ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນ້ຳ​ຖ້ວມ ​ຮ້າຍ​ແຮງທີ່​ສຸດ ຢູ່​ອິນ​ໂດ​ເນ​ເຊຍ ເຮັດ​ໃຫ້​ມີຄວາມ​ຮີບ​ຮ້ອນເພີ້ມ​ຂຶ້ນ ໃນ​ການ​ສ້າງ ນະ​ຄອນ​ຫລວງ​ໃໝ່


ຊ​າຍ​ຄົນ​ນຶ່ງ​ໄດ້ຂົນ​ເອົາຈັກ​ຊັກ​ເຄື່ອງໃສ່​ຫລັງ​ລົດ​ຈັກ​ໄປ ໃນ​ຂະ​ນະທີ່​ລາວ​ໄປ​ຂົນ​ເອົາ​ເຄື່ອງ​ໃນ​ເຮືອນ​ຂອງ​ລາວ​ທີ່​ຖືກນ້ຳ​ຖ້ວມ ຢູ່​ໃນ​ເມືອງ Bekasi, ແຂວງ​ຈາວາ​ ຕາ​ເວັນ​ຕົກ ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ທີ 3 ມັງ​ກອກ 2020 (ພາບ​ໂດຍ Willy Kurniawan, ອົງ​ການ​ຂ່າວ​ຣອຍ​ເຕີ)
ຊ​າຍ​ຄົນ​ນຶ່ງ​ໄດ້ຂົນ​ເອົາຈັກ​ຊັກ​ເຄື່ອງໃສ່​ຫລັງ​ລົດ​ຈັກ​ໄປ ໃນ​ຂະ​ນະທີ່​ລາວ​ໄປ​ຂົນ​ເອົາ​ເຄື່ອງ​ໃນ​ເຮືອນ​ຂອງ​ລາວ​ທີ່​ຖືກນ້ຳ​ຖ້ວມ ຢູ່​ໃນ​ເມືອງ Bekasi, ແຂວງ​ຈາວາ​ ຕາ​ເວັນ​ຕົກ ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ທີ 3 ມັງ​ກອກ 2020 (ພາບ​ໂດຍ Willy Kurniawan, ອົງ​ການ​ຂ່າວ​ຣອຍ​ເຕີ)

ໄພ​ນ້ຳ​ຖ້ວມ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ 6 ປີ ຢູ່​ໃນ​ນະ​ຄອນ​ຫລວງຈາ​ກາ​ຕາ ຂອງ​ອິນ​ໂດ​ເນ​ເຊຍໄດ້​ເຮັດ​ໃຫ້ຫລາຍກວ່າ 40 ຄົນ ເສຍ​ຊີ​ວິດ ​ໃນ​ອາ​ທິດນີ້ ແລະ​ໄດ້​ສຸມ​ຄວາມ​ສົນ​ໃຈໃສ່​ການ​ປັບ​ປຸງ​ການ​ຄວບ​ຄຸມ​ນ້ຳ​ຖ້ວມ ກ່ອນ​ຈະ​ມີ​ການ​ຍົກ​ຍ້າຍ​ນະ​ຄອນ​ຫລວງ​ດັ່ງ​ກ່າວ ​ທີ່​ໄດ້​ວາງ​ແຜນ​ໄວ້​ແລ້ວ​ໄປ​ຕັ້ງ​ຢູ່​ບ່ອນ​ອື່ນ.

ສ​ະ​ພາບ​ຝົນ​ຕົກ​ລົງ​ມາ​ຢ່າງບໍ່​ຂາດ​ສາຍ ໃນ​ວັນ​ອັງ​ຄານ ແລະ​ວັນ​ພຸດ​ຜ່ານ​ມາ ໄດ້ ເຮັດ​ໃຫ້ພື້ນ​ທີ່ 268 ແຫ່ງ​ ໃນ​ອິນ​ໂດ​ເນ​ເຊຍ​ຖືກ​ນ້ຳ​ຖ້ວມ, ຊຶ່ງ​ໃນ​ນັ້ນ 158 ແຫ່ງ​ແມ່ນ​ຢູ່​ໃນ​ເຂດ​ທີ່​ຕໍ່າ​ຂອງ​ນະ​ຄອນຈາ​ກາ​ຕາ, ອີງ​ຕາມຄຳ​ເວົ້າ​ຢູ່​ໃນ​ເວັບ​ໄຊ​ທ໌ ຂອງ​ສະ​ຫະ​ພັນສະ​ພາ​ກາ​ແດງ​ ແລະ​ສະ​ມາ​ຄົມສ້ຽວ​ວົງ​ເດືອນ​ແດງສາ​ກົນ. ຮ່ອງ​ລະ​ບາຍ​ນ້ຳ ແລະ​ຄູກັນ​ນ້ຳ ຢູ່​ໃນ​ນະ​ຄອນ​ຫລວງ​ດັ່ງ​ກ່າວ ຖືວ່າບໍ່​ພຽງ​ພໍ​ທີ່​ຈະ​ຕ້ານ​ທານ​ກັບພາ​ຍຸ​ທີ່​ມີ​ຄວາມ​ແຮງ​ຂະ​ໜາດນັ້ນໄດ້, ອີງ​ຕາມຄຳ​ເວົ້າ​ຂອງ​ບັນ​ດາ​ນັກ​ເສດ​ຖະ​ສາດ​ຂອງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.

​ສະ​ພາບ​ຝົນ​ຕົກ​ໃນ​ວັນ​ອັງ​ຄານ​ຜ່ານ​ມາມີ​ຄວາມແຮງຖີບ​ສູງ​ຂຶ້ນເຖິງ 377 ມີ​ລີ​ແມັດ​, ຊຶ່ງ​ເປັນໄດ້​ທຳ​ລາຍ​ສະ​ຖິ​ຕິ​ນັບ​ແຕ່​ປີ 2007ເປັນ​ຕົ້ນ​ມາ, ອີງ​ຕາ​ມ​ໜັງ​ສື​ພິມທີ່​ຂຽນ​ລົງ​ທາງ​ອິນ​ເຕີ​ແນັດ ຈາ​ກາ​ຕາໂພ​ສ (Jakarta Post). ຝົນ​ໄດ້​ເຮັດ​ໃຫ້ເຮັດ​ໃຫ້​ເກີດ​ດິນ​ເຈື່ອນ, ເຮັດ​ໃຫ້​ຜູ້​ຄົນ​ຕິດ​ຄ້າງ​ຢູ່​ໃນ​ເຮືອນ ແລະ​ບັງ​ຄັບ​ໃຫ້​ຫລາຍກວ່າ 19,000 ຄົນ​ຕ້ອງຍົກ​ຍ້າຍ​ໜີ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ຂ່າວ​ສານ​ຕ່າງໆ. ສະ​ຫະ​ພັນສະພາ​ກາ​ແດງໄດ້​ຈົດ​ວ່າ ມີ 31,232 ຄົນ ທີ່ໄດ້ຫລົບ​ໄພ​ນ້ຳ​ຖ້ວມນີ້​.

"ພວກ​ເຮົາ​ແມ່ນ​ກະ​ທັ້ງ​ບໍ່​ສ​າ​ມາດ​ອອກ​ຈາກ​ເຮືອນ​ໄປ​ໃສ​ໄດ້​ເລີຍ, ພວກ​ເຮົາຮູ້​ສຶກ​ກະ​ທັ້ງຄ້າຍ​ກັບວ່າ ​ຕົກ​ຢູ່​ກາງ​ສະ​ອັນ​ກວ້າງ​ໃຫຍ່,'' ນັ້ນ​ ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ປາ​ຣາ​ມິ​ຕາ ສຸ​ປາ​ມິ​ໂຈະ​ໂຕະ (Paramita Supamijoto), ອາ​ຈານ​ສອນ​ວິ​ຊາ ພົວ​ພັນ​ຕ່າງ​ປະ​ເທດ​ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລບີ​ນາ ນູ​ຊານ​ຕາ​ຣາ (Bina Nusantara) ໃນ​ນະ​ຄອນ​ຫລວງ​ຈາ​ກາ​ຕາ.

ທ່ານ​ນາງ​ກ່າວ​ຕໍ່​ວີ​ໂອ​ເອ​ຜ່ານ​ທາງ​ໂທ​ລະ​ສັບ​ວ່າ ລະ​ດັບ​ຂອງ​ນ້ຳ ຢູ່​ໃນ​ເຮືອນ​ຂອງ​ທ່ານ​ນາງ​ໄດ້ມີ​ນ້ຳ​ຖ້ວມພື້ນ​ສູງ​ປະ​ມານ 40 ຊັງ​ຕີ​ແມັດ. ທ່ານ​ນາງບອກອີກ ວ່າ "ລະ​ດັບ​ນ້ຳ​ຢູ່ນອກ​ເຮືອນ​ຂອງ​ພວກ​ເຮົາ ແມ່​ນ​ສູງກວ່ານີ້, ຂ້ອຍ​ຄິດ​ວ່າ​ປະ​ມານ 50 ຫາ 60 ຊັງ​ຕີ​ແມັດ, ສູງເກືອບ​ວ່າເທົ່າ​ເຄິ່ງ​ຄີງ​ຂອງ​ຜູ້​ໃຫຍ່​ໃນ​ລະ​ດັບ​ສະ​ເລ່ຍ​ທົ່ວ​ໄປ. ມັນ​ເຮັດ​ໃຫ້​ກິ່ນ​ເໝັນ ແລະ​ມີຮອຍ​ຂີ້​ຕົມຄ້າງ​ຢູ່​ຫລັງ​ຈາກ​ມັນ​ບົກ​ລົງ​ໄປ​ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG