" ແລະ​ໄດ້​ປະ​ຕິ​ເສດ ບໍ່​ຍອມ​ຮັບຄວາມ​ຄິດ​ທີ່ເຫັນ​ວ່າ ພວກ​ເຂົາ​ເຈົ້າເປັນ​ກ້າມ​ທີ່​ເບັ່ງ​ຂຶ້ນ ຫລື ເປັນ​ພຽງຝ່າຍຜ່າຍ​ແພ້​ຕໍ່​ວິ​ກິດ​ການ​ທາງ​ການ​ເມືອງ​ທີ່​ລະ​ເບີດ​ຂຶ້ນ​ໃນ​ປີ 2008 ເທົ່າ​ນັ້ນ, ຊຶ່ງ​ຕໍ່​ຈາກນັ້ນ​ແລ້ວ​ກໍ​ຫລຸດ​ຖອຍ​ລົງ ຫລື​ເປັນ​ພວກ​ຫລົບ​ໄພ​ວິ​ກິດ​ການທີ່ກວດ​ລ້າງ​ໄປ​ທົ່ວ​ທະ​ວີບ​ຢູ​ໂຣບ ນັບ​ແຕ່​ເຄິ່ງ​ຈົນ​ຮອດ​ວັນສຸດ​ທ້າຍ​ຂອງ​ທົດ​ສະ​ວັດຜ່ານ​ມາ.”

ໃນ​ການຂຽນ​ບົດວິ​ໄຈ​ເບິ່ງຄວາມ​ຜ່າຍ​ແ​ພ້​ຂອງ​ພັກ​ແຮງ​ງານ ໃຫ້​ແກ່​ໜັງ​ສື​ພິມ Times ນັ້ນ ທ່ານກູດ​ວິນ (Goodwin) ໄດ້​ໃຫ້​ຂໍ້​ຄິດວ່າ ບັນ​ດາ​ພັກ​ຝ່າຍ​ຄ້ານ ກຳ​ລັງ​ປະ​ເຊີນ​ກັບ​ສະ​ພາ​ວະວິ​ກິດ​ການທີ່​ຫລີກ​ລ້ຽງ​ບໍ່​ໄດ້. ທ່ານ​ກ່າວ​ວ່າ "ເລື້ອງ​ທີ່​ໜ້າ​ແປກຢູ່​ໃນສະ​ໄໝ​ທີ່​ພວ​ກເຮົາຢູ່ນີ້​ກໍ​ຄື ຝ່າຍ​ຊ້າຍ​ໄດ້​ຖືກ​ຕຳ​ໃຫ້​ໝຸ່ນ​ໄປ​ ຢູ່​ໃນ​ຊ່ວງທີ່ການ​ຂະ​ຫຍາຍ​ໂຕທາງເສດ​ຖະ​ກິດຊັກ​ຊ້າ​ລົງ ແລະ​ມາດ​ຕະ​ຖານ​ການ​ດຳ​ລົງ​ຊີ​ວິດ​ໄດ້​ຖືກ​ບີບ​ຮັດ​ ຢູ່ດຽວນີ້​ເລີຍ ຊຶ່ງ​ມັນ​ໜ້າ​ຈະເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ຄາດກັນ​ວ່າມັນຈະ​ນຳ​ເອົາອຳ​ນາດ​ມາ​ໃຫ້ແກ່ຝ່າຍ​ດັ່ງ​ກ່າວ.”

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG