ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ມະ​ການ​ຕຸ​ລາ​ການ ​ສະ​ພາ​ຕ່ຳ ຈະ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ການ​ຟ້ອງ​ຮ້ອງ ປ. ທ​ຣ​ຳ ໃນ​ວັນ​ສຸກນີ້


ຕຶກຫໍ​ລັດ​ຖະ​ສະ​ພ​າ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິ​ງັ​ຕ ເມື່ອ​ວັນ​ທີ 11 ທັນ​ວາ​ປີ 2019.
ຕຶກຫໍ​ລັດ​ຖະ​ສະ​ພ​າ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິ​ງັ​ຕ ເມື່ອ​ວັນ​ທີ 11 ທັນ​ວາ​ປີ 2019.

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາສະ​ຫະ​ລັດໄດ້​ຢຸດ​ພັກ​ໃນ​ຕອນ​ເດິກ​ຂອງ​ຄືນ​ວັນ​ພະ​ຫັດ ​ຫຼັງ​ຈາກ​ໄດ້​ອະ​ພິ​ປາຍ​ກັນຢ່າງ​ຍືດ​ຍາວ ​ເປັນ​ເວ​ລາ​ປະ​ມານ 14 ຊົ່ວໂມງ. ປະ​ທານ​ຄະ​ນະ​ກຳ​ມະ​ການທ່ານເຈີ​ຣີ ແນດ​ເລີ ກ່າວ​ວ່​າ ຄະ​ນະ​ກຳ​ມະການ​ດັ່ງ​ກ່າວ​ ຈະ​ເລີ້ມ​ປະ​ຊຸມ​ກັນ​ອີກ ໃນ​ເວ​ລາ 10 ໂມງ​ເຊົ້າ​ຂອງ​ສຸກມື້ນີ້ຕາມ​ເວ​ລາ​ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນຫຼື 15 ໂມງ​ຕາມ​ເວ​ລາ​ມາດ​ຕະ​ຖານ​ສາ​ກົນ​ເພື່ອລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ບົດ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ.

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ປະ​ຕິ​ເສດ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ພະ​ຍາ​ຍາມ​ຈະຍົກ​ເລີກຫຼືເຮັດ​ໃຫ້ຂໍ້​ກ່າວ​ຫາ​ອ່ອນ​ແອ​ລົງ ​ແລະຈະ​ລົງ​ຄະ​ແນນ​ສຽງ​ເພື່ອ​ສົ່ງ​ບົດ​ຟ້ອງຮ້ອງ​ໄປ​ໃຫ້​ສະ​ພາ​ຕ່ຳ​ຄົບ​ຄະ​ນະ​ລົງ​ມະ​ຕິ ຊຶ່ງ​ມີ​ທ່າ​ທາງວ່າຈະ​ມີ​ຂຶ້ນ​ໃນ​ອາ​ທິດ​ໜ້າ.

ບັນ​ດາສະ​ມາ​ຊິກ​ສະ​ພາ​ພັກ​ເດ​ໂມ​ແຄ​ຣັດ ​ຫຼັງ​ຈາກ​ໄດ້​ຖົກ​ຖຽງ​ກັນ​ຢ່າ​ງ​ດຸ​ເດືອດ​ໃນ​ການ​ກ່າວ​ອ້າງ​ແລະຄັດ​ຄ້ານຕໍ່ການ​ກ່າວ​ອ້າງ​ຂອງ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ເປັ​ນ​ເວ​ລາ​ຫຼາຍໆ​ຊົ່ວ​ໂມງ​ແລ້ວ ກໍ​ໄດ້​ປະ​ຕິ​ເສດ​ຕໍ່​ຄວາມ​ພະ​ຍາມ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນທີ່​ຢາກ​ໃຫ້​ຍົກ​ເລີກ​ຂໍ້​ກ່າວ​ຫາ​ໃນ​ການ​ຟ້ອງ​ຮ້ອງ​ທີ່​ວ່າ ທ່ານ​ທ​ຣຳ​ໄດ້​ໃຊ້​ອຳ​ນາດ​ປະທາ​ນາ​ທິ​ບໍ​ດີ​ໄປ​ໃນ​ທາງ​ຜິດໂດຍ​ຊຸກ​ຍູ້​ໃຫ້​ປະ​ເທດ​ຢູ​ເຄ​ຣນ​ສືບ​ສວນ​ຄູ່​ແຂ່ງ​ຈາກ​ພັກເດ​ໂມ​ແຄ​ຣັດ​ໃນ​ການ​ເລືອກ​ຕັ້ງ​ປີ 2020 ຄື​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ.

ນອກນັ້ນ​ແລ້ວ ທາງ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຍັງ​ໄດ້​ພິ​ຈາ​ລະ​ນາ​ຂໍ້​ທີ​ສອງ​ຂອງ​ການ​ຟ້ອງ​ຮ້ອງ ນັ້ນ​ກໍ​ຄື​ຂັດ​ຂວາງ​ຕໍ່​ລັດ​ຖະ​ສະ​ພາ​ໂດຍ​ປະ​ຕິ​ເສດ​ບໍ່​ຍອມມອບ​ເອກກະ​ສານ​ຫຼາຍ​ຮ້ອຍ​ໜ້າ ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ສືບ​ສວນ​ຟ້ອງ​ຮ້ອງ ແລະ​ຂັດ​ຂວາງ​ບໍ່​ໃຫ້ເຈົ້າ​ໜ້າ​ທີ່​ຄົນ​ສຳ​ຄັນໆ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳໄປ​ໃຫ້​ການ​ຕໍ່​ສະ​ພາ. ແຕ່​ຍ້ອນ​ຄວາມ​ສາ​ມັກ​ຄີ​ກັນ​ຂອງພັກ​ເດ​ໂມ​ແຄ​ຣັດ​ທີ່​ກຳ​ສຽງ​ສ່ວນ​ຫຼາຍ ໄດ້​ລົງ​ຄະ​ແນນ​ສຽງຂັດ​ຂວາງ​ຄວາມ​ພະ​ຍາ​ຍາມ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນທີ່​ແນ​ໃສ່​ເພື່ອ​ເຮັດ​ໃຫ້​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ຮັບ​ການ​ຊັກ​ຊ້ານັ້ນ.

ພັກ​ຣີ​ພັບ​ບ​ລີ​ກັນ​ກ່າວ​ວ່າ ການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ ທີ່​ທາງ​ຄະ​ນະ​ກຳ​ມະ​ການ​ຟ້າວ​ດຳ​ເນີນ​ການ​ໄວ​ໂພດ​ໂດຍ​ບໍ່​ໄດ້​ຮັບ​ຟັງ​ຄຳ​ໃຫ້​ການ​ຂອງ​ພວກ​ພະ​ຍານ. ພວກ​ເຂົາ​ເຈົ້າ​ໃຫ້​ຂໍ້​ສັງ​ເກດ​ວ່າໃນ​ເດືອນ​ກັນ​ຍາ​ຜ່ານ​ມາ ທ່ານທ​ຣຳ​ໄດ້​ປ່ອຍ​ເງິນ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ 391 ລ້ານ​ໂດ​ລາ​ໃຫ້​ແກ່​ຢູ​ເຄ​ຣນ ທີ່​ທ່ານ​ທ​ຣຳ​ໄດ້​ກັກ​ໄວ້​ຊົ່ວ​ຄ​າວ ຍ້ອນ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ບໍ່​ໄດ້​ເລີ້ມ​ການ​ສືບ​ສວນ​ທາງ​ການ​ເມືອງ​ຕໍ່​ທ່ານ​ໄບ​ເດັນ ຕາມ​ທີ່​ຜູ້​ນຳຂອງ​ສະ​ຫະ​ລັດ​ຕ້ອງ​ການ.

ທ່ານ​ທ​ຣຳ​ໄດ້​ຮ້ອງ​ຂໍ​ທ່ານ​ເຊ​ເລນ​ສ​ກີ ​ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ເມື່ອ​ທ້າຍ​ເດືອນ​ກໍ​ລະ​ກົດ “ໃຫ້​ຊ່ວຍພວກ​ເຮົາ​ແດ່” ໂດຍ​ເປີດ​ການ​ສືບ​ສວນຕໍ່​ທ່ານ​ໄບ​ເດັນ ທ່ານ​ຮັນ​ເຕີ້ ລູກ​ຊາຍ​ຂອງ​ທ່ານ ທີ່​ເຮັດ​ວຽກໃຫ້​ກັບ​ບໍ​ລິ​ສັດ​ແກັ​ສ​ທຳ​ມະ​ຊາດ​ຂອງ​ຢູ​ເຄ​ຣນ​ແລະ​ທິດ​ສະ​ດີ​ທີ່​ບໍ່​ຖືກ​ຕ້ອງທີ່​ວ່າ​ຢູ​ເຄ​ຣນ​ເຮັດ​ວຽກ​ເພື່ອ​ບ່ອນ​ທຳ​ລາຍ​ການການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທ​ຣຳ ໃນການ​ເລືອກ​ຕັ້ງ​ປີ 2016 ຂອງ​ສະ​ຫະ​ລັດ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG