ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ນັກ​ຊ່ຽວ​ຊານ ຕັ້ງ​ຄຳ​ຖາມ ກ່ຽວ​ກັບ​ເວ​ລາ ທີ່​ວໍ​ຊິງ​ຕັນ ຂໍ​ຮ້ອງ​ໃຫ້​ໂຊ​ລ ໃຊ້​ຈ່າ​ຍ ດ້ານ​ປ້ອງ​ກັນ​ປະ​ເທດ ເພີ້ມ​ຂຶ້ນ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄປ​ຢ້ຽມ​ທະ​ຫານ​ອາ​ເມ​ຣິ​ກັນ ທີ່​ຖານ​ທັບ​ອາ​ກາດ​ໂອ​ຊານ ໃນ​ເກົາ​ຫຼີ​ໃຕ້ ເມື່ອ​ວັ​ນ​ທີ 30 ມິ​ຖຸ​ນາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄປ​ຢ້ຽມ​ທະ​ຫານ​ອາ​ເມ​ຣິ​ກັນ ທີ່​ຖານ​ທັບ​ອາ​ກາດ​ໂອ​ຊານ ໃນ​ເກົາ​ຫຼີ​ໃຕ້ ເມື່ອ​ວັ​ນ​ທີ 30 ມິ​ຖຸ​ນາ 2019.

ວໍ​ຊິງ​ຕັນ​ທ​ວງໃຫ້​ເກົ​າ​ຫຼີ​ໃຕ້ ​ແບ່ງ​ປັນ​ພາ​ລະ​ໃນ​ການ​ໃຊ້​ຈ່າຍ​ດ້ານ​ປ້ອງ​ກັນ​ປະ​ເທດ​ເພີ້ມ​ຂຶ້ນຫ້າ​ເທົ່າໃນ​ການ​ຮຽກ​ຮ້ອງ​ທີ່​ບໍ່​ຖືກ​ເວ​ລາທີ່​ອາດ​ເຮັດ​ໃຫ້​ການ​ກະ​ກຽມ​ຄວາມ​ພ້ອມ​ຮ່ວມ ລະ​ຫວ່າງ​ກຳ​ລັງ​ຂອງ​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ໃນ​ເວ​ລາ​ທີ່​ເກົາ​ຫຼີ​ເໜືອ​ເພີ້​ມ​ທະ​ວີ​ການ​ຂົ່ມ​ຂູ່​ຢູ່ນັ້ນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ຊ່ຽວຊານ.

ທ່ານ​ວໍ​ເຣັນ ຄອບ (Lawrence Korb) ອະ​ດີດ​ລັດ​ຖະ​ມົນ​ຕີ ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໃນ​ສະ​ໄໝ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ໂຣ​ນັນ ຣີ​ແກນ ແລະ​ເວ​ລານີ້​ເປັນ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ສູນ​ກາງ​ເພື່ອ​ຄວາມ​ກ້າວ​ໜ້າຂອງ​ອາ​ເມ​ຣິ​ກັນ ກ່າວ​ວ່າ “ນີ້​ແມ່ນ​ເວ​ລາ​ທີ່​ຂີ້​ຮ້າຍ​ທີ່​ສຸດທີ່​ຈະ​ມາ​ເວົ້າ​ເລື້ອງ​ນີ້ ລະຫວ່າງ​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້ ໃນ​ເວ​ລາ​ທີ່​ເກົາ​ຫຼີ​ເໜືອ​ໄດ້​ກະ​ທຳ​ການ​ລົງ​ໄປ.”

ວໍ​ຊິງ​ຕັນ​ແລະ​ໂຊ​ລ ໄດ້​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ຂໍ້​ຕົກ​ລົງແບ່ງ​ປັນ​ພາ​ລະ​ໃນ​ການ​ໃຊ້​ຈ່າຍ ຊຶ່ງ​ຈະ​ໝົດ​ອາ​ຍຸ​ໃນ​ທ້າຍ​ປີນີ້. ການ​ເຈ​ລະ​ຈາ​ຮອບ​ທີ 4 ກ່ຽວ​ກັບ​ການ​ແບ່ງປັນ​ພາ​ລະ​ໃນ​ການ​ໃຊ້​ຈ່າຍ ລະ​ຫວ່າງວໍ​ຊິງ​ຕັນ​ແລະ​ໂຊ​ລ ໄດ້​ແຕກ​ຫັກ​ລົງ​ໃນ​ອາທິດ​ແລ້ວຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ຫຼັງ​ຈາກ​ທັງ​ສອງ​ຝ່າຍ​ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້.

ວໍ​ຊິງ​ຕັນ ​ຂໍ​ຮ້ອງ​ໃຫ້​ໂຊ​ລ​ ຈ່າຍ​ເງິນ 5 ຕື້​ໂດ​ລາ​ໃນ​ປີໜ້າ ເພື່ອ​ຮັກ​ສາ​ກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນ 28,500 ຄົນ ທີ່​ປະ​ຈຳ​ການ​ຢູ່​ໃນ​ເກົາ​ຫຼີ​ໃຕ້. ນີ້​ແມ່ນຫ້າ​ເທົ່າ​ຂອງ​ຈຳນວນ 900 ລ້ານ​ໂດ​ລາ ທີ່​ເກົາ​ຫຼີ​ໃຕ້​ຈ່າຍ​ຢູ່​ໃນ​ປັດ​ຈຸ​ບັນ.

​ໃນຈຳ​ນວນ​ທີ່​ແຕກ​ຕ່າງ​ໄປ​ຈາກ​ມາດ​ຕະ​ການ​ພິ​ເສດ ຫຼື SMA ​ທີ່​ຕົກ​ລົງ​ກັນ​ໄວ້ ຍັງ​ບໍ່​ສາ​ມາດ​ແກ້​ໄຂກັນ​ໄດ້ ແລະ​ການ​ໝົດ​ອາ​ຍຸ​ຂອງ​ຂໍ້​ຕົກ​ລົງ​ໃນ​ປັດ​ຈຸ​ບັນ​ຫຍັບໃກ້​ເຂົ້າ​ມານັ້ນ ເກົາ​ຫຼີ​ເໜືອ​ກໍ​ທຳ​ການ​ຂົ່ມ​ຂູ່​ເພີ້ມ​ຂຶ້ນ ເພື່ອ​ກົດ​ດັນ​ຕໍ່​ແຫຼມ​ເກົາ​ຫຼີ.

ໃນ​ວັນ​ເສົາ​ແລ້ວ ເກົາ​ຫຼີ​ເໜືອ​ໄດ້​ທົດ​ລອງ​ໃນ​ອັນ​ທີ່​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້ ທ່ານ​ຈອງ ກຢອງ​ດູ ເອີ້ນ​ວ່າຫົວ​ຈັກ​ຈະ​ຫຼວດ ຊຶ່ງ​ເປັນ​ອາວຸດ​ທີ່​ພວກ​ນັກ​ຊ່ຽວ​ຊານ​ເປັນ​ຫ່ວງ ທີ່​ອາດ​ສາ​ມາດ​ນຳ​ໃຊ້ ​ເພື່ອ​ທົດ​ລອງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ. ເກົາ​ຫຼີ​ເໜືອ​ເຄີຍ​ທົດ​ລອງ​ລູກ​ສອນ​ໄຟ​ຂ້າມ​ທະ​ວີບ​ມາ​ແລ້ວແຕ່​ໄດ້​ຢຸດ​ເຊົາ ເວ​ລາ​ປະ​ເທດ​ດັ່ງ​ກ່າວ ​ເລີ້ມ​ການ​ເຈ​ລະ​ຈາ​ທາງ​ການ​ທູດ​ກັບ​ສະ​ຫະ​ລັດ​ໃນ​ປີ 2018.

ນັບ​ແຕ່​ເດືອນ​ພຶດ​ສະ​ພາ​ເປັນ​ຕົ້ນ​ມາ ເກົາ​ຫຼີ​ເໜືອ​ໄດ້​ທຳ​ການ​ທົດ​ລອງ​ລູກ​ສອນ​ໄຟ​ໄລ​ຍະ​ໃກ້ ແລະ​ໄລ​ຍະ​ກາງ 13 ເທື່ອ ໃນ​ອັນ​ທີ່​ເບິ່ງ​ກັນ​ຢ່າງກວ້າງ​ຂວາງວ່າ​ເປັນຄວາມ​ກົດ​ດັນ​ຕໍ່​ສະ​ຫະ​ລັດເພື່ອ​ໃຫ້​ໂຍະ​ຍານ​ການ​ຜ່ອນ​ຜັນ​ໃນ​ການ​ລົງ​ໂທດ​ຕໍ່​ພຽງ​ຢາງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG